Homeຂ່າວທ້ອງຖິ່ນງານບຸນນະມັດສະການພະບາດໂພນສັນ ປະຈຳປີ 2024

ງານບຸນນະມັດສະການພະບາດໂພນສັນ ປະຈຳປີ 2024

Published on

ງານບຸນນະມັດສະການພະບາດໂພນສັນ ປະຈຳປີ 2024 ທີ່ຈະມາເຖິງນີ້ ເປັນອີກໜຶ່ງໃນກິດຈະກຳລະດັບຊາດຂອງປີທ່ອງທ່ຽວລາວ ເຊິ່ງຈະຈັດຂຶ້ນໃນເດືອນມັງກອນ ໂອກາດດຽວກັນກໍຈະປະກາດວັດພະບາດໂພນສັນເປັນມໍລະດົກແຫ່ງຊາດ ຢ່າງເປັນທາງການ.
ທ່ານ ສົນທອງ ວິບຸນກວ້າງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ໄດ້ໃຫ້ຮູ້ວ່າ: ງານບຸນ ນະມັດສະການວັດພະບາດໂພນສັນ ຈະດຳເນີນ ລະຫວ່າງວັນທີ 22 – 25 ມັງກອນ 2024 ເຊິ່ງມີກິດຈະກຳຫຼັກໆປະກອບດ້ວຍ:

1. ງານຕະຫຼາດນັດວາງສະແດງ ແລະ ຈຳໜ່າຍສິນຄ້າຕ່າງໆດັ່ງທີ່ເຄີຍ ດຳເນີນມາເປັນປົກກະຕິ;

2. ຈະໄດ້ປະກາດວັດພະບາດໂພນສັນ ເປັນມໍລະດົກແຫ່ງຊາດ ( ຈາກ ມໍລະດົກລະດັບທ້ອງຖິ່ນເປັນມໍລະດົກລະດັບຊາດ );

3. ຈັດກິດຈະກຳຕິດພັນກັບປີທ່ອງທ່ຽວລາວ – ທ່ອງທ່ຽວບໍລິຄຳໄຊ ລະດັບຊາດ ຢູ່ໃນທ້ອງຖິ່ນ.

ໃນນັ້ນ, ຈະມີການປະກວດເພງ, ສະແດງ ສິລະປະພື້ນເມືອງ ແລະ ງານເດີນແບບຊຸດບັນດາເຜົ່າພາຍໃນແຂວງ.
ປັດຈຸບັນແຂວງບໍລິຄຳໄຊ ມີແຫຼ່ງທ່ອງທ່ຽວທີ່ໄດ້ຂຶ້ນບັນຊີແລ້ວ 102 ແຫ່ງ ເຊິ່ງໃນປີ 2024 ທີ່ຈະມາເຖິງກໍຈະມີຫຼາຍກິດຈະກຳນຳສະຫຼອງສ້າງຄວາມປະທັບໃຈໃຫ້ກັບແຂກຄົນທີ່ຢ້ຽມຢາມເນື່ອງໃນໂອກາດປີ ທ່ອງທ່ຽວລາວ.

ໃນນັ້ນ, ມີ 1 ກິດຈະກຳລະດັບຊາດ ພ້ອມດ້ວຍກິດ ຈະກຳອື່ນໆທີ່ຕິດພັນກັບວັດທະນະທຳທ້ອງຖິ່ນທີ່ເຄີຍປະຕິບັດມາ ເຊັ່ນ: ບຸນປີໃໝ່ລາວ ເມືອງບໍລິຄັນ ຈະຈັດຂຶ້ນໃນເດືອນເມສາ 2024 ກິດຈະກຳໃຫຍ່ທີ່ເມືອງບໍລິຄັນ; ງານບຸນບັ້ງໄຟໃຫຍ່ ບ້ານຫ້ວຍອຸດົມ ຈະຈັດຂຶ້ນໃນເດືອນມິຖຸນາ 2024 ຢູ່ເມືອງປາກຊັນ; ບຸນອອກພັນສາ ປະວໍລະນາ ( ຝາກົດການບັ້ງໄຟພະຍານາກ ) ວັດໂພນສັນ ຈະວັດຂຶ້ນ ໃນເດືອນຕຸລາ ທີ່ເມືອງທ່າພະຍາດ; ບຸນວັດທາດພູວຽງ ຈະຈັດຂຶ້ນໃນ ເດືອນທັນວາ ທີ່ເມືອງວຽງທອງ ແລະ ອື່ນໆ.

ເວົ້າໄດ້ວ່າ ໃນປີ 2024 ທີ່ຈະມາເຖິງນີ້ ແຂວງບໍລິຄຳໄຊ ເປັນອີກແຂວງ ໜຶ່ງທີ່ມີຫຼາກຫຼາຍກິດຈະກຳໃຫ້ຊື່ນຊົມ, ສາມາດໄປສຳຜັດທິວທັດສະ ນີຍະພາບຢູ່ຕາມເມືອງຕ່າງໆ ຄຽງຄູ່ກັບການໄດ້ໃກ້ຊິດສໍາຜັດວິຖີຊີວິດປະຊາຊົນບັນດາເຜົ່າໃນພື້ນທີ່ດ້ວຍການຮ່ວມກິດຈະກຳທາງປະເພນີຢ່າງເພີດເພີນຈະເລີນໃຈ.
ທີ່ມາ: ເສດຖະກິດ ການຄ້າ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...