Homeຂ່າວຕ່າງປະເທດຜູ້ຖືກຫາຫົວຮ້ອນ! ບໍ່ພໍໃຈຄຳຕັດສິນ ໂດດເຂົ້າທຳຮ້າຍຜູ້ພິພາກສາ

ຜູ້ຖືກຫາຫົວຮ້ອນ! ບໍ່ພໍໃຈຄຳຕັດສິນ ໂດດເຂົ້າທຳຮ້າຍຜູ້ພິພາກສາ

Published on

ຜູ້ຖືກຫາຂາດສະຕິ ໂດດເຂົ້າໄປທຳຮ້າຍຜູ້ພິພາກສາ ເນື່ອງຈາກບໍ່ພໍໃຈຄຳຕັດສິນ.

ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃຫ້ຮູ້ວ່າ: ເມື່ອວັນທີ 1 ມັງກອນ ທີ່ຜ່ານມາ, ໄດ້ເກີດເຫດການບໍ່ຄາດຄິດຂຶ້ນພາຍໃນສານຂອງລັດເນວາດາ, ສະຫະລັດອາເມຣິກາ ໃນການຕັດສິນຄະດີໜຶ່ງ ພາຍຫຼັງທີ່ຜູ້ຖືກຫາໄດ້ຍິນຄຳຕັດສິນຂອງຜູ້ພິພາກສາຕັດສິນໃຫ້ຕົນເອງຕ້ອງຈຳຄຸກ ໄດ້ເກີດຄວາມຫົວຮ້ອນ ແລະ ບໍ່ພໍໃຈຢ່າງຍິ່ງ ພາໃຫ້ຂາດສະຕິໂດດພຸ່ງເຂົ້າໄປທຳຮ້າຍຮ່າງກາຍຜູ້ພິພາກສາຄົນດັ່ງກ່າວທັນທີ.

ເມື່ອເກີດເຫດການດັ່ງກ່າວຂຶ້ນ ເຈົ້າໜ້າທີ່ປະຈຳສານກໍໄດ້ຮີບເຂົ້າໄປກັກຕົວຜູ້ຖືກຫາຄົນດັ່ງກ່າວອອກມາໄດ້ຢ່າງວ່ອງໄວ, ໂຊກດີທີ່ ຜູ້ພິພາກສາບໍ່ໄດ້ຮັບບາດເຈັບແຕ່ຢ່າງໃດ, ແຕ່ເຈົ້າໜ້າທີ່ທ່ານໜຶ່ງທີ່ເຂົ້າໄປຫ້າມໄດ້ຮັບບາດເຈັບ ຫົວແຕກ ແລະ ບ່າໄຫຼ່ຫຼຸດ.

ສ່ວນຜູ້ຖືກຫາກໍຕ້ອງຮັບຂໍ້ຫາໃໝ່ເພິ່ມອີກຫຼາຍຂໍ້ຫາໂດຍສະເພາະແມ່ນຂໍ້ຫາທຳຮ້າຍຮ່າງກາຍຜູ້ພິພາກສາ ແລະ ເຈົ້າໜ້າ ທີ່ຂອງສານ. ກ່ອນໜ້ານີ້ຜູ້ຖືກຫາຄົນດັ່ງກ່າວເຄີຍຖືກຈັບໃນຄະດີທຳຮ້າຍຮ່າງກາຍຄົນໃນຄອບຄົວມາແລ້ວຄັ້ງໜຶ່ງ, ສ່ວນການກໍ່ເຫດຄັ້ງຫຼ້າສຸດນີ້ຄາດການວ່າ: ເກີດຈາກຜູ້ຖືກຫາມີຄວາມບໍ່ພໍໃຈຕໍ່ກັບຄຳຕັດສິນຂອງຜູ້ພິພາກສາທີ່ຕັດສິນໃຫ້ຕົນຕ້ອງຖືກຈຳຄຸກອີກຄັ້ງ ເຮັດໃຫ້ຂາດການຄວບຄຸມອາລົມ ແລະ ໃຈຮ້າຍ ໂດດເຂົ້າໄປທຳຮ້າຍຮ່າງກາຍຜູ້ພິພາກສາຄົນດັ່ງກ່າວ.

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...