Homeຂ່າວພາຍ​ໃນຢ່າຫຼົງເຊື່ອການໂຄສະນາຂາຍ "ຢາຊຸດ"

ຢ່າຫຼົງເຊື່ອການໂຄສະນາຂາຍ “ຢາຊຸດ”

Published on

ກົມອາຫານ ແລະ ຢາ ອອກມາແຈ້ງເຕືອນໃຫ້ຢ່າຫຼົງເຊື່ອການໂຄສະນາຂາຍຢາຊຸດ ເນື່ອງຈາກຢາດັ່ງກ່າວປະກອບດ້ວຍຢາຫຼາຍໆຊະນິດເຊິ່ງອາດສົ່ງຜົນຮ້າຍແຮງຕໍ່ສຸຂະພາບ ໂດຍສະເພາະແມ່ນ ຕັບ ໄຂ່ຫຼັງ ແລະ ຮຸນແຮງເຖິງຂັ້ນເສຍຊີວິດ.

ນອກນີ້ ການແພດຂອງປະເທດໄທກໍເຄີຍໄດ້ອອກມາເຕືອນຢູ່ຫຼາຍຄັ້ງກ່ຽວກັບຢາຊຸດ ໂດຍໃຫ້ຮູ້ວ່າ ຢາຊຸດມີສານສະເຕຍຣອຍ ແລະ ຢາແກ້ປວດ NSAIDs ເມື່ອກິນເຂົ້າໄປ ສານສະເຕຍຣອຍຈະເຮັດໃຫ້ເລືອດອອກໃນກະເພາະອາຫານ ອາດຮຸນແຮງເຖິງກະເພາະທະລຸ ເຮັດໃຫ້ພູມຄຸ້ມກັນຂອງຮ່າງກາຍຕ່ຳ, ເຮັດໃຫ້ຮ່າງກາຍດື້ຢາ ເພາະການກິນຢາບໍ່ຖືກຂະໜາດ ຊະນິດ ຫຼື ບໍ່ເໝາະສົມກັບພະຍາດ ອາດເຮັດໃຫ້ເກີດພາວະດື້ຢາ ແລະ ເຮັດໃຫ້ການຮັກສາໃນຄັ້ງຕໍ່ໄປເປັນໄປໄດ້ຍາກ, ສຸດທ້າຍກໍຄື ຖ້າເກີດການແພ້ຢາຮຸນແຮງ ກໍຈະເຮັດໃຫ້ເສຍຊີວິດໄດ້.

ໃນການໂຄສະນາຢາຊຸດ ເຮົາສາມາດເຫັນໄດ້ທົ່ວໄປເລີຍຄື ຢາຊຸດປົວພະຍາດຕ່າງໆ, ຢາຊຸດຫຼຸດນ້ຳໜັກ, ຢາຊຸດປົວພະຍາດໂຄວິດ ແລະ ອື່ນໆ ເພື່ອໃຫ້ຜູ້ມີບັນຫາທາງດ້ານສຸຂະພາບຫຼົງເຊື່ອ ແລະ ຊື້ຢາປະເພດນີ້.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...