Homeຂ່າວພາຍ​ໃນປີ 2023 ເສດຖະກິດແຂວງເຊກອງ ມີມູນຄ່າ GDP ບັນລຸໄດ້ 2.709 ຕື້ກີບ

ປີ 2023 ເສດຖະກິດແຂວງເຊກອງ ມີມູນຄ່າ GDP ບັນລຸໄດ້ 2.709 ຕື້ກີບ

Published on

ການພັດທະນາເສດຖະກິດຂອງແຂວງເຊກອງໃນປີ 2023 ເຖິງວ່າຈະປະເຊີນກັບຄວາມຫຍຸ້ງຍາກຫຼາຍດ້ານ ແຕ່ເສດຖະກິດຍັງສືບຕໍ່ຂະຫຍາຍຕົວດ້ວຍຈັງຫວະເຕີບໂຕສູງ ສະເລ່ຍໃນລະດັບ 5,5% ທຽບໃສ່ແຜນປີລື່ນແຜນ 0,5% ມູນຄ່າ GDP ບັນລຸໄດ້ 2.709 ຕື້ກີບ ສະເລ່ຍຕໍ່ຫົວຄົນເທົ່າກັບ 19,8 ລ້ານກີບ. ໃນນີ້, ຂະແໜງກະສິກໍາ-ປ່າໄມ້ ກວມເອົາ 59,89%; ຂະແໜງອຸດສາຫະກໍາ ກວມເອົາ 24,6% ແລະ ຂະແໜງບໍລິການ ກວມເອົາ 15,4% ຂອງ GDP.

ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ ລາຍງານໃຫ້ຮູ້ ໃນກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເປີດກວ້າງຄັ້ງທີ 9 ສະໄໝທີ X ໃນວັນທີ 13 ທັນວາ 2023 ຜ່ານມາວ່າ: ໃນປີ 2023 ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 284,53 ຕື້ກີບ ທຽບໃສ່ແຜນດັດແກ້ເທົ່າກັບ 141,43%. ໃນນີ້, ພູດສູນກາງ (ປະຕິບັດຢູ່ທ້ອງຖິ່ນ) ເກັບໄດ້ 18,37 ຕື້ກີບ ເທົ່າກັບ 183,73% ແລະ ພຸດຂອງແຂວງເກັບໄດ້ 266,11 ຕື້ກີບ ເທົ່າກັບ 139,19%; ຜະລິດເຂົ້າກິນໄດ້ 43.222 ໂຕນ ເທົ່າກັບ 88%; ພືດສະບຽງອາຫານ 38.538 ໂຕນ ເທົ່າກັບ 114,06%; ພືດເປັນສິນຄ້າ 396.489 ໂຕນ ເທົ່າກັບ 168,65%; ມີສັດລ້ຽງປະເພດຄວາຍ 26.551 ໂຕ, ງົວ 45.311 ໂຕ, ໝູ 150.148 ໂຕ, ແບ້ 20.030 ໂຕ ແລະ ສັດປີກ 1.247.000 ໂຕ; ການສົ່ງອອກສິນຄ້າປະຕິບັດໄດ້ 233,46 ລ້ານໂດລາສະຫະລັດ ທຽບໃສ່ແຜນເທົ່າກັບ 628,42% ແລະ ການນໍາເຂົ້າປະຕິບັດໄດ້ 8,97 ໂດລາສະຫະລັດ ທຽບໃສ່ແຜນເທົ່າກັບ 28,37%; ການຈໍລະຈອນສິນຄ້າຂາຍຍົກ-ຂາຍຍ່ອຍ (ສິນຄ້າປະເພດກະສິກໍາ-ສິນຄ້າທົ່ວໄປ) ບັນລຸໄດ້ 93,37 ຕື້ກີບ ແລະ ການຄ້າຂາຍຍົກ-ຂາຍຍ່ອຍ ແລະ ບໍລິການສ້ອມແປງບັນລຸໄດ້ 120,64 ຕື້ກີບ.

ຢ່າງໃດກໍຕາມ ເພື່ອສືບຕໍ່ຜັນຂະຫຍາຍມະຕິ XI ຂອງພັກ, ມະຕິ X ອົງຄະນະພັກແຂວງ ກໍຄື ຈຸດໝາຍລວມ ແລະ ເປົ້າໝາຍແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ 5 ປີ (2021-2025) ໃນປີ 2024 ແຂວງຈະສູ້ຊົນ ເຮັດໃຫ້ເສດຖະກິດຂະຫຍາຍຕົວເພີ່ມຂຶ້ນໃນລະດັບ 6% ຂຶ້ນໄປ, ມູນຄ່າ GDP ບັນລຸ 3.057 ຕື້ກີບ, ສະເລ່ຍຕໍ່ຫົວຄົນເທົ່າກັບ 21,9 ລ້ານກີບ; ໃນນັ້ນຂະແໜງກະສິກຳ ກວມເອົາ 59%, ຂະແໜງອຸດສາຫະກຳ ກວມເອົາ 25,32% ແລະ ຂະແໜງບໍລິການ ກວມເອົາ 15,68% ຂອງ GDP; ສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 232,90 ຕື້ກີບ ແລະ ການສົ່ງອອກສິນຄ້າໃຫ້ໄດ້ 256 ລ້ານໂດລາສະຫະລັດ.

ແຫຼ່ງຂ່າວ Media Laos

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...