Homeຂ່າວຕ່າງປະເທດເດັກແລກເກີດທີ່ນຳ້ໜັກຫຼາຍທີ່ສຸດໃນໂລກ

ເດັກແລກເກີດທີ່ນຳ້ໜັກຫຼາຍທີ່ສຸດໃນໂລກ

Published on

ເດັກນ້ອຍແລກເກີດນຳ້ໜັກຫຼາຍເຖິງ 7 ກິໂລກຣາມ ທຳລາຍສະຖິຕິເດັກແລກເກີດ ທີ່ມີນຳ້ໜັກຫຼາຍທີ່ສຸດໃນໂລກ.

ອີງຕາມເວັບໄຊຕ່າງປະເທດລາຍງານວ່າ: ເມື່ອວັນທີ 28 ທັນວາ 2023 ທີ່ຜ່ານມາ ທີ່ໂຮງໝໍແຫ່ງໜຶ່ງໃນເມືອງຄູຣານີລາຮູ (Curanilahue) ປະເທດຊີລີ ມີແມ່ໃຫ້ກຳເນີດ ລູກນ້ອຍແລກເກີດທີ່ມີນຳ້ໜັກຫຼາຍເຖິງ 7 ກິໂລກຣາມ ເຊິ່ງຖືວ່າເປັນການທຳລາຍສະຖິຕິ ເດັກແລກເກີດທີ່ມີນຳ້ໜັກຫຼາຍທີ່ສຸດໃນໂລກ.

 

ໂຮງໝໍແຫ່ງດັ່ງກ່າວໄດ້ໃຫ້ສຳພາດວ່າ: ພາຍຫຼັງເດັກເກີດມາທາງທີມແພດໄດ້ທຳການປະເມີນສຸຂະພາບເບື້ອງຕົ້ນເຫັນວ່າເດັກມີພາວະຕົວໃຫຍ່ (Macrosomic) ສ່ຽງຕໍ່ການເກີດພາວະນຳ້ຕານໃນເລືອດຕໍ່າ, ພາວະຕົວເຫຼືອງທີ່ເກີດຈາກການມີສານບິລິຣູບີນຢູ່ໃນເລືອດ ຫຼາຍກວ່າປົກກະຕິ ແລະ ພະຍາດເລືອດຂຸ້ນ (Polycythemia). ດັ່ງນັ້ນ, ທີມແພດຈຶ່ງໄດ້ນຳສົ່ງຕົວເດັກໄປຮັກສາຢູ່ໂຮງໝໍອີກແຫ່ງໜຶ່ງ ເພື່ອຕິດຕາມອາການ. ປັດຈຸບັນ, ອາການຂອງເດັກຍັງຊົງຕົວ ແລະ ທີມແພດຍັງຄົງຕິດຕາມອາການຢ່າງໃກ້ຊິດ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...