Homeຂ່າວຕ່າງປະເທດປະທານາທິບໍດີຝຣັ່ງ ໄດ້ແຕ່ງຕັ້ງ ທ່ານ ກາບຽວ ອາວຕານ ເປັນນາຍົກລັດຖະມົນຕີຄົນໃໝ່ຂອງຝຣັ່ງ

ປະທານາທິບໍດີຝຣັ່ງ ໄດ້ແຕ່ງຕັ້ງ ທ່ານ ກາບຽວ ອາວຕານ ເປັນນາຍົກລັດຖະມົນຕີຄົນໃໝ່ຂອງຝຣັ່ງ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 9 ມັງກອນ 2024 ທ່ານ ເອັມມານູເອວ ມາຄົງ ປະທານາທິບໍດີຝຣັ່ງ ໄດ້ແຕ່ງຕັ້ງ ທ່ານ ກາບຽວ ອາວຕານ ເປັນນາຍົກລັດຖະມົນຕີຄົນໃໝ່ຂອງປະເທດຝຣັ່ງ ແທນທີ່ ນາງ ອາລິສະເບັດ ບອນ ຜູ້ລາອອກຈາກຕຳແໜ່ງຫຼັງຈາກເຮັດໜ້າທີ່ໄດ້ພຽງ 20 ເດືອນເນື່ອງຈາກຝ່າຍລັດຖະບານຂາດສຽງຈຳນວນຫຼາຍໃນລັດຖະສະພາ.

ທ່ານ ກາບຽວ ອາວຕານ ມີອາຍຸ 34 ປີ ເຊິ່ງໃນປັດຈຸບັນດຳລົງຕຳແໜ່ງລັດຖະມົນຕີກະຊວງສຶກສາທິການຝຣັ່ງ ກາຍເປັນນາຍົກລັດຖະມົນຕີທີ່ມີອາຍຸນ້ອຍທີ່ສຸດໃນປະຫວັດສາດ ຍຸກໃໝ່ຂອງຝຣັ່ງ ທຳລາຍສະທິຕິຂອງ ທ່ານ ໂລຣອງ ຟາບ້ຽດ ທີ່ຮັບຕຳແໜ່ງຂະນະອາຍຸ 37 ປີ ໃນຍຸກປະທານາທິບໍດີ ຟຣອງຊົວ ມິດແຕຣອງ ໃນປີ 1984.

ທັງນີ້ ທ່ານ ອາວຕານ ໄດ້ຮັບຕຳແໜ່ງລັດຖະມົນຕີກະຊວງສຶກສາທິການ ຕັ້ງແຕ່ເດືອນ 7 ປີ 2023 ຜ່ານມາ, ໂດຍລະຫວ່າງນັ້ນ ເຂົາບັງຂັບໃຊ້ກົດ ຫ້າມສວມໃສ່ຊຸດ ອາບາຍະ (abaya) ໃນໂຮງຮຽນລັດ ແລະ ພະຍາຍາສ້າງຄວາມຕະໜັກຮູ້ເລື່ອງການບູລີ້ໃນໂຮງຮຽນມາໂດຍຕະຫຼອດ.

ທີ່ມາ: ໄທລັດ

ບົດຄວາມຫຼ້າສຸດ

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...