Homeຂ່າວຕ່າງປະເທດປານໃນລະຄອນ! ຄອບຄົວຕົວະມາ 20 ປີ ວ່າບ້ານທຸກ-ເປັນໜີ້ສິນ ກ່ອນຮູ້ຄວາມຈິງວ່າເປັນທາຍາດບໍລິສັດເຂົ້າໜົມຊື່ດັງ

ປານໃນລະຄອນ! ຄອບຄົວຕົວະມາ 20 ປີ ວ່າບ້ານທຸກ-ເປັນໜີ້ສິນ ກ່ອນຮູ້ຄວາມຈິງວ່າເປັນທາຍາດບໍລິສັດເຂົ້າໜົມຊື່ດັງ

Published on

ເປັນເລື່ອງລາວທີ່ໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍ ເມື່ອໜຸ່ມຊາວຈີນຖືກຄອບຄົວຕົນເອງຕົວະວ່າເປັນໜີ້ສິນມະຫາສານ ກ່ອນຮູ້ຄວາມຈິງ ທີ່ແທ້ເປັນລູກເສດຖີ ທາຍາດເຈົ້າຂອງບໍລິສັດເຂົ້າໜົົມຊື່ດັງທີ່ມີມູນຄ່າຫຼາຍຮ້ອຍລ້ານ.

ເມື່ອບວໍ່ດົນມານີ້ ທ້າວ ຈາງ ຈື່ຫຼົງ ລູກຊາຍນຂອງ ທ້າວ ຈາງ ອະວີ້ຕົງ ຜູ້ກໍ່ຕັ້ງບໍລິສັດເຂົ້າໜົມລ່າຖຽວຂອງຈີນ ໄດ້ໃຫ້ສຳພາດເຖິງເລື່ອງລາວຕະຫຼອດເວລາທີ່ຜ່ານມາຂອງລາວວ່າ: ພໍ່ຂອງລາວບອກຕະຫຼອດວ່າຄອບຄົວຖືກໂກງ ແລະ ມີໜີ້ສິນ ຈຶ່ງເຮັດໃຫ້ພວກເຂົາຕ້ອງມາອາໄສຢູ່ບ້ານຫຼັງນ້ອຍໆ ໃນເຂດມົນທົນຜິງຈຽງແຫ່ງນີ້.

ສິ່ງທີ່ພໍ່ປູກຝັງລາວຕະຫຼອດຈຶງເຮັດໃຫ້ລາວມີຄວາມຝັນວ່າເ ຈະຕ້ອງຮຽມມະຫາວິທະຍາໄລ ເພື່ອເອົາໃບປະລິນຍາ ຈາກນັ້ນກໍ່ໄປສະມັກເຮັດວຽກທີ່ມີເງິນເດືອນຫຼາຍກວ່າ 30.000 ບາດ ຫຼື ປະມານເກືອບ 20 ລ້ານກີບ ເພື່ອທີ່ຈະຊາວຍແບ່ງເບົາພາລະໃຫ້ຄອບຄົວ.

ຢ່າງໃດກໍຕາມ, ເຂົາຫາສະໝັກເຮັດວຽກແຕ່ບໍ່ພົບວຽກທີ່ເຂົາຕ້ອງການ ພໍ່ຈຶ່ງບອກວ່າຫາກຫາວຽກເຮັດບໍ່ໄດ້ກໍກັບມາເຮັດວຽກທີ່ບ້ານ ແຕ່ເຂົາເບິ່ງວ່າ: ທາງບໍລິສັດຂາດທຶນທຸກປີ ເຂົາຈຶ່ງຕັດສິນໃຈອອກໄປຫາເງິນບ່ອນອື່ນ ແຕ່ສຸດທ້າຍລາວກໍຕ້ອງກັບໄປເພາະຟັງຄວາມພໍ່, ເມື່ອເຂົາມາຮອດບໍລິດສັດ ເຂົາຕ້ອງຕົກໃຈຫຼາຍເມື່ອເຫັນບໍລິດສັດໃຫຍ່ກວ່າທີ່ເຂົາຄິດ ເຊິ່ງໃນຕອນທຳອິດເຂົາຄິດວ່າພໍ່ເຊົ່າອາຄານແຕ່ທ່ານກໍສະເຫຼີຍວ່າ: ຊື້ມັນມາ ນີ້ຈຶ່ງເຮັດໃຫ້ເຂົາເຂົ້າໃຈທັນທີວ່າຖືກພໍ່ຕົວະມາຕະຫຼອດ 20 ປີ.

ເມື່ອຄວາມຈິງຖືກເປີດເຜີຍພໍ່ກໍບໍ່ຈຳເປັນຕ້ອງປົກປິດຕົວຕົນອີກຕໍ່ໄປ ພວກເຂົາໄດ້ຍ້າຍເຂົ້າໄປຢູ່ໃນຄະລຶຫາດຫຼັງໃຫຍ່ສຸດຫຼູ ທີ່ໃຊ້ເງິນຕົກແຕ່ງໄປປະມານ 50 ລ້ານບາດ ຫຼື ປະມານ 30 ຕື້ກີບ ແລະ ໄດ້ຖືກແຕ່ງຕັ້ງໃຫ້ເປັນຫົວໜ້າພະແນກ ຄອຍດູແລການຂາຍໃນຊ່ອງທາງອອນລາຍຕິກຕ໋ອກ.

ທີ່ມາ: hk01

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...