Homeຂ່າວຄວາມສະຫງົບ2021-2023 ປກສ ແຂວງ ຈໍາປາສັກ ມີຜົນສໍາເລັດຫຼາຍດ້ານໃນການແກ້ໄຂຢາເສບຕິດ

2021-2023 ປກສ ແຂວງ ຈໍາປາສັກ ມີຜົນສໍາເລັດຫຼາຍດ້ານໃນການແກ້ໄຂຢາເສບຕິດ

Published on

ກອງບັນຊາການ ປກສ ແຂວງ ຈໍາປາສັກ ໄດ້ສຸມໃສ່ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2021-2023 ມີຜົນສໍາເລັດໂດຍພື້ນຖານ ແລະ ສາມາດຍາດໄດ້ຜົນງານຫຼາຍດ້ານ.

ພັອ ບຸນສົງ ຈັນທະວົງສັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຈໍາປາສັກ ໄດ້ກ່າວວ່າ: ກອງບັນຊາການ ປກສ ແຂວງ ຈໍາປາສັກ ໄດ້ເປັນເຈົ້າການຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢ່າງແຂງແຮງ ແລະ ເປັນຂະບວນການກ້ວາງຂວາງ ເຊີ່ງນັບແຕ່ປີ 2021-2023 ໃນນີ້ ໄດ້ສຸມໃສ່ໂຄສະນາເຜີຍແຜ່ກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດຢູ່ບັນດາໂຮງຮຽນ, ສະຖາບັນການສຶກສາ, ກຸ່ມບ້ານ ແລະ ພາກສ່ວນຕ່າງໆໄດ້ 140 ກວ່າຄັ້ງ, ມີຜູ້ເຂົ້າຮ່ວມຮັບຟັງ 46.422 ເທື່ອຄົນ, ພ້ອນນີ້ຍັງໄດ້ໂຄສະນາຜ່ານທາງໂທລະໂຄງຂອງແຕ່ລະບ້ານ, ຕິດຕັ້ງປ້າຍໂຄສະນາ 818 ປ້າຍ, ສາມາດສ້າງບ້ານປອດຢາເສບຕິດໄດ້ 480 ບ້ານ, ສ້າງບ້ານປ້ອງກັນຄວາມສະຫງົບດີໄດ້ 565 ບ້ານ, ຂຶ້ນບັນຊີເປົ້າໝາຍພົວພັນກັບຢາເສບຕິດໄດ້ 8.303 ຄົນ ຍິງ 292 ຄົນ, ໃນນີ້ເປົ້າໝາຍຄ້າຂາຍຢາເສບຕິດລາຍໃຫຍ່ 170 ຄົນ ຍິງ 21 ຄົນ, ລາຍຍ່ອຍ 1.301 ຄົນ ຍິງ 89 ຄົນ, ເປົ້າໝາຍເສບ 6.832 ຄົນ ຍິງ 182 ຄົນ.

ນັບແຕ່ 2021-2023, ປກສ ແຂວງຈຳປາສັກ ສາມາດມ້າງເປົ້າໝາຍໄດ້ທັງໝົດ 5.764 ຄົນ ຍິງ 242 ຄົນ, ໃນນີ້ ເປົ້າໝາຍຄ້າຂາຍລາຍໃຫຍ່ 117 ຄົນ ຍິງ 12 ຄົນ, ລາຍຍ່ອຍ 1.016 ຄົນ, ຍິງ 67 ຄົນ ແລະ ເປົ້າໝາຍເສບ 4.631 ຄົນ, ຍິງ 163 ຄົນ, ຍຶດຂອງກາງຢາບ້າ 1.952.144 ເມັດ, ຢາໄອ໌ 277 ກວ່າກິໂລກຼາມ, ໂຄເຄນ 689,52 ກິໂລກຼາມ, ຢາສູບໄຟຟ້າ 120 ອັນ, ໃບກະທ້ອມ 127 ກ່ວາກິໂລກຼາມ, ອາວຸດເສິກ 58 ກະບອກ, ລູກປືນ 229 ລູກ, ໝາກແຕກ 1 ໜ່ວຍ ແລະ ເຄື່ອງຂອງກາງທີ່ພົວພັນກັບຄະດີອີກຈໍານວນໜຶ່ງ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...