Homeຂ່າວຕ່າງປະເທດຜົວແຕ່ງງານກັບໝູ່ສະນິດເມຍ ເຜີຍເລືອກໃຫ້ເອງແຖມໃຫ້ການສະໜັບສະໜູນ

ຜົວແຕ່ງງານກັບໝູ່ສະນິດເມຍ ເຜີຍເລືອກໃຫ້ເອງແຖມໃຫ້ການສະໜັບສະໜູນ

Published on

ສຳນັກຂ່າວຕ່າງປະເທດ worldofbuzz ລາຍງານໃນວັນທີ 7 ມັງກອນ 2024 ກ່ຽວກັບເລື່ອງສຸດໜ້າຍິນດີເມື່ອຊາຍຊາວມາເລເຊຍຄົນນໜຶ່ງໄດ້ຈັດພິທີແຕ່ງງານກັບເມຍຄົນທີສອງ ໂດຍເມຍຄົນທຳອິດກໍເຂົ້າຮ່ວມງານແຕ່ງ ແລະ ໃຫ້ການສະນັບສະໜູນເປັນຢ່າງດີ.

ທ້າວ ມູຫາມັດ ລອກມັນ ເຈົ້າບ່າວອາຍຸ 38 ປີ ເປີດເຜີຍວ່າ: ເຂົາແຕ່ງງານໃຊ້ຊີວິດຄູ່ຮ່ວມກັບເມຍຄົນທຳອິດໄດ້ 12 ປີ ແລະ ພວກເຂົາມີລູກນຳກັນ 3 ຄົນ, ສ່ວນການແຕ່ງງານຄັ້ງທີສອງນັ້ນເກີດຂຶ້ນຈາກຄວາມຕ້ອງການຂອງເມຍຜູ້ທຳອິດ ເຊິ່ງຢາກໃຫ້ຜົວຂອງຕົນເອງຮັບໝູ່ສະນິດມາເປັນເມຍອີກຄົນ ຜົວຈຶ່ງຍອມຮັບຕາມຄວາມຕ້ອງການຂອງເມຍຄົນທຳອິດ ແລະ ຈັດງານວີວາທີ່ມັດສະຍິດແຫ່ງໜຶ່ງໃນວັນທີ 24 ທັນວາ 2023 ຜ່ານມາ.

ມູຫາມັດ ລອກມັນ ໄດ້ກ່າວຕື່ມອີກວ່າ: ເຖິງແມ້ວ່າຈະເປັນຄວາມຕ້ອງການຂອງເມຍໃນຕອນທຳອິດ ແຕ່ຄວາມຕ້ອງການທີ່ຈະມີເມຍຫຼາຍຄົນຕ້ອງໄດ້ຮັບອານຸຍາດກ່ອນ ເຊິ່ງເມຍຄົນທຳອິດໃຫ້ການສະໜັບສະໜູນການແຕ່ງເປັນຢ່າງດີ, ຫຼັງຈາກເຂົາໂພສເລື່ອງລາວ ແລະ ຮູບຖ່າຍງານແຕ່ງງານລົງໃນສື່ສັງຄົມອອນລາຍ ເຂົາກໍໄດ້ຮັບຄຳອວຍພອນຫຼາຍຈາກຄົນສະນິດ ແລະ ຊາວເນັດ ຕາງພາກັນຍິນດີໃນງານແຕ່ງຄັ້ງນີ້.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...