Homeຂ່າວພາຍ​ໃນເທສະການອາຫານລາວ 2024 ຄາດຈະມີເງິນໝູນວຽນ 6 ຕື້ກີບ

ເທສະການອາຫານລາວ 2024 ຄາດຈະມີເງິນໝູນວຽນ 6 ຕື້ກີບ

Published on

ວັນທີ 9 ມັງກອນ 2024, ທີ່ສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໄດ້ຈັດພິທີຖະແຫລງຂ່າວ ກຽມຈັດງານເທສະການອາຫານລາວ 2024 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນ ກະຊວງອຸດສາຫະກໍາ ແລະການຄ້າ, ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສຄອຊ, ທ່ານ ປ້າ ມະໂນລາ ດາລາວົງ ປະທານທີ່ປຶກສາ ສທຍ ພ້ອມດ້ວຍບໍລິສັດຫ້າງຮ້ານທີ່ໃຫ້ການສະຫນັບສະຫນູນໂດຍສະເພາະແມ່ນ ບໍລິສັດເບຍລາວຈຳກັດ, ບໍລິສັດດາວເຮືອງຈໍາກັດ ແລະພາກສ່ວນອື່ນໆອີກ.

ທ່ານ ນາງ ຈັນທະຈອນ ວົງໄຊ ປະທານຄະນະບໍລິຫານສະມາຄົມນັກທຸລະກິດແມ່ຍິງ, ປະທານຄະນະກຳມະການຈັດງານ ເທສະການອາຫານລາວຄັ້ງທີ 19 ປະຈຳປີ 2024 ກ່າວວ່າ: ງານຄັ້ງນີ້ ຈະເປີດຂຶ້ນໃນວັນທີ 23-27/01/2024, ທີ່ສວນເຈົ້າອະນຸວົງ ພາຍໃຕ້ຄໍາຂວັນ: “ຊີມອາຫານລາວ ທ່ອງທ່ຽວລາວປີ 2024” (Tasting Lao food visit Laos year 2024). ເພື່ອແນໃສ່ການອະນຸລັກອາຫານພື້ນເມືອງທີ່ເປັນເອກະລັກຂອງລາວ, ພືດຜັກຜົນຜະລິດກະສິກໍາປອດສານພິດໃຫ້ໄດ້ຈໍາໜ່າຍອອກສູ່ສັງຄົມໄດ້ກິນຢູ່ແບບສະອາດ ແລະປອດໄພ, ໃນປີທ່ອງທ່ຽວລາວຕາມທິດທາງຂອງລັດຖະບານ ທີ່ກະກຽມເປັນເຈົ້າພາບໃນການຈັດກອງປະຊຸມອາຊຽນ ແລະ ກອງປະຊຸມປິ່ນອ້ອມໃນປີ 2024 ນີ້ເອງ. ຈຸດປະສົງຄື: 1) ເພື່ອສືບຕໍ່ອະນຸລັກ ແລະ ສົ່ງເສີມວັດທະນະທໍາ ດ້ານອາຫານລາວໃຫ້ຄົງຢູ່ຄູ່ກັບກັບສັງຄົມລາວ, ທັງເປັນການໂຄສະນາອາຫານລາວໃຫ້ເປັນທີ່ຮູ້ຈັກທັງພາຍໃນ, ຕ່າງປະເທດ ແລະ ກ້າວຂຶ້ນຂາຍໃນລະບົບອອນລາຍ; 2) ເພື່ອສ້າງລາຍໄດ້ໃຫ້ແກ່ ຜູ້ປະກອບການທາງດ້ານອາຫານ ກ້າວໄປເຖິງສາມາດສ້າງເປັນ ແບຣນ(BRAND)ອາຫານເອກະລັກແບບລາວໆ ຈໍາໜ່າຍອອກສູ່ສາກົນໄດ້; 3) ເພື່ອສ້າງຄວາມເຂັ້ມແຂງ ແລະ ຄວາມສາມັກຄີ ໃຫ້ແກ່ກັບສະມາຊິກພາຍໃນ ສທຍ ແລະຜູ້ປະກອບການດ້ວຍກັນທົ່ວປະເທດ; 4) ສ້າງວຽກເຮັດງານທໍາໃຫ້ແມ່ຍິງທີ່ມີພອນສະຫວັນໃນການປຸງແຕ່ງອາຫານ.

ພາຍໃນງານຈະມີຮ້ານອາຫານລາວ, ອາຫານປະຍຸກ ແລະ ອາຫານນາໆຊາດມາວາງຂາຍ ເຖິງ 180 ຮ້ານໃນນັ້ນ ອາຫານເອກກະລັກຈາກທຸກແຂວງໃນທົ່ວປະເທດ ແລະຈາກຜູ້ສະໜັບສະໜູນງານລວມ 165 ຮ້ານ, ຂາຍເຄື່ອງຫັດຖະກໍາ ແລະ ກະສິກໍາ 15 ຮ້ານ. ຄາດຄະເນເມັດເງິນໝູນວຽນປະມານ 6 ຕື້ກີບ. ນອກຈາກນີ້ຍັງມີກິດຈະກໍາສະແດງສິລະປະພື້ນເມືອງລາວ, ຂາຍອາຫານລາວເອກະລັກຂອງ 18 ແຂວງໃນລາວ, ສາທິດການເຮັດເຂົ້າໜົມລາວ, ສໍາມະນາການບໍລິຫານທຸລະກິດຂະໜາດນ້ອຍ(ການວາງແຜນການຕະຫລາດ), ປະກວດ ແກະສະຫລັກໝາກໄມ້ນາໆພັນ ພ້ອມຂາຍເຂົ້າໜົມແບບລາວໆ, ສະແດງສິລະປະ ພື້ນເມືອງລາວ ແບບມວນຊົນ ແລະ ໄລ້ສົດ(Live)ອາຫານຈາກແຕ່ລະແຂວງ ແລະ ບັນຍາກາດໃນງານທຸກໆວັນ.

ທີ່ມາ: ເສດຖະກິດສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...