spot_img
Homeຂ່າວພາຍ​ໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ

Published on

ກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນ ຫາຢາເສບຕິດ ໃນ ໄລຍະ 3 ປີ ( 2021-2023 ) ແລະ ທິດທາງແຜນການຮອດປີ 2025 ຈັດຂຶ້ນໃນວັນທີ 13 ທັນວາ 2023 ພາຍໃຕ້ການເປັນປະທານຂອງ ທ່ານ ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ມີ ເຈົ້າແຂວງ ຮອງເຈົ້າແຂວງ ບັນດາທ່ານການນໍາຂັ້ນສູງຈາກກະຊວງຕ່າງໆທີ່ກ່ຽວຂ້ອງ ການນຳຂັ້ນສູງກະຊວງ ປກສ ຫົວໜ້າກົມ-ຮອງກົມ ອ້ອມຂ້າງກະຊວງ ແລະ ບັນດາ ປກສ ແຂວງເຂົ້າຮ່ວມ.

[metaslider id=”150094″]

ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ລາຍງານຜົນການເຄື່ອນໄຫວຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນໄລຍະ 3 ປີ ( 2021-2023 ) ຕໍ່ກອງປະຊຸມວ່າ: ຜ່ານການເຄື່ອນໄຫວຕົວຈິງ ແຕ່ເດືອນກໍລະກົດ 2021- ພະຈິກ 2023 ສາມາດເຮັດສຳເລັດໃນຫຼາຍດ້ານ ເປັນຕົ້ນການສະກັດກັ້ນຕ້ານ ແລະ ແກ້ໄຂຢາເສບຕິດ ແມ່ນປະຕິບັດໄປຕາມຄໍາຂວັນທີ່ວ່າ “ອັດ 3 ທາງ ມ້າງ 3 ເປົ້າ ເປັນເຈົ້າ 3 ຫຼັກການ” ເຫັນວ່າມີຜົນສຳເລັດເປັນຢ່າງດີ ໃນນີ້ ສາມາດແກ້ໄຂຄະດີຢາເສບຕິດ 11.558 ເລື່ອງ ຈັບຜູ້ຖືກຫາ ໄດ້ 17.074 ຄົນ ຍິງ 1.913 ຄົນ ເປັນຄົນຕ່າງປະເທດ 346 ຄົນ ຍິງ 24 ຄົນ ຍຶດຢາບ້າໄດ້ 330.751.984 ເມັດ ຢາບ້າເປັນຝຸ່ນ 59,52 ກິໂລ ນໍ້າໜັກລວມ 33.134,71 ກິໂລ ຢາໄອສ໌ 8.712,72 ກິໂລ ເຮໂຣອິນ 800,86 ກິໂລ ຄັນຊາ 21.566,41 ກິໂລ ຢາຝິ່ນ 386,39 ກິໂລ ຢາອີ 8.575 ເມັດ ກັບ 31 ກິໂລ ແປ້ງຝຸ່ນປະສົມຢາເສບຕິດ 51.169,52 ກິໂລ ເຄຕາມິນ 2.977.53 ກິໂລ ໂຄເຄນ 3 ກິໂລ ຄາເຟອິນ 168 ກຼາມ ນໍ້າຢາສານເຄມີ 10,84 ກຼາມ ແລະ ນ້ຳກົດ 9.400 ລິດ ຍຶດລົດໃຫຍ່ 384 ຄັນ ລົດ ຈັກ 1.932 ຄັນ ເຮືອ 6 ລຳ ອາວຸດປືນ 73 ກະບອກ ລູກປືນ 1.496 ລູກ ໝາກແຕກ 1 ໜ່ວຍ ແລະ ແກ້ໄຂຈຸດມົ້ວສຸມຮ້ານບັນເທິງຢູ່ບັນດາຕົວເມືອງໃຫຍ່ອີກຫຼາຍແຫ່ງ.

ນອກຈາກນັ້ນ ໄດ້ບຳບັດປິ່ນປົວ ແລະ ເຝິກວິຊາຊີບຜູ້ຕິດຢາເສບຕິດ ທີ່ເຂົ້າມາປິ່ນ ປົວຢູ່ສູນບຳບັດປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ 13 ແຫ່ງ ມີທັງໝົດ 12.275 ຄົນ ຍິງ 459 ຄົນ ໃນນີ້ປິ່ນປົວດີແລ້ວກັບຄືນບ້ານ 9.396 ຄົນ ຍິງ 374 ຄົນ ສືບຕໍ່ປິ່ນປົວ 2.879 ຄົນ ຍິງ 85 ຄົນ) ປັດຈຸບັນກຳລັງປັບປຸງ 3 ສູນປິ່ນປົວຜູ້ຕິດຢາເສບຕິດຄື: ສູນບຳບັດປິ່ນປົວຜູ້ຕິດຢາເສບຕິດ ແຂວງຜົ້ງສາລີ ຊຽງຂວາງ ແລະ ແຂວງສະຫວັນນະເຂດ ກຳລັງກໍ່ສ້າງເພີ່ມອີກ 2 ແຫ່ງຄື: ສູນບຳບັດປິ່ນປົວຜູ້ຕິດຢາເສບຕິດແຂວງເຊກອງ ແລະ ສູນບຳບັດປິ່ນປົວຜູ້ຕິດຢາເສບຕິດແຂວງວຽງຈັນ.

ແຫຼ່ງຂ່າວ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...