Homeຂ່າວຕ່າງປະເທດຊາຍຫຼອນຢາຈັບປືນຈະຍິງເພື່ອນບ້ານ ແຕ່ຍິງບໍ່ອອກກ່ອນລັ່ນໃສ່ເອິກຕົວເອງຈົນເສຍຊີວິດ

ຊາຍຫຼອນຢາຈັບປືນຈະຍິງເພື່ອນບ້ານ ແຕ່ຍິງບໍ່ອອກກ່ອນລັ່ນໃສ່ເອິກຕົວເອງຈົນເສຍຊີວິດ

Published on

ຕາມສຳນັກຂ່າວໄທລາຍງານໃນວັນທີ 27 ທັນວາ 2023, ເຈົ້າໜ້າທີ່ໄດ້ຮັບແຈ້ງເຫດວ່າມີ ຜູ້ຊາຍຖືກຍິງເສຍຊີວິດ ທີ່ຫ້ອງເຊົ່າແຫ່ງໜຶ່ງ ຢູ່ແຂວງຊົນບຸລີ ປະເທດໄທ.

ຕາມການລາຍງານລະບຸວ່າ: ຜູ້ກໍ່ເຫດເປັນຜູ້ຊາຍ ອາຍຸ 31 ປີ ເປັນພໍ່ຄ້າຂາຍໝາກໄມ້ມີອາການຫຼອນຢາ ຈັບປືນມາຍິງພາຍໃນຫ້ອງເຊົ່າແລ້ວອ້າງວ່າຍິງຂ້າຜີກ່ອນທີ່ຈະເລັງປືນໄປໃສ່ເພື່ອນບ້ານ ແຕ່ໂຊກດີທີ່ປືນຕິດຂັດຍິງບໍ່ອອກ ກ່ອນຍ່າງເຂົ້າໄປຫ້ອງສຸດທ້າຍປືນລັ່ນເຂົ້າເອິກເສຍຊີວິດຄາທີ່ ຢູ່ບໍລິເວນໜ້າປະຕູຫ້ອງ.

ຈາກການສອບສວນຜູ້ດູແລຫ້ອງເຊົ່າກ່າວວ່າ: ກ່ອນເກີດເຫດຜູ້ຕາຍເກີດອາການຫຼອນ ຍິງປືນຂຶ້ນຟ້າ 3 ນັດ ແລ້ວຍ່າງໄປຖາມເພື່ອນບ້ານວ່າ: ໄດ້ລ້ຽງຜີໄວ້ບໍ? ເພາະຂ້າຕາຍໄປແລ້ວ 2 ໂຕ ກ່ອນຈະເລັງປືນໄປຍິງເພື່ອນບ້ານແຕ່ປືນຍິງບໍ່ອອກ ຈາກນັ້ນກໍຍ່າງເຂົ້າໄປຫ້ອງ ແລະ ໄດ້ຍິນສຽງປືນດັງຂຶ້ນ 1 ນັດກ່ອນພົບວ່າໃຊ້ປືນຍິງເຂົ້າໜ້າເອິກຕົນເອງເສຍຊີວິດໃນເວລາຕໍ່ມາ.

ທີ່ມາ: ຂ່າວສົດ

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ມຽນມາ ປະຈຳລາວ ເຂົ້າຢ້ຽມຂ່ຳນັບ

ໃນຕອນເຊົ້າວັນທີ 07 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ອ່ອງ ໂກ (Aung...

ສສຊ ສະເໜີໃຫ້ລັດຖະບານ ພັດທະນາບໍ່ແຮ່ ເນັ້ນໃຫ້ລັດ ແລະ ປະຊາຊົນ ໄດ້ຮັບຜົນປະໂຫຍດສູງສຸດ

ວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ...

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ ຂອງແຜນພັດທະນາ ເສດ ຖະກິດ-ສັງຄົມແຫ່ງຊາດ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳລາວ

ໃນຕອນແລງຂອງວັນທີ 05 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຫງວຽນ ມິ່ງ ເຕິມ,...