Homeຂ່າວຕ່າງປະເທດເກີດເຫດແຜ່ນດິນໄຫວໃນຈີນ ຄວາມຮຸນແຮງຂະນາດ 6.2 ຣິກເຕີ

ເກີດເຫດແຜ່ນດິນໄຫວໃນຈີນ ຄວາມຮຸນແຮງຂະນາດ 6.2 ຣິກເຕີ

Published on

ໃນວັນທີ 19 ທັນວາ 2023 ສຳນັກຂ່າວຕ່າງປະເທດລາຍງານເກີດເຫດແຜ່ນດິນໄຫວ ຄວາມຮຸນແຮງຂະນາດ 6.2 ຣິກເຕີໃນເຂດການຊູ່ ທາງພາກຕາເວັນຕົກສຽງເໜືອ ປະເທດຈີນ ເຮັດໃຫ້ອາຄານບ້ານເຮືອນເປາເພເສຍຫາຍເປັນຈຳນວນຫຼາຍ ແລະ ພົບຜູ້ເສຍຊີວິດຢ່າງນ້ອຍ 116 ຄົນ ແລະ ບາດເຈັບອີກ 220 ຄົນ,  ເຊິ່ງບໍ່ເທົ່າໃດຊົ່ວໂມງຕໍ່ມາກໍເກີດແຜ່ນດິນໄຫວອີກຮອບ ຄວາມຮຸນແຮງ 5.5 ຣິກເຕີ ຢູ່ທີ່ເຂດຊິນຈຽງ.

ທາງດ້ານ ທ່ານ ສີ ຈິ້ນຜິງ ປະທານາທິບໍດີຂອງຈີນ ໄດ້ອອກຄຳສັ່ງໃຫ້ເຈົ້າໜ້າທີ່ກູ້ໄພພະຍາຍາມຄົ້ນຫາຄົນທີ່ຢູ່ພາຍໃນຊາກອາຄານຢ່າງສຸດຄວາມສາມາດ, ທາງດ້ານເຈົ້າໜ້າທີ່ກູ້ໄພຫຼາຍພັນຄົນກຳລັງເລັ່ງຄົ້ນຫາ ແລະ ໃຫ້ຄວາມຊ່ວຍເຫຼືອ ຜູ້ປະສົບເຫດແຜ່ນດິນໄຫວ ທີ່ເຂດການຊູ່ ທ່າມກາງອາກາດທີ່ໜາວຢ່າງເຕັມທີ່.

ທີ່ມາ: ໄທລັດ

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...