spot_img
Homeຂ່າວພາຍ​ໃນພິທີງານວາງສະແດງຜະລິດຕະພັນສິນຄ້າ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ

ພິທີງານວາງສະແດງຜະລິດຕະພັນສິນຄ້າ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ

Published on

ພິທີງານວາງສະແດງຜະລິດຕະພັນສິນຄ້າສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ຈັດຂຶ້ນວັນທີ 12 ມັງກອນ 2024 ທີ່ເດີ່ນພະທາດຫຼວງວຽງຈັນ ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ພົນຕີ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານ ວົງສັກ ພັນທະວົງ ຫົວໜ້າກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ ທ່ານ ຄໍາລາວັນ ຈັນທະລາວັນ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກ ຮອງລັດຖະມົນຕີປະຈຳສໍານັກງານນາຍົກ ພ້ອມດ້ວຍນາຍ ແລະ ພົນທະຫານແຂກຖືກເຊີນເຂົ້າຮ່ວມ.

ການຈັດງານວາງສະແດງໃນຄັ້ງນີ້ຫົວໜ່ວຍທຸລະກິດເຂົ້າຮ່ວມ 50 ຫົວໜ່ວຍ ແບ່ງອອກເປັນ 95 ຮ້ານ ໃນນັ້ນມີຫົວໜ່ວຍການຜະລິດ (ໂຮງຈັກ ໂຮງງານ ບໍລິສັດ ວິສາຫະກິດພາຍໃນກອງທັບ 34 ຫົວໜ່ວຍ) ນອກຈາກນີ້ຍັງມີກຸ່ມຜະລິດຕົວແບບຂອງອົງການຈັດຕັ້ງຕ່າງໆ 13 ຫົວໜ່ວຍຫົວໜ່ວຍຂອງຄົນຕ່າງປະເທດທີ່ດຳເນີນທຸລະກິດຢູ່ລາວ 3 ຫົວໜ່ວຍ ງານດັ່ງກ່າວຈະວາງສະແດງ ແລະ ຂາຍສິນຄ້ານັບແຕ່ວັນທີ 12-18 ມັງກອນນີ້.
ທີ່ມາ: ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...