Homeຂ່າວທ້ອງຖິ່ນກຽມຍົກລະດັບສະໜາມບິນໜອງຄ້າງໃຫ້ເປັນສະໜາມບິນສາກົນ

ກຽມຍົກລະດັບສະໜາມບິນໜອງຄ້າງໃຫ້ເປັນສະໜາມບິນສາກົນ

Published on

ອີງຕາມທ່ານ ດຣ ຄຳແພງ ໄຊສົມແພງ ເຈົ້າແຂວງແຂວງຫົວພັນ ໄດ້ກ່າວຕໍ່ກັບສື່ມວນຊົນໃນກອງປະຊຸມເມື່ອວັນທີ 26 ທັນວາ 2023 ທີ່ຜ່ານມາກ່ຽວກັບແຜນການຍົກລະດັບສະໜາມບິນໜອງຄ້າງມາເປັນສະໜາມບິນສາກົນເພື່ອເປັນການອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດທີ່ຈະເຂົ້າມາທ່ອງທ່ຽວໃນ ສປປລາວ ໂດຍສະເພາະ ແມ່ນແຂວງຫົວພັນໃຫ້ຫຼາຍຂື້ນ.

ທ່ານ ໄດ້ກ່າວຕື່ມອີກວ່າ: ລັດຖະບານໄດ້ເຫັນດີກ່ຽວກັບແຜນການຍົກລະດັບສະໜາມບິນໜອງຄ້າງມາເປັນສະໜາມບິນສາກົນເພາະເຫັນໄດ້ເຖິງຄວາມສຳຄັນຂອງການອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດທີ່ຈະເດີນທາງມາທ່ອງທ່ຽວສປປ ລາວ ໂດຍສະເພາະແຂວງຫົວພັນ,ເຊີ່ງຈະເປັນເປັນຜົນດີ ໃນການຊ່ວຍກະຕຸ້ນເສດຖະກິດການທ່ອງທ່ຽວໃນປີການທ່ອງທ່ຽວລາວ 2024 ນີ້, ສຳລັບແຜນການຍົກລະດັບສະໜາມບິນໜອງຄ້າງມາເປັນສະໜາມບິນສາກົນຈະໄດ້ມີການຂະຫຍາຍເນື້ອທີ່ຂອງເດີ່ນບິນອອກຕື່ມອີກ ເພື່ອຮອງຮັບເຮືອບິນຂະໜາດໃຫຍ່.

ນອກຈາກນີ້,ຍັງຈະມີກໍ່ສ້າງ ​ແລະ ຍົກ​ລະດັບ​ເສັ້ນທາງ​ພາຍໃນ​ແຂວງເຊັ່ນ:​ໂຮງແຮມ, ຮ້ານອາຫານ ​ແລະ ພື້ນຖານ​ໂຄງ​ລ່າງ​ອື່ນໆ ​ເພື່ອ​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ ແລະ ອຳນວຍຄວາມສະດວກ​ແກ່​ນັກ​ທ່ອງທ່ຽວອີກດ້ວຍ.

ສະໜາມບິນໜອງຄ້າງ ຕັ້ງຢູ່ບ້ານໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນ ໄດ້ເລີ່ມຕົ້ນກໍ່ສ້າງມາແຕ່ ປີ 2013 ເປັນຕົ້ນມາແລະ ເລີ່ມເປີດໃຫ້ບໍລິການຢ່າງເປັນທາງການໃນວັນທີ 15 ພຶດສະພາ 2023. ໂດຍກໍ່ສ້າງໃຫ້ໄດ້ຕາມມາດຕະຖານຄວາມປອດໄພຂອງກົມການບິນພົນລະເຮືອນ (MOS 2009) ແລະ ມາດຕະຖານສາກົນ (ICAO) ວາງອອກ ກໍ່ຄື: ສະໜາມບິນໃຫ້ໄດ້ຂະໜາດ 3C (Aerodrome Code 3C), ຊຶ່ງສາມາດຮອງຮັບເຮືອບິນຂະໜາດ 70-100 ບ່ອນນັ່ງ ເຊັ່ນ: ເຮືອບິນ ATR 72, Fokker 70, MA-60, Fokker -100 ຫລື ທຽບເທົ່າ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...