spot_img
Homeຂ່າວພະຍາກອນອາກາດແຈ້ງເຕືອນສະພາບອາກາດໜາວເຢັນ ແລະ ລົມພັດແຮງ ໃນໄລະຍະວັນທີ 22 ຫາ 25 ທັນວາ 2023

ແຈ້ງເຕືອນສະພາບອາກາດໜາວເຢັນ ແລະ ລົມພັດແຮງ ໃນໄລະຍະວັນທີ 22 ຫາ 25 ທັນວາ 2023

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດແຈ້ງເຕືອນສະພາບ ໃນວັນທີ 22 ທັນວາ 2023 ນີ້ວ່າ: ເນື່ອງຈາກມວນອາກາດໜາວເຢັນຈາກປະເທດຈີນຈະມີກໍາລັງແຮງເພີ່ມຂຶ້ນ ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອທີ່ມີກໍາລັງແຮງພັດປົກຄຸມ, ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດເຢັນລົງ 3 ຫາ 5 ອົງສາ ຢູ່ໃນແຕ່ລະພາກ ແລະ ຈະເຮັດໃຫ້ສະພາບອາກາດ ໜາວເຢັນຢູ່ທົ່ວໄປ ແລະ ຈະໜາວເຢັນຫຼາຍຢູ່ແຂວງພາກເໜືອ ລົງຫາ ພາກກາງ ແລະ ເຂດພູພຽງບໍລະເວນ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ໃນໄລຍະວັນທີ 22 ຫາ 25 ທັນວາ 2023 ນີ້.

ພາກເໜືອ ອາກາດຈະໜາວເຢັນ ຫາ ໜາວເຢັນຫຼາຍ ຢູ່ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ ແລະ ໄຊຍະບູລີ.

ພາກກາງ ອາກາດຈະໜາວເຢັນ ຫາ ຫນາວເຢັນຫຼາຍ ພ້ອມຈະມີລົມພັດແຮງ ໂດຍສະເພາະຢູ່ແຂວງ ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ.

ນະຄອນຫຼວງວຽງຈັນ ອາກາດຈະໜາວເຢັນ ຫາ ໜາວເຢັນຫຼາຍ ພ້ອມຈະມີລົມພັດແຮງຢູ່ບາງບໍລິເວນ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອໍານາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບການປ່ຽນແປງຂອງອຸນຫະພູມອາກາດໜາວເຢັນດັ່ງກ່າວ ໂດຍສະເພາະຢູ່ເຂດພູສູງ, ພູດອຍ ແລະ ຮ່ອມພູ ເຊັ່ນ: ບັນດາແຂວງພາກເໜືອ, ແຂວງໄຊສົມບູນ, ພາກກາງ ແລະ ເຂດພູພຽງບໍລະເວນ ຈະໜາວເຢັນຫຼາຍ. ຊຶ່ງອາດຈະມີຜົນກະທົບຕໍ່ສຸຂະພາບ ຂໍໃຫ້ຮັກສາສຸຂະພາບນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເຫນີ, ພ້ອມທັງໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ.

ຈາກການພະຍາກອນອາກາດປະຈຳວັນທີ 22 ທັນວາ 2023 ຕົວເມືອງທີ່ໜາວທີ່ສຸດ ມີອຸນຫະພູມຢູ່ທີ່ 3-4 ອົງສາ ໂດຍມີເມືອງ ຜົ້ງສາລີ, ວຽງໄຊ, ຊຳເໜືອ ແລະ ຊຽງຂວາງ, ເມື່ອມີການແຈ້ງເຕືອນອຸນຫະພູມຫຼຸດລົງຕື່ມ 3-5 ອົງສາ ອາດເຮັດໃຫ້ຕົວເມືອງເຫຼົ່າອຸນຫະພູມຫຼຸດລົງອາດເຖິງ 0 ອົງສາ.

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...