spot_img
Homeຂ່າວຕ່າງປະເທດໄທພິຈາລະນາຮ່າງກົດໝາຍການແຕ່ງງານເທົ່າທຽມ

ໄທພິຈາລະນາຮ່າງກົດໝາຍການແຕ່ງງານເທົ່າທຽມ

Published on

ໄທມີມະຕິຮັບຫຼັກການຮ່າງກົດໝາຍການແຕ່ງງານເທົ່າທຽມກັນ 4 ສະບັບ ໃນວາລະທີ 1 ແລະ ກຽດຈັດຕັ້ງກຳມະທິການ ພິຈາລະນາໃນວາລະທີ 2.

ໃນວັນທີ 21 ທັນວາ 2023 ທີຜ່ານມານີ້​ ທີ່ສະພາຂອງປະເທດໄທ ໄດ້ມີວາລະພິຈາລະນະເລື່ອງດ່ວນຄື ແກ້ໄຂເພີ່ມເຕີມກ່ຽວກັບກົດໝາຍການແຕ່ງງານເທົ່າທຽມກັນ ໂດຍບັນຍາກາດໃນສະພາແຕ່ລະພັກ ລວມທັງຜູ້ສະເໜີຮ່າງກົດໝາຍພາກປະຊາຊົນ ກໍມີການແຕ່ງປະດັບປະດາບ່ອນນັ່ງໃຫ້ເປັນສັນຍະລັກສາຍຮຸ້ງ ຂອງກຸ່ມຜູ້ມີຄວາມຫຼາກຫຼາຍທາງເພດ LGBTQ+ ລະຫວ່າງການພິຈາລະນາຮ່າງກົດໝາຍອີກດ້ວຍ.

ຮ່າງກົດໝາຍທີ່ຈະຖືກນຳເຂົ້າພິຈາລະນາ ໃນສະພາທັງໝົດ 4 ຮ່າງ ປະກອບມີ: ຮ່າງຂອງຄະນະລັດຖະມົນຕີ, ພັກກ້າວໄກ, ພາກປະຊາຊົນ ແລະ ອີກຮ່າງຖືກນຳສະເໜີໂດຍ ທ່ານ ສັນເພັດ ບຸນຢາມະນີ ແລະ ຈາກພັກປະຊາທິປັດ ເຊິ່ງຍັງບໍ່ໄດ້ບັນຈຸໃນລະບຽບວາລະ ແຕ່ນຳມາພິຈາລະນາໃນວາລະທີ 1 ດ້ວຍ.

ຮ່າງກົດໝາຍການແຕ່ງງານເທົ່າທຽມກັນ ຖືກນຳມາພິຈາລະນາໃນຮອບນີ້ ມີຫຼັກການດຽວກັນຄື ການຂະຫຍາຍສິດການແຕ່ງການໃຫ້ກວມເອົາບຸກຄົນໃນທຸກເພດ ໂດຍຈະແກ້ໄຂກົດໝາຍເກົ່າ ທີ່ອະນຸຍາດໃຫ້ສະເພາະເພດຊາຍ ແລະ ເພດຍິງ ຈົດທະບຽນການແຕ່ງດອງ.

ກົດໝາຍທີ່ໄທໃຊ້ໃນປັດຈຸບັນແມ່ນ ການແຕ່ງດອງຈະເຮັດໄດ້ເມື່ອຊາຍ ແລະ ຍິງ ມີອາຍຸສິບເຈັດປີສົມບູບແລ້ວ ແຕ່ໃນກໍລະນີມີເຫດອັນສົມຄວນ ສານອາດອະນຸຍາດໃຫ້ແຕ່ງກອງກ່ອນນັ້ນໄດ້.

ທັ້ງນີ້ ຮ່າງກົດໝາຍແຕ່ງງານເທົ່າທຽມ ເປັນການແກ້ໄຂເພີ່ມເຕີມ ເຊິ່ງບໍ່ແມ່ນການອອກກົດໝາຍໃໝ່ ຈຶ່ງບໍ່ໃຫ້ກະທົບກັບຈັງຫວັດຊາຍແດນໃຕ້ ທີ່ໃຊ້ກົດໝາຍອິດສະລາມ.

ໃນໂອກາດນີ້ ກໍມີການອະທິບາຍເພີ່ມເລື່ອງການແກ້ໄຂກົດໝາຍວ່າດ້ວຍການແຕ່ງງານເທົ່າທຽມ ເຊັ່ນ ສິດໃນການຈັດການຊັບສິນຂອງຄູ່ຮັກທີ່ມີຄວາມຫຼາກຫຼາຍທາງເພດ, ສະຫວັດດີການຄູ່ສົມຣົດ, ສິດການຕັດສິນໃຈໃນການຮັກສາໃນໂຮງໝໍ ເປັນຕົ້ນ.

ຢ່າງໃດກໍຕາມ ຮ່າງກົດໝາຍສະບັບນີ້ ຍັງຕ້ອງຜ່ານວາລະອີກ 2-3 ວາລະ ຈຶ່ງຈະປະກາດເປັນກົດໝາຍໄດ້.

ທີ່ມາ BBC

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...