spot_img
Homeຂ່າວພາຍ​ໃນໂຄງການກໍ່ສ້າງໂຮງແຮມລາດສະວົງ ພລາຊາ ຄືບໜ້າ 89%

ໂຄງການກໍ່ສ້າງໂຮງແຮມລາດສະວົງ ພລາຊາ ຄືບໜ້າ 89%

Published on

ໂຄງການກໍ່ສ້າງໂຮງແຮມລາດຊະວົງ ພລາຊາ ໂດຍແມ່ນກົມເສດຖະກິດ ຕາງໜ້າ ກະຊວງປ້ອງກັນປະເທດ ເຊັນສັນຍາຮ່ວມມືກັບນັກລົງທຶນ ສປ ຈີນ ເພື່ອກໍ່ສ້າງໂຮງແຮມ ລະດັບ 5 ດາວ ເຊິ່ງມີຄວາມສູງ 33 ຊັ້ນ, ອາຍຸການຮ່ວມມື 99 ປີ, ແຕ່ຄູ່ຮ່ວມລົງທຶນ ແລະ ການນໍາທຸກຂັ້ນຂອງກະຊວງປ້ອງກັນປະເທດ ແລະ ລັດຖະບານ ກໍ່ພະຍາຍາມລະດົມ-ຊຸກຍູ້ ແລະ ອໍານວຍຄວາມສະດວກແກ່ການ ລົງທຶນ ຈຶ່ງເຮັດໃຫ້ໂຄງການສືບຕໍ່ກໍ່ສ້າງ ໃນຕົ້ນ ປີ 2023 ເປັນຕົ້ນມາ ຮອດປະຈຸບັນ ໂຄງການດັ່ງກ່າວມີຄວາມຄືບໜ້າ 89% ແລະ ຈະເປີດນຳໃຊ້ຢ່າງເປັນທາງການ ໃນວັນທີ 22 ມີນາ 2024.

ສະຫາຍ ພົນຈັດຕະວາ ສີພອນໄຊ ຄຳທອງເຫວີນ ຫົວໜ້າກົມເສດຖະກິດ ກະຊວງປ້ອງກັນປະເທດ ໃຫ້ສຳພາດ ໃນວັນທີ 10 ມັງກອນ ຜ່ານມານີ້ວ່າ: ການກໍ່ສ້າງມາຮອດປະຈຸບັນແມ່ນ ກຳລັງຂຸ້ນຂ້ຽວກໍ່ສ້າງບັນດາໜ້າວຽກງານຕ່າງໆ ໂດຍມີ ບໍລິສັດຄູ່ຮ່ວມມື ຈຳນວນ 21 ບໍລິສັດຢູ່ໃນລະດັບແຖວໜ້າຂອງ ສປ ຈີນ, ມີວິຊາການ ແລະ ແຮງງານ ຄົນຈີນ 1.500 ກ່ວາຄົນ, ໃນນີ້ ຄົນລາວ 50% ພວມເລັ່ງມືກໍ່ສ້າງ ໂດຍແບ່ງກັນເຮັດວຽກຕະຫຼອດ 24 ຊົ່ວໂມງ (ເຊົ້າ, ສວາຍ ແລະ ຄໍ່າ) ຈະໃຫ້ສໍາເລັດໃນໄວໆນີ້, ເພື່ອໃຫ້ທ່ວງທັນເປີດນຳໃຊ້ທົດລອງ ໃນວັນທີ 26 ມັງກອນ 2024 ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ ແລະ ຈະເປີດນຳໃຊ້ຢ່າງເປັນທາງການ ໃນວັນທີ 22 ມີນາ 2024 ໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ, ທັງເປັນການຕ້ອນຮັບກອງປະຊຸມອາຊຽນ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ.

ຫົວໜ້າກົມເສດຖະກິດ ກະຊວງປ້ອງກັນປະເທດ ໃຫ້ຮູ້ຕື່ມວ່າ: ສຳລັບດ້ານວິຊາສະເພາະ ໃນປີ 2023 ຜ່ານມາ ໄດ້ເອົາໃຈໃສ່ຄຸ້ມຄອງ, ຕິດຕາມ ແລະ ຊຸກຍູ້ ບັນດາຫົວໜ່ວຍທຸລະກິດ, ກິດຈະການໃຫ້ເຊົ່າ ຂອງກະຊວງປ້ອງກັນປະເທດ ໂດຍສະເພາະແມ່ນຫົວໜ່ວຍທີ່ຂຶ້ນກັບການຄຸ້ມຄອງ ຂອງຫ້ອງວ່າການກະຊວງ ເພື່ອຕິດຕາມການດໍາເນີນທຸລະກິດຂອງບັນດາຫົວໜ່ວຍ ວ່າມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ມີປະສິດທິພາບ-ປະສິດທິຜົນ, ມີຜົນກຳໄລ-ຂາດທຶນ, ສາມາດໄລ່ລຽງກຸ້ມຕົນເອງ ແລະ ມອບພັນທະໃຫ້ ກະຊວງປ້ອງກັນປະເທດ ໃນແຕ່ລະປີ; ໄດ້ຕິດຕາມ-ຊຸກຍູ້ ໂຄງການຮ່ວມມືໃນຂົງເຂດ ກະສິກຳ, ບໍ່ແຮ່ ແລະ ຂົງເຂດອື່ນໆ ໃນເຂດພື້ນທີ່ ການຄຸ້ມຄອງຂອງກະຊວງປ້ອງກັນປະເທດ ຕາມສັນຍາທີ່ເຊັນຮ່ວມກັນ ເພື່ອນໍາສະເໜີຂໍອະນຸຍາດຈາກລັດຖະບານ ຕາມຂັ້ນຕອນລະບຽບການ, ພ້ອມນີ້ ຍັງໄດ້ເກັບເງິນພັນທະຄ່າເຊົ່າ – ເງິນຊຸກຍູ້ ຕ່າງໆ ເປັນຈຳນວນ 6 ຕື້ 98 ລ້ານກວ່າກີບ ແລະ 375.996 ໂດລາສະຫະລັດ, ມອບພັນທະໃຫ້ກະຊວງປ້ອງກັນປະເທດ 600 ລ້ານກີບ, ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ສືກສາຄວາມເປັນໄປໄດ້ ຈຳນວນ 25 ໂຄງການ, ໃນນີ້ ເຊັນສັນຍາແລ້ວ 6 ໂຄງການ, ໄດ້ຄົ້ນຄ້ວາດຶງດູດເອົານັກລົງທຶນ ທັງພາຍໃນ, ຕ່າງປະເທດ ແລະ ເພື່ອນຮ່ວມຍຸດທະສາດ ຮ່ວມມື ໃນຂົງເຂດວຽກງານ ປກຊ-ປກສ ແລະ ຂົງເຂດອື່ນ ເພື່ອຫາແຫຼ່ງລາຍຮັບມານໍາໃຊ້ເຂົ້າໃນວຽກງານ ທີ່ຈຳເປັນ ຂອງກອງທັບ ໂດຍສອດຄ່ອງກັບແນວທາງຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບຕ່າງໆ ຂອງລັດ ແລະ ກະຊວງປ້ອງກັນປະເທດ.

ທີ່ມາ: Lao National Radio

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...