Homeຂ່າວຕ່າງປະເທດສຸດໂຫດ! ເດັກຊາຍອາຍຸ 17 ປີ ບຸກຍິງໂຮງຮຽນເກົ່າໃນມື້ເປີດເທີມ

ສຸດໂຫດ! ເດັກຊາຍອາຍຸ 17 ປີ ບຸກຍິງໂຮງຮຽນເກົ່າໃນມື້ເປີດເທີມ

Published on

ສຳນັກຂ່າວ AP ລາຍງານໃນວັນທີ 5 ມັງກອນ 2024 ນີ້ວ່າ: ເກີດເຫດການກາດຍິງກັນ ຢູ່ທີ່ໂຮງຮຽນ ເພີຣີ ຫາຍສະຄູ ພິນຊິເພິລ ແດນ ມາເບີເກີ ໃນເມືອງເພີຣີ ທາງຕາເວັນອອກຂອງລັດໄອໂອວາ ສະຫະລັດອາເມຣິກາ ໃນວັນພະຫັດ ທີ 4 ມັງກອນ 2024 ທີ່ຜ່ານມາ, ເຊິ່ງເປັນມື້ທຳອິດໃນການເປີດເທີມຮຽນໃນຊ່ວງລະດູໜາວ.

ຕາມການລາຍງານຂອງເຈົ້າໜ້າທີ່ລະບຸວ່າ: ຜູ້ກໍ່ເຫດຊື່ ທ້າວ ດີແລນ ບັດເລີ ອາຍຸ 17 ປີ, ທີ່ຫາກໍຈົບການສຶກສາຈາກໂຮງຮຽນດັ່ງກ່າວ ໃຊ້ອາວຸດປືນລູກຊອງ ແລະ ປືນສັ້ນໃນການກໍ່ເຫດ ເຮັດໃຫ້ມີຄົນເສຍຊີວິດຢ່າງໜ້ອຍ 1 ຄົນ, ເປັນນັກສຶກສາເກດ 6 ຫຼື ປະມານປະຖົມສຶກສາປີທີ 6 ແລະ ອີກ 5 ຄົນໄດ້ຮັບບາດເຈັບ ທາງດ້ານຕຳຫຼວດໄດ້ລາຍງານຕື່ມອີກວ່າ: ໄດ້ພົບສົບຄົນກໍ່ເຫດຈາກບາດແຜກະສຸນປືນ ຄາດວ່າເປັນການປິດຊີບຕົນເອງ.

ນອກຈາກນີ້ຍັງພົບອຸປະກອນລະເບີດ ເຊິ່ງເຈົ້າໜ້າທີ່ສາມາເກັບກູ້ໄດ້ເປັນທີ່ຮຽບຮ້ອຍແລ້ວ ສ່ວນສາເຫດຍັງຢູ່ໃນລະຫວ່າງການສອບສວນ ໂດຍຕຳຫຼວດກຳລັງກວດສອບຂໍ້ຄວາມຢູ່ໃນສື່ສັງຄົນອອນລາຍທີ່ຜູ້ກໍໍ່ເຫດໄດ້ໂພສໃນຊ່ວງເວລາກ່ອນກໍ່ເຫດກາດຍິງ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...