Homeຂ່າວການພັດທະນາລາວ ພັດທະນາໄວກ່ວາໝູ່ ໃນບັນດາປະເທດດ້ອຍພັດທະນາ ປີ 2020 ນີ້ ຫລຸດພົ້ນແນ່ນອນ!

ລາວ ພັດທະນາໄວກ່ວາໝູ່ ໃນບັນດາປະເທດດ້ອຍພັດທະນາ ປີ 2020 ນີ້ ຫລຸດພົ້ນແນ່ນອນ!

Published on

laos-MMAP-md

 

ໃນວັນທີ 8 ທັນວານີ້ ໂຄງການຮ່ວມມືລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກຸ່ມສະຫະປະຊາຊາດ ໄດ້ຈັດ

ພິທີຖະແຫລງຂ່າວລາຍງານການເຄື່ອນໄຫວຂອງປະເທດດ້ອຍພັດທະນາ ປະຈຳ ປີ 2014, ຂຶ້ນຢູ່ສະມາຄົມນັກຂ່າວ

ແຫ່ງປະເທດລາວ, ໂດຍການເຂົ້າຮ່ວມຂອງທ່ານ ແຟຣງ ໂກແຊງ ຜູ້ປະສານງານສາກົນ ຂອງໂຄງການດັ່ງກ່າວ.

 

ທ່ານ ແຟຣງ ໂກແຊງ ໄດ້ຖະແຫລງວ່າ: ປັດຈຸບັນໃນທົ່ວໂລກຍັງມີປະເທດດ້ອຍພັດທະນາທັງໝົດ 48 ປະເທດ, ໃນນັ້ນ

ຢູ່ທະວີບອາຟຣິກກາ ມີ 34 ປະເທດ, ທະວີອາຊີມີ 9 ປະເທດ ແລະ ທະວີບປາຊີຟິກ 5 ປະເທດ ແລະ ປະເທດລາວກໍເປັນ

ປະເທດໜຶ່ງທີ່ນອນຢູ່ໃນປະເທດເຫລົ່ານັ້ນ ແຕ່ວ່າປະເທດລາວ ເປັນປະເທດທີ່ມີການພັດທະນາໄວກວ່າໝູ່ໃນປະເທດ

ດ້ອຍພັດທະນາທັງໝົດ, ມັນສະແດງອອກທາງດ້ານພື້ນຖານໂຄງລ່າງ, ດ້ານເສດຖະກິດ-ສັງຄົມ, ໄດ້ຮັບການພັດທະນາ

ຢ່າງໄວວາ ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນ, ເສດຖະກິດມີການຂະຫຍາຍຕົວ 8%/ປີ, ປະຊາຊົນໄດ້ຮັບການສຶກສາ,

ຕາໜ່າງສາທາລະນະສຸກເຂົ້າເຖິງເຂດແຂວງໄດ້ຢ່າງທົ່ວເຖິງ, ຈາກການເອົາໃຈໃສ່ໃນການພັດທະນາຂອງລັດຖະບານ

ລາວ ໃນປັດຈຸບັນຄາດວ່າຈະສາມາດບັນລຸເປົ້າໝາຍໃນການອອກຈາກປະເທດດ້ອຍພັດທະນາໃນປີ 2020 ໄດ້ຢ່າງແນ່

ນອນ.

 

ແຫລ່ງຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...