Homeຂ່າວຕ່າງປະເທດຊາຍຊາວຈີນພິການ! ແຕ່ລວຍນ້ຳໃຈ ເກັບຕຸກນ້ຳຂາຍ ບໍລິຈາກຊ່ວຍເຫຼືອນັກຮຽນ

ຊາຍຊາວຈີນພິການ! ແຕ່ລວຍນ້ຳໃຈ ເກັບຕຸກນ້ຳຂາຍ ບໍລິຈາກຊ່ວຍເຫຼືອນັກຮຽນ

Published on

ໃນຊ່ວງອາທິດທີ່ຜ່ານມາ ສື່ສັງຄົມອອນລາຍໃນຈີນໄດ້ແບ່ງປັນເລື່ອງລາວຂອງຊາຍຜູ້ໜຶ່ງ ທີ່ເປັນພິການ ແລະ ບໍ່ໄດ້ລວຍ ແຕ່ເຂົາມີນ້ຳໃຈສຸດໆ ຊາຍຄົນດັ່ງກ່າວມີຊື່ວ່າ: ທ້າວ ຫູເລີ່ຍ ເຂົາໄດ້ບໍລິຈາກເງິນຊ່ວຍເຫຼືອນັກຮຽນເປັນເວລາດົນນານກວ່າ 15 ປີ ລວມເປັນເງິນ 1 ລ້ານຢວນ ຫຼື ປະມານ 3 ຕື້ກວ່າກີບນອກຈາກນີ້ຍັງຊື້ກະເປົ໋ານັກຮຽນກວ່າ 20,000 ໜ່ວຍ ເຊິ່ງເງິນເຫຼ່ານີ້ເປັນລາຍໄດ້ຈາກການເກັບກະຕຸກນ້ຳຕາມຫົນທາງຂາຍ.

ຕາມການລາຍງານ ທ້າວ ຫູເລີ່ຍ ເປັນໂຣກໂປລີໂອ ຕັ້ງແຕ່ຍັງນ້ອຍ ຈຶ່ງຕ້ອງໃຊ້ຫົວເຂົ່າໃນການຍ່າງ ເຂົາຖືກລ້ຽງດູໂດຍປູ່-ຍ່າ ເນື່ອງຈາກພໍ່ເສຍຊີວິດຈາກອຸບັດຕິເຫດ ສ່ວນແມ່ຂອງເຂົາກໍແຕ່ງງານໃໝ່ຫຼັງຈາກທີ່ເປັນຮ້າງ.

ທ້າວ ຫູເລີ່ຍເຂົ້າໃຈວ່າຕົນເອງນັ້ນບໍຢາກເປັນພາລະຂອງສັງຄົມຕັ້ງແຕ່ອາຍຸຍັງນ້ອຍ ຈຶ່ງເລີ່ມຫາທາງຊ່ວຍເຫຼືອຕົນເອງດ້ວຍການເກັບຕຸກນ້ຳຂາຍ ຫຼັງຈາກນັ້ນກໍຍຶດເປັນອາຊີບສາມາດຂາຍໄດ້ເງິນມື້ລະເກືອບແສນກີບ ແລະ ເລີ່ນເປັນທີ່ຮູ້ຈັກຂອງຄົນແຖວນັ້ນ ເພາະຄວາມພະຍາຍາມສູ້ຊີວິດຂອງຕົນເອງ.

ເນື່ອງຈາກໄດ້ຮັບການຊ່ວຍເຫຼືອຈາກຜູ້ອື່ນຕະຫຼອດ ທ້າວ ຫູເລີ່ຍ ຈຶ່ງຢາກຕອບແທນສັງຄົມດ້ວຍກັານເຮັດຄວາມດີ ເຂົາບໍລີຈາກເງິນຊ່ວຍອົງການກຸສົນຫຼາຍແຫ່ງ ຍົກຕົວຍ່າງໃນວັນທີ 14 ເມສາ 2010 ຜ່ານມາ, ເກີດເຫດແຜ່ນດິນໄຫວທີ່ເມືອງຊິງໄຫ່ ເຂົາໄດ້ບໍລິຈາກເງິນ 100 ຢວນ ຫຼື ປະມານ 300,000 ກີບ ໃນທັນທີ ເຖິງວ່າມັນຈະເປັນເງິນຈຳນວນທີ່ບໍ່ຫຼາຍແຕ່ສຳລັບເຂົາ ຕ້ອງແລກມາດ້ວຍຄວາມພະຍາຍາມໃນການຊອກໃນຖັງຂີ້ເຫຍື້ອເພື່ອຫາຕຸກນ້ຳ.

ທີ່ມາ: mothership

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...