spot_img
Homeຂ່າວພາຍ​ໃນຄະນະສະເພາະກິດ ກວດພົບຮ້ານເປົ້າໝາຍທີ່ລະເມີດລະບຽບການ 8 ຮ້ານ

ຄະນະສະເພາະກິດ ກວດພົບຮ້ານເປົ້າໝາຍທີ່ລະເມີດລະບຽບການ 8 ຮ້ານ

Published on

ຄະນະສະເພາະກິດ ແກ້ໄຂສຽງດັງເນື່ອງນັນ (ຈຸ 3) ປະຈຳເມືອງສີສັດຕະນາກ ແລະ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກວດກາຕົວຈິງພົບເຫັນຮ້ານເປົ້າໝາຍທີ່ລະເມີດລະບຽບການທັງໝົດ 8 ຮ້ານ ແລະ ໄດ້ເຮັດບັນທຶກປັບໄໝຕາມລະບຽບ ແລະ ໄດ້ອອກໜັງສືແຈ້ງເຊີນໃຫ້ເຈົ້າຂອງທຸລະກິດໄປເສຍຄ່າປັບໄໝຢູ່ກອງບັນຊາ ການ ປກສ.ນວ ຕາມລະບຽບການ.

ໃນວັນທີ 9-10 ທັນວາ 2023 ຜ່ານມາ ຄະນະສະເພາະກິດ ແກ້ໄຂສຽງດັງເນື່ອງນັນ (ຈຸ 3) ປະຈຳເມືອງສີສັດຕະນາກ ແລະ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ນຳໂດຍ ທ່ານ ແກ້ວວິ ໄລສັກ ແສນສັກດາ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດ ທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງ ວຽງຈັນ (ຖວທ.ນວ) ຫົວໜ້າຈຸ 3 ພ້ອມເຈົ້າ ໜ້າທີ່ຕຳຫຼວດ ປກສ.ນວ ປກສ ເມືອງ ຫ້ອງການ ຖວທ ເມືອງ ໄດ້ລົງຕິດຕາມ ກວດກາ ແລະ ແກ້ໄຂສຽງດັ່ງເນື່ອງນັນ ຢູ່ບັນດາຮ້ານອາຫານ ແລະ ຮ້ານບັນ ເທີງຢູ່ 2 ເມືອງດັ່ງກ່າວ.

ຜ່ານການລົງກວດກາຕົວຈິງ ພົບເຫັນຮ້ານເປົ້າໝາຍທີ່ລະເມີດລະບຽບການທັງໝົດ 8 ຮ້ານ ໃນນັ້ນ ເມືອງສີສັດຕະນາກ 4 ຮ້ານ (ຮ້ານອາຫານເສືອໄຟ ຮ້ານອາຫານບໍ່ມີວັນລືມ ຮ້ານອາຫານເບຊິກ ແລະ ຮ້ານບັນເທີງໂລມີໂອ) ເມືອງຫາດຊາຍຟອງ 4 ຮ້ານ (ຮ້ານອາຫານປາກເຊ 3 ຮ້ານອາຫານຮັບຊັບ ຮ້ານ ອາຫານປະກາຍເພັດ ແລະ ຮ້ານບັນເທີງແບັກແມນ)

ສຳລັບ ຮ້ານອາຫານ ແລະ ຮ້ານບັນເທີງ 8 ຮ້ານນີ້ ແມ່ນໄດ້ເຮັດບັນທຶກປັບໄໝຕາມລະບຽບ ແລະ ໄດ້ອອກໜັງສືແຈ້ງເຊີນໃຫ້ເຈົ້າຂອງທຸລະກິດໄປເສຍຄ່າປັບໄໝຢູ່ກອງບັນຊາການ ປກສ.ນວ ຕາມລະບຽບ ສໍາລັບບັນຫາທີ່ພົບເຫັນ ເຈົ້າຂອງຮ້ານອາຫານບໍ່ມີໃບອະນຸຍາດດໍາເນີນທຸລະກິດ ເປີດເຄື່ອງສຽງກາຍໂມງ ເປີດເຄື່ອງສຽງເກີນກໍານົດ 80 ເດຊີເບວ ສະຖານທີ່ຈອດລົດບໍ່ມີ ແລະ ຮ້ານບັນເທີງເປີດບໍລິການກາຍໂມງທີ່ທາງການກຳນົດເວລາໄວ້.

ທ່ານ ແກ້ວວິໄລສັກ ແສນສັກດາ ກ່າວວ່າ: ການລົງເຄື່ອນໄຫວວຽກງານຄັ້ງນີ້ ແມ່ນອີງຕາມຂໍ້ຕົກ ລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ເລກທີ 940/ຈນວ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ຕິດຕາມ ກວດກາ ແລະ ແກ້ໄຂສຽງດັ່ງເນື່ອງນັນ ໃນທຸລະກິດຮ້ານອາຫານ ແລະ ຮ້ານບັນເທີງ ໃນນະຄອນຫຼວງວຽງຈັນ ເພື່ອແກ້ໄຂບັນດາຮ້ານອາຫານ ແລະ ຮ້ານບັນເທີງ ທີ່ດຳເນີນທຸລະກິດຜິດລະບຽບຄື: ບໍ່ມີໃບອະ ນຸຍາດດຳເນີນທຸລະກິດຮ້ານອາຫານ ແລະ ຮ້ານບັນເທີງ ເປີດບໍລິການກາຍໂມງ ເສບດົນຕຣີ-ເປີດເຄື່ອງສຽງດັງເກີນ 80 ເດຊີເບວ ເສບດົນຕຣີ-ເປີດເຄື່ອງສຽງກາຍໂມງ ແລະ ມີສຽງດັ່ງເນື່ອງນັນ.

ທີ່ມາ:ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...