spot_img
Homeຂ່າວພາຍ​ໃນບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ເຂົ້າອວຍພອນເນື່ອງໃນວັນຊາດລາວ

ບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ເຂົ້າອວຍພອນເນື່ອງໃນວັນຊາດລາວ

Published on

ໃນວັນທີ 1 ທັນວາ 2023 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະລັດຖະບານ, ການນຳຂັ້ນສູງພັກ, ລັດ ໄດ້ຕ້ອນຮັບບັນດາທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ພ້ອມດ້ວຍພັນລະຍາ ເຂົ້າອວຍພອນ ເນື່ອງໃນໂອກາດ ວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ ແລະ ປີໃໝ່ສາກົນ 2024 ທີ່ຈະມາເຖິງນີ້.

ໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ກ່າວຄຳປາໄສ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ທີ່ໄດ້ເຂົ້າມາອວຍ ພອນໃນຄັ້ງນີ້, ເຊິ່ງເປັນການຢັ້ງຢືນ ແລະ ສະແດງເຖິງໄມຕີຈິດ ມິດຕະພາບ ແລະ ການຮ່ວມມືອັນດີ ກັບ ສປປ ລາວ, ທັງເປັນການໃຫ້ກຳລັງໃຈອັນໃຫຍ່ຫລວງແກ່ລັດຖະບານ ແລະ ປະຊາຊົນລາວ ໃນການສືບຕໍ່ຈັດຕັ້ງປະຕິບັດພາລະກິດອັນສູງສົ່ງ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ໂດຍສະເພາະໃນການຜ່ານຜ່າສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກດ້ານຕ່າງໆໃນປັດຈຸບັນ. ພ້ອມທັງ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວທຸກຖ້ວນໜ້າ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈ ມາຍັງບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ ການສະໜັບສະໜູນ ແລະ ຊ່ວຍເຫລືອໃນດ້ານຕ່າງໆຕະຫລອດໄລຍະຜ່ານມາ ເຊິ່ງໄດ້ປະກອບ ສ່ວນສຳຄັນເຂົ້າໃນຜົນສຳເລັດຮອບດ້ານຂອງ ສປປ ລາວ ທີ່ກຳລັງຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການ ທີ່ໄດ້ເກີດຂຶ້ນ ແລະ ກຳລັງເປັນຢູ່ໃນປັດຈຸບັນ. ສປປ ລາວ ຈະສືບຕໍ່ປະ ກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນຄວາມພະຍາມຍາມຂອງວົງຄະນະຍາດສາກົນ ໃນຂອບການຮ່ວມມືຕ່າງໆທີ່ຕົນເປັນພາຄີ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືເພື່ອການພັດທະນາທີ່ຍືນຍົງ ໃນພາກພື້ນ ແລະ ສາກົນ.

ທ່ານ ທອງລຸນ ສີສຸລິດ ກ່າວອີກວ່າ: ໃນປີ 2024 ທີ່ຈະມາເຖິງນີ້, ເປັນປີທີ່ມີຄວາມໝາຍສຳຄັນຍິ່ງ ສຳລັບ ລັດຖະບານ ແລະ ປະຊາຊົນລາວ ທຸກຖ້ວນໜ້າ, ເຊິ່ງຈະໄດ້ຮັບກຽດເປັນປະ ທານໝູນວຽນອາຊຽນ ອີກຄັ້ງໜຶ່ງ ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມ ແຂງອາຊຽນ” ຂໍຖືໂອກາດນີ້ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈມາຍັງບັນດາປະເທດສະມາ ຊິກອາຊຽນ, ປະເທດຄູ່ຮ່ວມເຈລະຈາ ກໍຄື ປະເທດເພື່ອນມິດ ລວມທັງອົງການຈັດຕັ້ງສາກົນຕ່າງໆ ທີ່ໄດ້ໃຫ້ຄວາມສຳຄັນຕໍ່ການເປັນປະທານອາຊຽນຂອງ ສປປ ລາວ ໃນຄັ້ງນີ້ ແລະ ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອ ໃນການກະກຽມດ້ານຕ່າງໆຢ່າງທັນການແຕ່ຫົວທີ, ພິເສດ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງບັນດາທ່ານທູຕານຸທູດ ກໍຄື ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳ ສປປ ລາວ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ການຮ່ວມມືອັນດີໃນການກະກຽມ ໂດຍສະເພາະການເຮັດໜ້າທີ່ເປັນໃຈກາງປະສານງານທີ່ດີເລີດ ລະຫວ່າງ ລັດຖະບານລາວ ກັບ ລັດຖະບານຂອງປະເທດບັນດາທ່ານ ແລະ ອົງການຈັດຕັ້ງສາກົນ ທີ່ບັນດາທ່ານເປັນຕົວແທນ. ຄຽງຄູ່ກັບການເຮັດໜ້າທີ່ເປັນປະທານອາຊຽນ, ໃນປີ 2024 ນີ້, ລັດຖະບານລາວ ຍັງໄດ້ປະກາດເປັນປີທ່ອງທ່ຽວລາວເຊິ່ງລັດຖະບານ ແລະ ປະຊາຊົນລາວ ມີຄວາມຫວັງຢ່າງຍິ່ງວ່າ ນອກຈາກຈະໄດ້ຕ້ອນຮັບປະມຸກລັດ, ຫົວໜ້າລັດຖະບານ ກໍຄື ຄະນະຜູ້ແທນລະດັບຕ່າງໆຂອງປະເທດສະມາຊິກອາຊຽນ ແລະ ບັນດາຄູ່ເຈລະຈາ ທີ່ມາເຂົ້າຮ່ວມກອງປະຊຸມທີ່ກ່ຽວຂ້ອງແລ້ວ, ຍັງຈະໄດ້ຕ້ອນຮັບນັກທ່ອງທ່ຽວຈາກປະ ເທດຂອງບັນດາທ່ານ ເຂົ້າມາທ່ອງທ່ຽວ ຢູ່ ສປປ ລາວ ຫລາຍຂຶ້ນ ເພື່ອເຮັດໃຫ້ການທ່ອງທ່ຽວຢູ່ ສປປ ລາວ ກັບມາມີບັນຍາກາດຄຶກຄື້ນຄືນໃໝ່.

ໂອກາດນີ້, ທ່ານ ໂອຮານ ໄອຊິກ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ຕວັກເກຍ ປະຈຳ ສປປ ລາວ, ທູດອາວຸໂສ ໄດ້ຕາງໜ້າໃຫ້ບັນດາທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ອວຍພອນໄຊອັນປະເສີດ ມາຍັງປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະລັດຖະບານ, ການນຳຂັ້ນສູງພັກ, ລັດຕະຫລດຮອດໃຫ້ປະຊາຊົນລາວ ຈົ່ງມີພະລານາໄມສົມບູນ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນມີກຽດ ແລະ ມີຄວາມຈະເລີນຮຸ່ງເຮືອງ, ມີຄວາມຜາສຸກ ໃນໂອກາດປີໃໝ່ສາກົນ 2024 ແລະ ປີຕໍ່ໆໜ້າ. ພ້ອມທັງ ສະແດງຄວາມຮູ້ບຸນຄຸນມາຍັງ ລັດຖະບານແຫ່ງ ສປປ ລາວ ທີ່ຊ່ວຍສ້າງສະພາບແວດລ້ອມອັນເອື້ອອໍານວຍ ໃຫ້ແກ່ການປະຕິບັດໜ້າທີ່ວຽກງານທາງການທູດ ຢູ່ໃນ ສປປ ລາວ ເຮັດໃຫ້ມີຜົນສຳເລັດດ້ວຍດີຕະຫລອດມາ ແລະ ເນັ້ນຢໍ້າອີກວ່າ: ບັນດາເອກອັກຄະລັດຖະທູດ ແລະ ຫົວໜ້າອົງການ ຈັດຕັ້ງສາກົນ ກໍາແໜ້ນໄດ້ເປົ້າໝາຍຂອງພວກເຮົາ ເພື່ອປະກອບສ່ວນເຂົ້າໃນການພັດທະນາຂອງ ສປປ ລາວ ໂດຍຜ່ານຮູບການຮ່ວມມື ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ.

ທ່ານ ໂອຮານ ໄອຊິກ ກ່າວອີກວ່າ: ໃນປີ 2024 ນີ້, ສປປ ລາວ ຈະໄດ້ຮັບກຽດເປັນປະ ທານໝູນວຽນອາຊຽນ ເປັນຄັ້ງທີສາມ, ເຊິ່ງຖືເປັນກາລະໂອກາດອັນສໍາຄັນຍິ່ງ ໃນການເນັ້ນຢໍ້າຄວາມໝາຍໝັ້ນ ແລະ ຄວາມພະຍາຍາມອັນຍາວນານຂອງ ລັດຖະບານ ເພື່ອຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມຈອດ. ຢືນຢັນວ່າ ພວກເຮົາຈະສືບຕໍ່ເສີມຂະຫຍາຍການຮ່ວມມື ລະຫວ່າງປະເທດຂອງພວກເຮົາ ບົນຈິດໃຈແຫ່ງມິດຕະພາບ ແລະ ຄວາມສາມັກຄີປອງດອງ.

ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ຂ່າວດີ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ໃນປີ 2026

ຂ່າວດີໃນປີໜ້າ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ກະຊວງການຕ່າງປະເທດ ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານຂອງ ສປຊ ສໍາລັບປະເທດດ້ອຍພັດທະນາ ໃນວັນທີ 24 ເມສາ 2025 ໂດຍການເປັນປະທານຂອງ...

ປະທານປະເທດ ລາວ ແລະ ຫວຽດນາມ ຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານສຳຄັນ ຈໍານວນ 03 ສະບັບ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນແບບພິເສດ ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ...

ສົມເດັດພະເທບ ຢ້ຽມຢາມໂຮງຮຽນວັດທະນະທໍາປ້ອງກັນຄວາມສະຫງົບ ທີ່ແຂວງວຽງຈັນ.

ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງຣາຊະອານາຈັກໄທ ຢ້ຽມຢາມໂຮງຮຽນວັດທະນະທໍາ ປກສ ຕອນບ່າຍວັນທີ 23 ເມສາ 2025 , ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ...

ພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

ເຄື່ອນຍ້າຍອັດຖິ ພົນເອກ ຄຳໄຕ ສີພັນດອນ ໄປສະຖິດຢູ່ ສຸສານນັກຮົບປະຕິວັດແຫ່ງຊາດ ພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ...