Homeຂ່າວຕ່າງປະເທດນຶກວ່າເປັນຂີ້ເຫຍື້ອ! ຫຼານນຳເອົາຄຳ ລາຄາຫຼາຍກວ່າ 1 ຕື້ກີບໄປຖິ້ມ

ນຶກວ່າເປັນຂີ້ເຫຍື້ອ! ຫຼານນຳເອົາຄຳ ລາຄາຫຼາຍກວ່າ 1 ຕື້ກີບໄປຖິ້ມ

Published on

ໃນວັນທີ 3 ມັງກອນ 2023 ສຳນັກຂ່າວໄທ ລາຍງານວ່າ: ເຈົ້າໜ້າທີ່ຕຳຫຼວດ ແຂວງລະຍອງ ປະເທດໄທ ໄດ້ຮັບແຈ້ງຄວາມຈາກ ນາງ ວັນດີ ອານໍຍຸ 60 ປີ ວ່າຊັບສິນທອງຄຳ ລາຄາ 2 ລ້ານບາດ ຫຼື ປະມານ 1.280.000.000 ກີບສູນຫາຍ ໂດຍເອົາໃສ່ກະເປົ໋າໄວ້ ແຕ່ຫຼານເຂົ້າໃຈຜິດຄິດວ່າເປັນຂີ້ເຫຍື້ອຈຶ່ງນຳເອົາໄປຖິ້ມຢູ່ຖັງຂີ້ເຫຍື້ອນອກບ້ານ.

ນາງ ວັນດີ ກ່າວວ່າ: ວັນທີ່ຄຳເສຍ ແມ່ນວັນທີ 1 ມັງກອນ 2023 ຜ່ານມາ, ຕົນເອງໄດ້ເອົາຄຳໃສ່ໄວ້ຖົງຢາງແລ້ວຫ້ອຍໄວ້ບໍລິເວນໃນເຮືອນ ເຊິ່ງພາຍໃນຖົງຢາງປະກອບມີ: ທອງຄຳແທ່ງ 6 ແທ່ງ, ສາຍຄໍຄຳ 6 ເສັ້ນ, ສາຍແຂນຄຳ 5 ເສັ້ນ, ພຣະລ່ຽມຄຳ 5 ອົງ, ແຫວນເພັດ 3 ວົງ, ແຫວນພອຍ 1 ວົງ, ຈີ້ເພັດ 1 ອັນ, ແຫວນຄຳ 8 ວົງ, ຕຸ້ມຫູຄຳ 1 ຄູ່, ຕຸ້ມຫູເພັດ 1 ຄູ່ ແລະ ປະລັກແຂນເພັດ 1 ວົງ ທີ່ໃສ່ຖົງດຳຊ້ອນກັນ ຫຼັງຈາກນັ້ນຫານຈຶ່ງເອົາອອກໄປຖິ້ມເພາະຄິດວ່າເປັນຂີ້ເຫຍື້ອ ຈາກນັ້ນໄດ້ມີຜູ້ຍິງຂັບລົດມາຄົ້ນຂີ້ເຫຍື້ອ ແລ້ວພົບຊັບສິນດັງກ່າວ ຈາກນັ້ນຈຶ່ງເກັບເອົາແລ້ວຂັບລົດອອກໄປ.

ຕໍ່ມາເຈົ້າໜ້າທີ່ຕຳຫຼວດຈຶ່ງໄດ້ສືບສວນຈຶ່ງໄດ້ຮູ້ບ້ານຂອງຜູ້ຍິງທີ່ໄດ້ເກັບຄຳໄປ, ຍິງຄົນດັ່ງກ່າວ ມີອາຍຸ 46 ປີ ເປັນຄົນເກັບຂອງເກົ່າ ໄດ້ບອກວ່າ: ຕົນເອງໄດ້ຂີ່ລົດເລາະເກັບຂີ້ເຫຍື້ອຕາມສະຖານຍທີ່ຕ່າງໆ ຈົນມາຮອດບ່ອນເກີດເຫດຕົນເອງເຫັນຄຳຢູ່ໃນຖັງຂີ້ເຫຍື້ອຈຶ່ງນຳກັບບ້ານ ເມື່ອມາຮອດບ້ານຈຶ່ງເອົາໃຫ້ຜົວຕົນເບິ່ງ ແຕ່ກໍພາກັນຫົວແລະເຊື່ອວ່າເປັນຂອງປອມ ຈົນເຈົ້າໜ້າທີ່ໄດ້ມາແຈ້ງວ່າເປັນຂອງແທ້ ແຕ່ຕຳຫຼວດບອກວ່າບໍ່ມີຄວາມຜິດເພາະບໍ່ໄດ້ລັກມາ ຫຼັງຈາກນັ້ນເຈົ້າໜ້າທີ່ ພ້ອມຄົນຊາຍຂອງເກົ່າຈຶ່ງນຳຄຳທັງໝົດສົ່ງຄືນເຈົ້າຂອງ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...