Homeຂ່າວທ້ອງຖິ່ນກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ທຳລາຍຕົ້ນກະທ້ອມ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ທຳລາຍຕົ້ນກະທ້ອມ

Published on

ຕາມການລາຍງານຂອງເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 11 ທັນວາ ປີ 2023 ຜ່ານມາ, ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງ ບາຈຽງຈະເລີນສຸກ ໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ມີປະຊາຊົນປູກຕົ້ນກະທ້ອມ ຢູ່ເຂດບ້ານທີ 10 ເມືອງ ບາຈຽງຈະເລີນສຸກ ແຂວງຈຳປາສັກ.

ຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະຈຶ່ງໄດ້ສົມທົບກັບເຈົ້າໜ້າທີ່ ປກສ ກຸ່ມ 03 ລົງກວດກາສະຖານທີ່ດັ່ງກ່າວຈຶ່ງໄດ້ພົບເຫັນ ຕົ້ນກະທ້ອມຈຳນວນ 35 ຕົ້ນ ແລະ ເບ້ຍຕົ້ນກະທ້ອມຈຳນວນ 06 ເບ້ຍ ເຊິ່ງເປັນຂອງ ທ້າວ ອົ້ນ ແພງຖິ່ນ ອາຍຸ 28 ປີ ຊາວສວນ ບ້ານ ໂນນຫີນ ເມືອງ ໂພນທອງ ແຂວງ ຈຳປາສັກ ປະຈຸບັນຜູ້ກ່ຽວພັກເຊົາຢູ່ບ້ານທີ 10 ເມືອງ ບາຈຽງຈະເລີນສຸກ ແຂວງ ຈຳປາສັກ, ຕົກມາຮອດວັນທີ 14 ທັນວາ ປີ 2023 ກອງບັນຊາການ ປກສ ເມືອງ ບາຈຽງຈະເລີນສຸກ ນຳໂດຍທ່ານ ພັທ ສີພູມ ທອງສະໝຸດ ຫົວໜ້າກອງບັນຊາການ ປກສ ເມືອງພ້ອມຄະນະ,ມີກຳລັງວິຊາສະເພາະຂອງ ປກສ ເມືອງ, ກຳລັງກໍ່ສ້າງຮາກຖານຂອງແຂວງ, ສົມທົບກັບອໍານາດການປົກຄອງບ້ານ ລົງເຄື່ອນໄຫວທຳລາຍຕົ້ນກະທ້ອມຢູ່ຈຸດດັ່ງກ່າວ ພ້ອມທັງເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນ ທ້າວອົ້ນ ແພງຖິ່ນ ບໍ່ໃຫ້ຜູ້ກ່ຽວເຄື່ອນໄຫວກະທຳຄືເກົ່າອີກຖ້າຫາກຜູ້ກ່ຽວບໍ່ປ່ຽນແປງເຈົ້າໜ້າທີ່ຈະໄດ້ດຳເນີນການຕາມລະບຽບກົດໝາຍ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...