spot_img
Homeຂ່າວພາຍ​ໃນດ່ານສາກົນວັງເຕົ່າຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2021-2023

ດ່ານສາກົນວັງເຕົ່າຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2021-2023

Published on

ດ່ານສາກົນວັງເຕົ່າ ແຂວງຈໍາປາສັກ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2021-2023 ແລະ ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນແມ່ນການສະກັດກັ້ນບໍ່ໃຫ້ຄົນບໍ່ດີລັກລອບລອບຂົນສົ່ງຢາເສບຕິດເຂົ້າມາຜ່ານດ່ານ.

ທ່ານ ພັທ ດໍາລົງ ບຸດສາຄອນ ຫົວໜ້າຕໍາຫຼວດກວດຄົນເຂົ້າ-ອອກເມືອງ ດ່ານສາກົນວັງເຕົ່າ ແຂວງ ຈໍາປາສັກ ໄດ້ໃຫ້ສໍາພາດຕໍ່ນັກຂ່າວກົມສື່ມວນຊົນ ປກສ ວ່າ: ດ່ານສາກົນວັງເຕົ່າ ເປັນໜຶ່ງໃນ 31 ດ່ານຊາຍແດນສາກົນ ຂອງປະເທດລາວ, ຕັ້ງຢູ່ແຂວງຈໍາປາສັກ ມີພື້ນທີ່ຕິດຈອດທາງບົກກັບດ່ານພົມແດນຖາວອນຊ່ອງເມັກ ແຂວງ ອຸບົນລາດຊະທານີ ຣາຊະອານາຈັກໄທ.

ນັບແຕ່ປີ 2021-2023 ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ປະຈໍາດ່ານສາກົນວັງເຕົ່າ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປະຕິບັດບັນດາໜ້າວຽກຈຸດສຸມຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນນີ້ໄດ້ສົມທົບກັບກໍາລັງວິຊາສະເພາະ ກອງບັນຊາການ ປກສ ແຂວງ, ທະຫານຊາຍແດ່ນ, ປກສ ເມືອງ, ບັນດາອໍານາດການປົກຄອງບ້ານຢູ່ບໍລິເວນຊາຍແດນ ແລະ ພາກສ່ວນທີ່ກ່ຽວຂ້ອງ ໂດຍໄດ້ມີການແບ່ງຄວາມຮັບຜິດຊອບປະຈໍາການ ອອກກວດກາລາດຕະເວນໃນຂອບເຂດຄວາມຮັບຜິດຊອບເປັນປົກກະຕິ, ຂື້ນບັນຊີບັນດາເປົ້າໝາຍຕ່າງໆ ທີ່ມີການເຄື່ອນໄຫວແຕະຕ້ອງເຖິງຄວາມບໍ່ສະຫງົບຢູ່ບໍລິເວນດ່ານຊາຍແດນ ເປັນຕົ້ນ: ເປົ້າໝາຍຢາເສບຕິດ, ຄ້າຂາຍເຖື່ອນ ແລະ ການລັກລອບເຂົ້າ-ອອກເມືອງ ທີ່ຜິດກົດໝາຍ, ຜ່ານການປະຕິບັດໜ້າທີ່ສາມາດກັກຕົວຜູ້ຖືກຫາທີ່ມີການລັກລອບຂົນສົ່ງຢາເສບຕິດໄດ້ 6 ຄົນ, ຍຶດຂອງກາງຢາບ້າ 623 ເມັດ, ໃບກະທອມ 46 ກິໂລກຼາມ, ພ້ອມນີ້ຍັງໄດ້ສະກັດກັ້ນບຸກຄົນທີ່ລັກລອບເຂົ້າເມືອງ ຈໍານວນ 11.760 ຄົນ, ຍິງ 5.584 ຄົນ ໂດຍໄດ້ເກັບກໍາຂໍ້ມູນ ແລະ ສົ່ງກັບບ້ານທັງໝົດ, ກັກຕົວຜູ້ລັກລອບເອົາຄົນເຂົ້າຂ້າມແດນໃນຂໍ້ຫາການຄ້າມະນຸດໄດ້ 18 ຄົນ, ຍິງ 5 ຄົນ, ກັກຕົວເປົ້າໝາຍນໍາເຂົ້າລົດບໍ່ຖືກຕ້ອງຈໍານວນ 5 ຄົນ, ຍິງ 1 ຄົນ, ໄດ້ມອບ-ສົ່ງ ຕົວຜູ້ຖືກຫາ ໃຫ້ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ປະເທດໄທ 35 ຄົນ, ຍິງ 08 ຄົນ.

ແຫຼ່ງຂ່າວ ຄວາມສະຫງົບ Lao Security News

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...