Homeຂ່າວພາຍ​ໃນທົ່ວ​ປະ​ເທດ ​ເກັບ​ກ່ຽວ​ເຂົ້ານາປີ ​ສຳ​ເລັດ​ແລ້ວຫລາຍ​ກວ່າ 98%

ທົ່ວ​ປະ​ເທດ ​ເກັບ​ກ່ຽວ​ເຂົ້ານາປີ ​ສຳ​ເລັດ​ແລ້ວຫລາຍ​ກວ່າ 98%

Published on

finished

 

ກະຊວງ​ກະສິກຳ ​ແລະ ປ່າ​ໄມ້​ ​ໃຫ້​ຮູ້​ວ່າ ມາ​ຮອດ​ຕົ້ນເດືອນທັນວາ​ນີ້ ທົ່ວ​ປະ​ເທດ​ສາມາດເກັບ​ກ່ຽວ​ມ້ຽນ​ມັດ​ເຂົ້ານາປີ​ແລ້ວ​

ຫລາຍ​ກວ່າ 98% ຂອງ​ເນື້ອທີ່​ 772.600 ​ເຮັກຕາ, ​ໃນ​ນັ້ນພາກ​ເໜືອ​ປະຕິບັດ​ໄດ້​ຫລາຍ​ກວ່າ 97 ພັນ​ເຮັກຕາ ເທົ່າກັບ 92%

ຂອງເນື້ອທີ່ແຜນການ, ພາກ​ກາງ​ປະຕິບັດ​ໄດ້​ຫລາຍ​ກວ່າ 418 ພັນ​ເຮັກຕາ ເທົ່າກັບ 99%, ພາກ​ໃຕ້​ປະຕິບັດ​ໄດ້​ຫລາຍ​ກວ່າ

207 ພັນເຮັກຕາ ເທົ່າກັບ 98% ຄາດ​ວ່າການ​ເກັບ​ກ່ຽວ​ຈະ​ສຳ​ເລັດ​ໃນ​ທ້າຍອາທິດນີ້.

 

ຜູ້ລາຍງານໃຫ້ຮູ້ອີກວ່າ ການເກັບກ່ຽວເຂົ້າປີນີ້ ​ເມື່ອ​ທຽບ​ໃສ່​ປີຜ່ານມາ​ແລ້ວ​ເຫັນ​ວ່າມີຂະ​ບວນກາ​ນ​ດີຂື້ນ, ສຳລັບ​ການ​ເກັບ​

ກ່ຽວ​ເຂົ້າຢູ່​ເຂດ​ເນີນ​ສູງ​ ມາ​ຮອດ​ປັດຈຸບັນ​​ໄດ້​ສຳ​ເລັດ​ແລ້ວ 100%, ສ່ວນຂະບວນການ​ປູກ​ພືດອື່ນໆສາມາດປະຕິບັດໄດ້ແລ້ວ

ໃນ​ເນື້ອທີ່​ຫຼາຍກວ່າ 450.000 ກວ່າ​ເຮັກຕາ ​ເທົ່າ​ກັບ 72% ຂອງ​ເນື້ອທີ່​ແຜນການ, ສຳລັບພຶດອາຍຸສັ້ນປູກໄດ້ຫຼາຍຮອບວຽນ

ກໍມີການເກັບກ່ຽວສົ່ງຂາຍໃຫ້ຕະຫຼາດພາຍໃນ ແລະ ທ້ອງຖິ່ນໄດ້ເປັນຢ່າງດີ​, ສຳລັບ​ຂະ​ແໜງ​ກະສິກຳ ​ແລະ ປ່າ​ໄມ້ ຈະ​ໄດ້​ສືບ

ຕໍ່​​ສົມທົບ​ກັບ​ທ້ອງ​ຖິ່ນ​ ສັງ​ລວມ​ແຜນການ ​ແລະ ຊຸກຍູ້ການ​ຜະລິດ​ເຂົ້ານາ​ແຊງ ​ແລະ ພືດ​ລະດູ​ແລ້ງສົກ​ປີ 2014-2015 ​ໃຫ້​ໄດ້

​ຕາມ​ຄາດໝາຍ​ທີ່​ວາງ​ໄວ້​ໂດຍ​ເນັ້ນ​ໃສ່​ປັດ​ໄຈ​ທີ່​ກ່ຽວຂ້ອງ​ເຊັ່ນ: ນ້ຳ, ຝຸ່ນປຸ໋ຍ, ​ແນວ​ພັນ ​ແລະ ອື່ນໆໃຫ້ຮັບປະກັນ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...