Homeຂ່າວກິລາW.I.G NAGA ຮຸ່ນອາຍຸບໍ່ເກີນ 10 ປີ ຄວ້າແຊ້ມລາຍການ TAR Asia Qualifiers ທີ່ປະເທດໄທ

W.I.G NAGA ຮຸ່ນອາຍຸບໍ່ເກີນ 10 ປີ ຄວ້າແຊ້ມລາຍການ TAR Asia Qualifiers ທີ່ປະເທດໄທ

Published on

W.I.G NAGA ໃນຮຸ່ນອາຍຸບໍ່ເກີນ 10 ປີ ທີມເຍົາວະຊົນລາວສ້າງຜົນປະຫວັດສາດໜ້າໃໝ່ໃນລາຍການ TAR Asia Qualifiers ທີ່ປະເທດໄທ ເພື່ອຄັດເລືອກໄປຮອບສຸດທ້າຍທີ່ປະເທດສະເປນ ໂດຍຮອບຄັດເລືອກຈະແຂ່ງຂັນລະຫວ່າງວັນທີ 15-17 ທັນວາ 2023 ທີ່ນະຄອນຫຼວງບາງກອກ ປະເທດໄທ.

ລາຍການ TAR Asia Qualifiers ເປັນການແຂ່ງຂັນເພື່ອເປັນຕົວແທນອາຊີໄປແຂ່ງກັບທີມເອີຣົບທີ່ສະເປນ ບໍ່ວ່າຈະ ຢູ 10 ບາເຊໂລນາ , ຣີລ ມາດຣິດ ແລະ ທີມຊັ້ນນໍາໃນເອີຣົບ.

ເຊິ່ງໃນຮອບຄັດເລືອກມີເຖິງ 56 ທີມເຂົ້າຮ່ວມຊີງໄຊໃນຮຸ່ນອາຍຸບໍ່ເກີນ 10 ປີ, ແບ່ງອອກເປັນ 8 ກຸ່ມໆລະ 7 ທີມ ໂດຍມີທີມຈາກ ໄທ ເຈົ້າພາບຮອບຄັດເລືອກ, ສປ ຈີນ, ຍີ່ປຸ່ນ, ມາເລເຊຍ, ອິນໂດເນເຊຍ, ສິງກະໂປ, ລາວ ແລະ ໄຕຫວັນ, ສໍາລັບ WIG NAGA ຢູ່ກຸ່ມ C ຮ່ວມກັບ ທີມຈາກໄທ 5 ທີມ ແລະ ທີມຈາກ ສປ ຈີນ 1 ທີມ.

ຜ່ານການແຂ່ງຂັນຜົນປາກົດວ່າ: ຮອບຄັດເລືອກ WIG NAGA ຊະນະ 5 ແລະ ສະເໝີ 1 ຜ່ານເຂົ້າຮອບ 32 ທີມກໍສາມາດຊະນະລວດຈົນເຖິງຮອບຊີງຊະນະເລີດພົບກັບ ທີມອິນໂດເນເຊຍ ກໍສາມາດເອົາຊະນະໄປຂາດລອຍ 4-1 ຄວ້າແຊັມໄປຄອງ ພ້ອມສິດໄປແຂ່ງຂັນຮອບສຸດທ້າຍທີ່ປະເທດແອັດສະປາຍ ໃນປີ 2024 ໃນຖານະສະໂມສອນຕົວແທນຈາກອາຊີ ໄປຮ່ວມແຂ່ງກັບ ບາເຊໂລນາ ເຈົ້າພາບ, ຣີລ ມາດຣິດ ແລະ ສະໂມສອນຊັ້ນນໍາໃນເອີຣົບ.

ທີ່ມາ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...