ການກະກຽມຈັດງານເທດສະການ ດອກງີ້ວບານ ຄັ້ງທີ XXI ປະຈຳປີ 2024

0
1030

ທ່ານ ດຣ. ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງແຂວງບໍ່ແກ້ວ, ຫົວໜ້າຄະນະຮັບຜິດຊອບຈັດງານຖະແຫຼງ ກ່ຽວກັບການຈັດງານເທດສະການ ດອກງີ້ວບານ ຄັ້ງທີ XXI ປະຈຳປີ 2024.

ການຈັດງານເທດສະການດອກງິ້ວບານ ເປັນປາງບຸນໃຫຍ່ປະເພນີຂອງຊາວແຂວງບໍ່ແກ້ວ, ໄດ້ເລີ່ມຈັດຂຶ້ນ ຄັ້ງທີ I ໃນປີ 2000 ແລະ ມີຜົນສໍາເລັດໃນການຈັດງານມາແລ້ວ 20 ຄັ້ງ ໂດຍຈັດຂຶ້ນໄລຍະລະດູ ທີ່ດອກງິ້ວກໍາລັງເບັ່ງບານ ໃນທ້າຍເດືອນມັງກອນຫາຕົ້ນເດືອນກຸມພາ ຂອງທຸກໆປີ ຈຸດປະສົງສໍາຄັນຂອງການຈັດງານ ປະກອບມີ:

1. ເພື່ອເປັນການອະນຸລັກຮັກສາ ແລະ ສົ່ງເສີມວຽກງານດ້ານສີລະປະ, ວັດທະນະທໍາ, ການນຸ່ງຖື, ແບບ ແຜນວິຖີຊີວິດ ກໍ່ຄືຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າພາຍໃນແຂວງບໍ່ແກ້ວ ໃຫ້ມີຄວາມຍືນຍົງຄຽງຄູ່ກັບການພັດທະນາທາງດ້ານເສດຖະກິດ ແລະ ທັງເປັນການເຊື່ອມໂຍງເຂົ້າກັບວັດທະນະທໍາ-ອະລິ ຍາທໍາອັນດີງາມຂອງຊາດ ແລະ ສາກົນ;
2. ເພື່ອໃຫ້ບັນດາແຂກ ແລະ ນັກທ່ອງທ່ຽວໄດ້ທ່ຽວຊົມ ແລະ ສໍາພັດກັບຄວາມສວຍສົດງົດງາມ ທີ່ເປັນເອກະລັກພິເສດຂອງຕົ້ນງິ້ວ ກໍ່ຄືດອກງິ້ວໄລຍະທີ່ກໍາລັງເບັ່ງບານ ເຊິ່ງເຕັມໄປດ້ວຍມົນສະເໜ່ ແລະ ຄຸນຄ່າທາງດ້ານຊັບພະຍາກອນທໍາມະຊາດອັນອຸດົມສົມບູນ, ຊາວລາວເຮົາໄດ້ມີຄວາມເຊື່ອວ່າ ດອກງິ້ວທີ່ເບັ່ງບານ ແມ່ນສະແດງເຖິງຄວາມອຸດົມຮັ່ງມີ, ຄວາມອົງອາດກ້າຫານ ແລະ ຄວາມສະຫງ່າງາມ;
3. ເພື່ອເປັນການຊຸກຍູ້, ສົ່ງເສີມ ແລະ ພັດທະນາວຽກງານການທ່ອງທ່ຽວທາງທຳມະຊາດ, ປະຫວັດ ສາດ, ວັດທະນະທຳ, ຮີດຄອງປະເພນີ, ວິຖີຊິວິດຂອງຊາວແຂວງບໍ່ແກ້ວ ແບບມີສ່ວນຮ່ວມຂອງຊຸມຊົນ ຕິດພັນກັບການສົ່ງເສີມການຜະລິດ, ການຄ້າ ແລະ ການບໍລິການ ໃຫ້ມີການຂະຫຍາຍຕົວ, ປະກອບສ່ວນເຮັດໃຫ້ເສດຖະກິດຂອງແຂວງ ແລະ ຂອງຊາດ ໃຫ້ມີບາດກ້າວຂະຫຍາຍຕົວໃໝ່, ທັງເປັນການສ້າງລາຍຮັບ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ນັບມື້ດີຂຶ້ນ.
4. ແນໃສ່ສ້າງຂະບວນການຮອບດ້ານ ເພື່ອຂໍ່ານັບຮັບຕ້ອນວັນບຸນສໍາຄັນຂອງພັກ, ຂອງຊາດ ແລະ ຕິດພັນກັບການເປີດປີທ່ອງທ່ຽວລາວ 2024, ງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ວັນສ້າງຕັ້ງເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຄົບຮອບ 17 ປີ ແລະ ກິດຈະກຳຕ່າງໆທີ່ສຳຄັນ ເຮັດໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ.
ອົງການປົກຄອງແຂວງບໍ່ແກ້ວ ແລະ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຈຶ່ງໄດ້ຕົກລົງເອກະພາບກັນໃນການຫ້າງຫາກະກຽມ ແລະ ຈັດງານເທດສະການ ດອກງິ້ວບານ ຄັ້ງທີ XXI ປະຈໍາປີ 2024 ຂຶ້ນຢ່າງເປັນທາງການ. ໄດ້ແຕ່ງຕັ້ງອະນຸກໍາມະການຮັບຜິດຊອບດ້ານຕ່າງໆ ແລະ ໄດ້ກະກຽມເລີ່ມແຕ່ຕົ້ນເດືອນທັນວາ 2023 ເປັນຕົ້ນມາ ເປັນຕົ້ນ: ດ້ານເນື້ອໃນ, ພິທີການ, ສະຖານທີ່, ຂະບວນການຕ່າງໆ ທີ່ເປັນອົງປະກອບຫຼັກຂອງງານ ດ້ວຍຄວາມຮັບຜິດຊອບສູງ. ໄດ້ມີກໍ່ສ້າງ ແລະ ປັບປຸງພື້ນຖານໂຄງລ່າງສິ່ງອໍານວຍຄວາມສະດວກຂອງສະຖານທີ່ຕ່າງໆ, ການປະດັບປະດາຕົວເມືອງ ແລະ ເຂດດອນຊາວ, ລະບົບໄຟຟ້າ-ໄຟແສງສີ, ເຄື່ອງສຽງ, ນໍ້າປະປາ, ເວທີ, ດອກໄມ້, ວັດຖຸອຸປະກອນ ເພື່ອຮອງຮັບພິທີ ເປີດງານເທດສະການດອກງີ້ວບານ ຄັ້ງທີ XXI ປະຈໍາປີ 2024.​

ການຈັດງານເທດສະການ ດອກງິ້ວບານ ຄັ້ງທີ XXI ປະຈໍາປີ 2024 ນີ້ ຖ້າທຽບໃສ່ຫຼາຍຄັ້ງຜ່ານມາ ໃນປີນີ້ ກໍ່ຄືຄັ້ງນີ້ ແມ່ນຍິ່ງໃຫຍ່ ແລະ ມີຫຼາຍກິດຈະກໍາທີ່ສໍາຄັນ, ເຊິ່ງປະກອບດ້ວຍ:
1) ການປະກວດນາງສາວດອກງິ້ວບານ ປະຈໍາປີ 2024: ເຊິ່ງເປັນນາງສາວຂອງແຂວງບໍ່ແກ້ວ, ລວມມີ 20 ນ້ອງນາງສາວ ທີ່ຜ່ານການຄັດເລືອກ ເພື່ອເຂົ້າປະກວດຮອບສຸດທ້າຍ ໂດຍມີມູນຄ່າລາງວັນເງິນ ສົດ ແລະ ວັດຖຸທັງໝົດ ຈໍານວນ 500 ກ່ວາລ້ານກີບ, ໄລຍະປະກວດແມ່ນຕອນບ່າຍຂອງວັນທີ 26-28.
2) ການປະກວດນາງສາວທ່ອງທ່ຽວລາວ ປະຈໍາປີ 2024: ເຊິ່ງເປັນນາງສາວຈາກ 18 ແຂວງ ໃນທົ່ວປະ ເທດ, ລວມມີ 36 ນ້ອງນາງສາວ ທີ່ຜ່ານການຄັດເລືອກ ເພື່ອເຂົ້າປະກວດຮອບສຸດທ້າຍ, ໂດຍມີມູນຄ່າລາງວັນເງິນສົດ ແລະ ວັດຖຸທັງໝົດ ຈໍານວນ 1.000 ກ່ວາລ້ານກີບ, ໄລຍະປະກວດແມ່ນແລງວັນທີ 26-27.
3) ການສະແດງສີລະປະ-ວັນນະຄະດີ: ເຊິ່ງປະກອບມີລາຍການສະແດງຈາກພາຍໃນ ທັງສູນກາງ ແລະ ທ້ອງຖິ່ນ, ນອກນັ້ນ ຍັງມີລາຍການສະແດງຈາກຕ່າງປະເທດ ເປັນຕົ້ນ: ສປ ຈີນ, ໄທ ແລະ ມຽນມາ, ກໍານົດເວລາການສະແດງແມ່ນຕອນບ່າຍ ແລະ ກາງຄືນຂອງວັນທີ 26-28.
4) ການແຂ່ງຂັນກິລາຕີກ໊ອຟ ຊິງຖ້ວຍລາງວັນ ດອກງິ້ວຄໍາ ຄັ້ງທີ 1: ການແຂ່ງຂັນດັ່ງກ່າວ ຈະໄດ້ຈັດຂຶ້ນທີ່ສະໜາມກ໊ອຟສາກົນສາຍພູກີ່ວລົມ, ໄລຍະວັນທີ 19-21 ມັງກອນ ເຊິ່ງມີທີມ (ຫຼື ກ້ວານ) ນັກກິລາຈາກ 9 ປະເທດ ລວມ 18 ທີມ, ມີນັກກິລາທັງໝົດ 100 ກ່ວາຄົນ, ເພື່ອພ້ອມກັນຊິງເງິນລາງວັນປະເພດຄະແນນລວມຂອງທີມ ແລະ ຄະແນນຂອງບຸກຄົນ, ລວມມູນຄ່າລາງວັນ ຄະນະ ແລະ ບຸກຄົນ ຈໍານວນ 3.750 ລ້ານກີບ, ນອກນັ້ນ ຍັງມີລາງວັນ ໂຮນອິນວັນ ຫຼື ເຂົ້າຂຸມໄມ້ດຽວ ແມ່ນ 1.500 ລ້ານກີບ ພ້ອມດ້ວຍບັດສະມາຊິກຕະຫຼອດຊີວິດ ມູນຄ່າ 1.500 ລ້ານກີບ.
5) ການວາງສະແດງ ແລະ ຈໍາໜ່າຍສິນຄ້າ: ເພື່ອເປັນການສົ່ງເສີມການຄ້າ, ການບໍລິການ ກໍ່ຄືການສ້າງລາຍຮັບໃຫ້ປະຊາຊົນ ແລະ ຜູ້ປະກອບການ, ໃນງານຍັງໄດ້ຈັດສັນ ເຂດວາງສະແດງ ແລະ ຈໍາໜ່າຍສິນຄ້າຈໍານວນ 400 ກ່ວາຮ້ານ, ໂດຍເລີ່ມແຕ່ວັນທີ 21-28.
6) ການແຂ່ງກິລາຕີມວຍ: ກິລາຕີມວຍ ກໍ່ແມ່ນກິລາປະເພດໜຶ່ງ ທີ່ໄດ້ຮັບຄວາມນິຍົມຂອງມວນຊົນ, ສະນັ້ນ ໃນງານຄັ້ງນີ້ ຄະນະຮັບຜິດຊອບ ໄດ້ມີການຈັດການແຂ່ງຂັນກິລາຕີມວຍ, ເຊິ່ງເປັນປະເພດມວຍລາຍລາວ-ມວຍໄທ, ເຊິ່ງປະກອບມີ 9 ຄູ່ (ຊາຍ 7 ຄູ່, ຍິງ 2 ຄູ່) ມີທັງຄົນລາວ, ໄທ, ຍິ່ປຸ່ນ ແລະ ອີລານ, ໂດຍຈະຈັດຂຶ້ນໃນຕອນແລງຂອງວັນທີ 28 ມັງກອນ, ພິເສດ ແມ່ນ ບົວຂາວ ບັນຊາເມກ, ນັກມວຍຊື່ດັງຂອງໄທ ກໍ່ຈະມາຮ່ວມເປັນກໍາລັງໃຈໃນການແຂ່ງຂັນຄັ້ງຕີມວຍຄັ້ງນີ້.
7) ການສະແດງບິນໂດຣນ: ເພື່ອສ້າງສີສັນ ແລະ ຄວາມຕື່ນເຕັ້ນ ພາຍໃນງານໄດ້ມີການສະແດງບິນໂຣນ ເຊິ່ງຖືໄດ້ວ່າເປັນກິດຈະກໍາໃໝ່ ໂດຍນໍາໃຊ້ໂດຣນຈໍານວນ 1.000 ລໍາ ບິນຂຶ້ນທ້ອງຟ້າ ແລະ ເປີດດອກໄຟປະກອບເປັນຮູບພາບຕ່າງໆ, ຈະສະແດງຈໍານວນສອງຄັ້ງ ຄື: ແລງວັນທີ 26 ແລະ 27.

ການສະແດງຈູດບັ້ງໄຟດອກ ແລະ ປ່ອຍໂຄມໄຟ: ການຈູດບັ້ງໄຟດອກ ແລະ ປ່ອຍໂຄມໄຟຈໍານວນຫຼາຍ ແມ່ນເພື່ອເຮັດໃຫ້ງານໄດ້ມີສີສັນທີ່ສວຍງາມ, ໃນນີ້ ການຈູດບັ້ງໄຟດອກແມ່ນຈະໄດ້ຈູດທັງກາງ ເວັນ ແລະ ກາງຄືນຂອງວັນທີ 26 ແລະ 28, ສໍາລັບການປ່ອຍໂຄມໄຟແມ່ນຄໍາຄື່ນຂອງມື້ສຸດທ້າຍໃນວັນທີ 28.

ນອກຈາກ 8 ກິດຈະກໍາຫຼັກ ທີ່ກ່າວມາຂ້າງເທິງແລ້ວ ໃນງານຈະໄດ້ມີການຈັດກອງປະຊຸມ 2 ກອງປະ ຊຸມ ຄື: ກອງປະຊຸມສົ່ງເສີມການລົງທຶນ ແລະ ການທ່ອງທ່ຽວ ແລະ ກອງປະຊຸມປະຈໍາປີ 2024 ຂອງສະ ມາຄົມເມືອງທ່ອງທ່ຽວມິດຕະພາບສາກົນຄຸນໝິງ.
ບັນດາທ່ານ ທີ່ນັບຖື ແລະ ຮັກແພງ, ມາຮອດປະຈຸບັນ ການກະກຽມດ້ານຕ່າງໆ ແມ່ນພວມດໍາເນີນຢ່າງຕໍ່ເນື່ອງ, ມີຜົນສໍາເລັດ, ມີພ້ອມຮອບດ້ານ ແລະ ຈະໄດ້ດໍາເນີນການເປີດງານຢ່າງເປັນທາງການໃນຕອນບ່າຍຂອງ ວັນທີ 26 ມັງກອນ 2024 ແລະຈະດໍາເນີນໄປຮອດວັນທີ 28 ມັງກອນ ຈຶ່ງຈະສໍາເລັດ.