spot_img
Homeຄວາມງາມເທັກ​ນິກ​ແຕ່ງ​ໜ້າ ສຳລັບ​ສາວ​ແວ່ນ

ເທັກ​ນິກ​ແຕ່ງ​ໜ້າ ສຳລັບ​ສາວ​ແວ່ນ

Published on

191463

       ສາວໆ ຈຳນວນ​ບໍ່​ນ້ອຍມີ​ບັນຫາ​ໃນ​ເລື່ອງ​ສາຍ​ຕາ ບາງຄົນກໍ​ສາຍ​ຕາ​ສັ້ນ ບາງຄົນກໍ​ສາຍ​ຕາ​ຍາວ ແຕ່​ກໍ​ບໍ່​ສະ​ດວກ​ທີ່​ຈະ​ໃຊ້​ຄອນ​ແທກ​ເລນ ແຕ່​ກໍ​ຢາກ​ຈະ​ແຕ່ງ​ໜ້າ ແຕ່ງ​ດວງ​ຕາ​ຫລັງ​ແວ່ນ​ຕາ​ໃຫ້​ງາມ ໂດດ​ເດັ່ນ ບໍ່​ພ່າຍແພ້​ສາວ​ອື່ນໆ

  • ເລີ່ມ​ກັນ​ທີ່​ສາວ​ສາຍ​ຕາ​ສັ້ນ​ກ່ອນ ເລນ​ຂອງ​ແວ່ນ​ຕາ​ທີ່​ທ່ານ​ສວມ​ໃສ່ ຈະ​ເຮັດໃຫ້​ເບິ່ງ​ແລ້ວ​ຄື​ກັບ​ວ່າ​ຕາ​ຂອງ​ເຈົ້າ​ນ້ອຍ​ກວ່າ​ປົກກະຕິ ກໍລະນີ​ນີ້ ເຈົ້າ​ຄວນ​ຈະ​ປັດ​ມາດ​ຄາ​ລ່າ​ແຕ່ງ​ຂົນ​ຕາ​ໃຫ້​ໜາ​ຂຶ້ນ ເພື່ອ ຈະ​ໄດ້​ເບິ່ງ​ວ່າ​ດວງ​ຕາ​ມີ​ຂະໜາດ​ປົກກະຕິ ຖ້າ​ຕ້ອງ​ການ​ໃຊ້ ອາຍ​ແຊ​ໂດ ກໍ​ໃຫ້​ເລືອກ​ສີ​ສັນ​ສົດ​ໃສ​ແຕ່​ຄວນ​ປະສົມ​ສີ​ໃຫ້​ເຂົ້າ​ກັນ​ເສຍ​ກ່ອນ ການ​ຂຽນ​ເສັ້ນ​ຂອບ​ຕາ ຫລື ​ອາຍ​ໄລ​ເນີ ທີ່​ເປືອກ​ຕາ​ເທິງກໍ​ຈະ​ຊ່ວຍ​ໃຫ້​ເບິ່ງ​ດວງ​ຕາ​ໃຫຍ່ ​ແລະ ​ສົດ​ໃສ​ຂຶ້ນ
  • ສຳລັບ​ສາວ​ທີ່​ມີ​ບັນຫາ​ສາຍ​ຕາ​ຍາເວລາ​ສວມ​ແວ່ນຕາ​ແລ້ວ ຈະ​ເຮັດໃຫ້​ເບິ່ງເຫັນ​ວ່າ​ດວງ​ຕາ​ຂອງ​ເຈົ້າ​ໃຫຍ່​ກວ່າ​ປົກກະຕິ ເພາະ​ເລນ​ຂອງ​ແວ່ນຕາ​ໄປ​ຂະຫຍາຍ​ດວງ​ຕາ ຖ້າ​ວິທີ​ແຕ່ງ​ໜ້າ​ບໍ່​ຮຽບຮ້ອຍ ຈະ​ເຫັນ​ໄດ້​ຢ່າງ​ຊັດເຈນ ເຊັ່ນ ປັດ​ມາດ​ຄາ​ລ່າ​ແລ້ວ​ມີ​ເສດ​ຜົງ​ຕິດ ກໍ​ຈະ​ເຫັນ​ໄດ້​ແຈ້ງ​ຂຶ້ນ​ດັ່ງ​ນັ້ນ ເວລາ​ແຕ່ງ ຄວນ​ຈະ​ເລືອກ​ສີ​ອາຍ​ແຊ​ໂດ​ອ່ອນ ແລະ ​ທາ​ໃຫ້​ສະ​ໝ່ຳ​ສະເໝີ ຢ່າງ​ຖິ້ມ​ໃຫ້​ເຫັນ​ເສດ​ຝຸ່ນ ເສດ​ກ້ອນ​ໃຫ້​ເຫັນ

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...