Homeຂ່າວຕ່າງປະເທດກໍລະນີທຳອິດຂອງໂລກກັ້ນຈາມຈົນຫຼອດລົມຈີກ

ກໍລະນີທຳອິດຂອງໂລກກັ້ນຈາມຈົນຫຼອດລົມຈີກ

Published on

ກໍລະນີທຳອິດຂອງໂລກ ທີ່ພົບຄົນກັ້ນຈາມໂດຍການບີບດັງ ແລະ ປິດປາກ ຈົນສຸດທ້າຍຫຼອດລົມຈີກ.

ເມື່ອບໍ່ດົນມານີ້ ເຫດການນີ້ໄດ້ເກີດຂຶ້ນໃນຂະນະທີ່ຊາຍຄົນໜຶ່ງກຳລັງຂັບລົດ ແລະ ທັນໃດນັ້ນກໍຮູ້ສຶກຢາກຈາມ ແຕ່ແທນທີ່ຈະປ່ອຍໃຫ້ຈາມແບບປົກກະຕິ ແຕ່ລາວກັບກັ້ນຈາມດ້ວຍການບີບດັງ ແລະ ປິດປາກ.

ເຊິ່ງການກັ້ນຈາມດ້ວຍການບີບດັງ ແລະ ປິດປາກ ຈະເຮັດໃຫ້ຄວາມດັນໃນທາງເດີນຫາຍໃຈສູງຂຶ້ນກວ່າປົກກະຕິຫຼາຍເທົ່າໃນລະຫວ່າງການຈາມ ໃນກໍລະນີນີ້ ຄວາມດັນສູງຫຼາຍຈົນເຮັດໃຫ້ຫຼອດລົມຂອງລາວຈີກຂາດ.

ຈາກການຖ່າຍ X-ray ພົບຫຼອດລົມຈີກຂາດຂະໜາດ 2×2 ມິນລີແມັດ ໂດຍແພດລະບຸສາເຫດວ່າ ມາຈາກແຮງດັນທີ່ເພີ່ມຂຶ້ນໄວໃນຫຼອດລົມຂະນະທີ່ຈາມ ໂດຍບີບດັງ ແລະ ປິດປາກ ເຊິ່ງໃນກໍລະນີນີ້ບໍ່ຈຳເປັນຕ້ອງຜ່າຕັດ.

ທ້າຍນີ້ ແພດຍັງແນະນຳວ່າ ບໍ່ຄວນກັ້ນຈາມດ້ວຍການບີບດັງ ແລະ ປິດປາກ ເພາະອາດສົ່ງຜົນໃຫ້ເກີດຫຼອດລົມທະລຸໄດ້.

 

ທີ່ມາ: National Post

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...