Homeຂ່າວພາຍ​ໃນປຶກສາຫາລື ການຕິດຕາມກວດກາການເກັບຊື້ເສດໂລຫະ

ປຶກສາຫາລື ການຕິດຕາມກວດກາການເກັບຊື້ເສດໂລຫະ

Published on

ເມື່ອບໍ່ດົນມານີ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ ຈຳປາສັກ​ ຮ່ວມກັບ​ ກຸ່ມຜູ້ຜະລິດເຫຼັກແຫ່ງ ສປປ​ ລາວ ປຶກສາຫາລື ການຕິດຕາມ, ກວດກາ ການເກັບຊື້ເສດໂລຫະ ຫຼື ເສດອະໂລຫະ ຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ ແລະ ການຈັດຕັ້ງປະຕິບັດແຈ້ງການ ຂອງກະຊວງອຸດສາຫະກໍາ ແລະ​ ການຄ້າ​ ເລກທີ 1638/ອຄ ແລະ ແຈ້ງການຂອງພະແນກອຸດສາຫະກໍາ ແລະ​ ການຄ້າ ເລກທີ 1854/ພອຄ​ ເພື່ອສະຫງວນວັດຖຸດິບປ້ອນໂຮງງານອຸດສາຫະກຳປຸງແຕ່ງຢູ່ພາຍໃນປະເທດລາວ, ໂດຍການ ເປັນປະທານ​ຂອງ​ ທ່ານ​ ອະພິວັດ ສົມບູນຂັນ ຮອງຫົວໜ້າ​ພະແນກອຸດສາຫະກຳ​ ແລະ​ ການຄ້າ​ແຂວງ, ທ່ານ ສອນສະຫວັນ ສຸກດາລາ ປະທານກຸ່ມຜູ້ຜະລິດເຫຼັກແຫ່ງ ສປປ​ ລາວ.

ທ່ານ​ ອະພິວັດ ສົມບູນຂັນ ມີຄໍາເຫັນວ່າ: ກອງປະຊຸມຄັ້ງນີ້​ເປັນກອງປະຊຸມຄັ້ງທໍາອິດ ທີ່ຂະແໜງການຄຸ້ມຄອງມະຫາພາກ​ພາກລັດ ແລະ ພາກທຸລະກິດ ກໍຄືຜູ້ປະກອບການທຸລະກິດໂຮງງານອຸດສາຫະກຳປຸງແຕ່ງເຫຼັກ ແລະ ຜູ້ປະກອບການເກັບຊື້​-ຂາຍ ເສດໂລຫະ ແລະ ອະໂລຫະ ໄດ້ເຂົ້າມາເຕົ້າໂຮມກັນ​ ເພື່ອປຶກສາຫາລື ແກ້ໄຂບັນຫາຮ່ວມກັນ,​ ເພື່ອເປັນການຈັດຕັ້ງປະຕິບັດຄໍາສັ່ງຂອງຂັ້ນເທິງໃຫ້ມີຜົນສັກສິດ ໃນການເຮັດພາລະບົດບາດຂອງອົງການຄຸ້ມຄອງມະຫາພາກ ແນໃສ່ຊຸກຍູ້ສົ່ງເສີມການລົງທຶນໂຮງງານອຸດສາຫະກຳປຸງແຕ່ງຜະລິດສິນຄ້າຢູ່ພາຍໃນໃຫ້ເຂັ້ມແຂງເປັນກ້າວໆ ຮັບປະກັນໄດ້ວັດຖຸດິບຢູ່ພາຍໃນສະໜອງໃຫ້ພຽງພໍກັບບໍລິມາດການຜະລິດຂອງໂຮງງານ ແລະ ມີຜະລິດຕະພັນເຫຼັກຈໍາໜ່າຍໃຫ້ແກ່ສັງຄົມ ເພື່ອຫຼຸດຜ່ອນການນໍາເຂົ້າສິນຄ້າຈາກຕ່າງປະເທດເທື່ອລະກ້າວ ແລະ ຫຼຸດຜ່ອນການຂາດດຸນເງິນຕາໃນການສໍາລະສະສາງໜີ້ຕ່າງປະເທດ ໃຫ້ຫຼຸດໜ້ອຍຖອຍລົງ,​ ດ້ວຍເຫດນັ້ນ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການ ໃຫ້ຄຸ້ມຄອງຫົວໜ່ວຍທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ, ການຕິດຕາມກວດກາ ການເກັບຊື້ ເສດໂລຫະ ແລະ ອະໂລຫະ​ ຢູ່ພາຍໃນຕ້ອງສອດຄ່ອງກັບວັດຖຸປະສົງ ແລະ ເປົ້າໝາຍຂອງວິສາຫະກິດ ລວມທັງຕ້ອງປະຕິບັດລະບຽບຂອງຂະ ແໜງການຄຸ້ມຄອງພາກລັດທີ່ກ່ຽວຂ້ອງ ແລະ ຫ້າມເດັດຂາດ ການສົ່ງອອກເສດໂລຫະ ແລະ ອະໂລຫະ ເພື່ອສະຫງວນໄວ້ ໃຫ້ໂຮງງານອຸດສາຫະກໍາປຸງແຕ່ງພາຍໃນປະເທດ.​

ພ້ອມນີ້​, ທ່ານ​ຍັງຮຽກຮ້ອງໃຫ້ພາກສ່ວນ ທີ່ເຂົ້າຮ່ວມເອົາໃຈໃສ່ປຶກສາຫາລືຊອກຫາວິທີທາງອອກຊ່ວຍກັນ, ຮັບປະກັນລາຄາ ແລະ ຜົນປະໂຫຍດຂອງແຕ່ລະຝ່າຍຢ່າງສະເໝີພາບ, ຍົກເອົາບັນຫາ ແລະ ຄວາມຈິງ ມາປຶກສາຫາລື, ຫຼີກເວັ້ນການລະເມີດລະບຽບ ແລະ ການປັບໃໝໃສ່ໂທດ.​ ບົນຟື້ນຖານເນື້ອໃນຈິດໃຈການຈັດຕັ້ງປະຕິບັດການແກ້ໄຂບັນຫາທີ່ເຄັ່ງຮ້ອນ ຕາມຄຳສັ່ງຂອງລັດບານ​ ຊຶ່ງເປັນຄວາມຮັບຜິດ ຊອບຂອງຄົນລາວໝົດທຸກຄົນ ຈະຜ່ານຜ່າວິກິດການທາງດ້ານເສດຖະກິດໄດ້ ພວກເຮົາຄົນລາວ ຕ້ອງໄດ້ຮ່ວມມືກັນ,​ ຊ່ວຍເຫຼືອກັນແກ້ໄຂ, ພ້ອມກັນສ້າງຄ່ານິຍົມ ແລະ ຊົມໃຊ້ຜະລິດຕະພັນສິນຄ້າ ທີ່ຜະລິດໄດ້ຢູ່ພາຍໃນໃຫ້ກ້ວາງຂວາງ,​ ດັ່ງຄໍາເວົ້າທີ່ວ່າ ” ລາວເຮັດ, ລາວໄດ້, ລາວໃຊ້ ຊາດຂັ້ມແຂງ-ຮັ່ງມີ.​

ທີ່ມາ: ປະເທດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...