Homeຂ່າວທ້ອງຖິ່ນສໍາປະທານເນື້ອທີ່ດິນຈໍານວນ 150 ເຮັກຕາ ເພື່ອປູກປ່າໄມ້ພໍໂລເນຍທີ່ແຂວງຄຳມ່ວນ

ສໍາປະທານເນື້ອທີ່ດິນຈໍານວນ 150 ເຮັກຕາ ເພື່ອປູກປ່າໄມ້ພໍໂລເນຍທີ່ແຂວງຄຳມ່ວນ

Published on

ບໍລິສັດ ພັດທະນາເສດຖະກິດສີຂຽວ ຫວຽດ-ລາວ ຈຳກັດ ເຊັນສັນຍາກ່ຽວກັບການສໍາປະທານເນື້ອທີ່ດິນຈໍານວນ 150 ເຮັກຕາ ເພື່ອປູກປ່າ (ປູກໄມ້ພໍໂລເນຍ) ພັດທະນາເສດຖະກິດສີຂຽວແບບຍືນຍົງ ຕິດພັນກັບການສ້າງສູນເຕັກນິກ ແລະ ພັດທະນາການທ່ອງທ່ຽວທາງກະສິກຳ ຢູ່ເຂດບ້ານນາແສ ເມືອງມະຫາໄຊ ແຂວງຄຳມ່ວນ ໃນວັນທີ 19 ທັນວາ 2023 ທີ່ຂະແໜງສົ່ງເສີມການລົງທຶນ ພະແນກແຜນການ ແລະ ການລົງທຶນແຂວງຄຳມ່ວນ.

[metaslider id=”150288″]

ບໍລິສັດດັ່ງກ່າວໄດ້ຮັບການອະນຸຍາດສຳປະທານຈາກອົງການປົກຄອງແຂວງຄຳມ່ວນ ໃນເນື້ອທີ່ດິນຈຳນວນ 150 ເຮັກຕາ ຢູ່ເຂດບ້ານນາແສ ເມືອງມະຫາໄຊ ເພື່ອປູກປ່າ (ປູກໄມ້ພໍໂລເນຍ) ເປັນປະເພດໄມ້ທີ່ໃຫຍ່ໄວ ເຊິ່ງໃນເນື້ອທີ່ດັ່ງກ່າວຈະປະກອບມີ ສູນເພາະຊຳ ແລະ ສວນສາທິດປູກໄມ້ ເພື່ອພັດທະນາເສດຖະກິດສີຂຽວແບບຍືນຍົງ ຕິດພັນກັບການສ້າງສູນເຕັກນິກ ແລະ ພັດທະນາການທ່ອງທ່ຽວທາງກະສິກຳ ແລະ ເພື່ອເປັນຕົວແບບໃຫ້ແກ່ການຂະຫຍາຍໂຄງການໄປຍັງບ້ານ ແລະ ເມືອງອື່ນໆຕໍ່ໄປ ໂດຍສະເພາະການສົ່ງເສີມການປູກໄມ້ໃນພາກປະຊາຊົນ ໃນຮູບແບບ 2+3 ຄື: ປະຊາຊົນມີດິນ ແລະ ແຮງງານ ສ່ວນບໍລິສັດມີທຶນ, ເຕັກໂນໂລຊີ ແລະ ການຕະຫຼາດ.

ພາຍຫຼັງເຊັນສັນຍາ ແມ່ນຈະໄດ້ເລີ່ມດຳເນີນກິດຈະການ ໂດຍໃຫ້ສອດຄ່ອງກັບເປົ້າໝາຍຂອງການຈັດຕັ້ງປະຕິບັດວຽກງານຂອງໂຄງການ ໃນນີ້, ຈະໄດ້ແບ່ງອອກເປັນ 4 ໄລຍະຄື: ໄລຍະທີ 1 ແມ່ນດຳເນີນການບຸກເບີກ ເນື້ອທີ່ດິນ ເພື່ອພັດທະນາພື້ນຖານໂຄງລ່າງ ແລະ ແບ່ງດິນສຳປະທານອອກເປັນແຕ່ລະເຂດໂຄງການ, ໄລຍະທີ 2 ແມ່ນກໍ່ສ້າງຫ້ອງການບໍລິຫານ ແລະ ພື້ນຖານໂຄງລ່າງອື່ນໆ, ໄລຍະ 3 ດຳເນີນການພັດທະນາໂຄງການ ແລະ ໄລຍະທີ 4 ແມ່ນກໍ່ສ້າງບັນດາກິດຈະການອຳນວຍຄວາມສະດວກອື່ນໆ ພ້ອມດໍາເນີນການຜະລິດ ແລະ ສ້າງຜົນຜະລິດ ເພື່ອຈໍາໜ່າຍ ໂດຍແມ່ນການລົງທຶນຂອງເອກະຊົນຕ່າງປະເທດ 100% ໃນມູນຄ່າການລົງທຶນທັງໝົດ 115,6 ຕື້ກວ່າກີບ, ມີໄລຍະການສຳປະທານ 30 ປີ ເຊິ່ງສາມາດຕໍ່ໄດ້ຕາມລະບຽບກົດໝາຍ ແລະ ໃນທຸກໆ 5 ປີ ທັງສອງຝ່າຍຈະຕ້ອງມີການທົບທວນສັນຍາຮ່ວມກັນ.

ແຫຼ່ງຂ່າວ Khammouane News

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...