Homeຂ່າວທ້ອງຖິ່ນພິທີມອບ-ຮັບໂຄງການເສັ້ນທາງໄກສອນພົມວິຫານ

ພິທີມອບ-ຮັບໂຄງການເສັ້ນທາງໄກສອນພົມວິຫານ

Published on

ວັນທີ 13 ທັນວາ 2023 ໄດ້ມີພິທີມອບ-ຮັບໂຄງການເສັ້ນທາງໄກສອນພົມວິຫານ ຊຶ່ງໄດ້ຈັດຂຶ້ນຢູ່ທີ່ເມືອງວິລະບູລີ ແຂວງ ສະຫວັນນະເຂດ. ໂຄງການດັ່ງກ່າວແມ່ນແນໃສ່ປັບປຸງເສັ້ນທາງ B1 ເລີ່ມຈາກອະນຸສາວະລີປະທານ ໄກສອນ ພົມວິຫານ ຫາ ສີ່ແຍກ, ທາງເສັ້ນນີ້ແມ່ນຢູ່ຕໍ່ໜ້າ ຫ້ອງວ່າການປົກຄອງ ເມືອງວິລະບູລີ ໄດ້ປັບປຸງ-ກໍ່ສ້າງສໍາເລັດ ແລະ ປ່ຽນຊື່ມາເປັນຖະໜົນໄກສອນພົມວິຫານ, ເສັ້ນທາງດັ່ງກ່າວ ມີຄວາມຍາວ 382 ແມັດ, ກວ້າງ 7 ແມັດ.

[metaslider id=”150302″]

ໂຄງການນີ້ແມ່ນຮັບເໝົາກໍ່ສ້າງໂດຍບໍລິສັດລາວມຸງຄຸນກໍ່ສ້າງຂົວ-ທາງຈຳກັດ, ມູນຄ່າການກໍ່ສ້າງເສັ້ນທາງທັງໝົດຂອງໂຄງການນີ້ແມ່ນ 142.487 ໂດ ລາສະຫະລັດ ຫຼື ເທົ່າກັບ 3 ຕື້ 134 ລ້ານກວ່າກີບ ໂດຍໄດ້ຮັບການສະໜັບສະໜູນຈາກກອງທຶນພັດທະ ນາທ້ອງຖິ່ນ (TF) ຂອງບໍລິສັດລ້ານຊ້າງມີເນໂຣນສ໌ຈໍາກັດ (ລຊມລ).

ເຂົ້າຮ່ວມພິທີມອບ-ຮັບ ໂຄງການໃນຄັ້ງນີ້ມີບັນດາການນໍາຈາກສູນກາງ, ແຂວງສະຫວັນນະເຂດ ແລະ ເມືອງວິລະບູລີ ພ້ອມນີ້ເປັນກຽດເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ອະດີດເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະຈາກສູນກາງ, ທ່ານ ປອ ແສນສັກ ສຸລິສັກ ຮອງເຈົ້າແຂວງສະຫວັນ ນະເຂດ, ທ່ານ ວາລິຍະ ສີຈັນທອງທິບ ເຈົ້າເມືອງວິລະບູລີ, ທ່ານ ໄພມະນີ ວົງໄຊຄຳ ຮອງເຈົ້າເມືອງ, ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນເມືອງ, ທ່ານ ສະໝານ ອະເນກາ ຜູ້ອໍານວຍການໃຫຍ່ ແລະຮອງຜູ້ຈັດການໃຫຍ່ ບໍລິສັດ ລຊມລ ພ້ອມດ້ວຍພະນັກງານວິຊາການຈາກບໍລິສັດ, ຜູ້ຕາງໜ້າຈາກພາກລັດທີ່ກ່ຽວຂ້ອງ, ບໍລິສັດຜູ້ຮັບເໝົາ, ມີອຳນາດການປົກຄອງບ້ານ ແລະປະຊາຊົນພາຍໃນເມືອງເຂົ້າຮ່ວມ.

ແຫຼ່ງຂ່າວ ສະຫວັນພັດທະນາ ຂ່າວ

ບົດຄວາມຫຼ້າສຸດ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...