spot_img
Homeຂ່າວທ້ອງຖິ່ນແຈ້ງໃຫ້ຮ້ານບັນເທີງປິດບໍລິການກ່ອນ 23:00 ໂມງ ນັບແຕ່ມື້ນີ້ຈົນເຖິງ 03 ທັນວາ 2023

ແຈ້ງໃຫ້ຮ້ານບັນເທີງປິດບໍລິການກ່ອນ 23:00 ໂມງ ນັບແຕ່ມື້ນີ້ຈົນເຖິງ 03 ທັນວາ 2023

Published on

ອີງຕາມ ຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວພະແນກຖະແຫຼງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວແຂວງບໍລິຄໍາໄຊ ສະບັບເລກທີ 05/ຂບຊ, ລົງວັນທີ 04 ມັງກອນ 2003; ອີງຕາມ ທິດຊີ້ນໍາ ຂອງທ່ານຮັກສາການແທນຫົວຫນ້າພະແນກ ຮອງຫົວຫນ້າພະແນກຖະແຫຼງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວແຂວງ ຄັ້ງວັນທີ 22 ພະຈິກ 2023.

ເພື່ອຂ່ໍານັບຮັບຕ້ອນວັນຊາດ ທີ 02 ທັນວາ 2023 ຄົບຮອບ 48 ປີ ( 02 ທັນວາ 1975 – 02 ທັນວາ 2023 ) ເພື່ອເຮັດໃຫ້ຮ້ານອາຫານ, ກິນດື່ມ-ບັນເທີງ ພາຍໃນແຂວງບໍລິຄໍາໄຊ ມີຄວາມເປັນລະບຽບ, ມີຄວາມສະຫງົບ, ປອດໄພ ແລະ ມີຄວາມເປັນເອກະພາບກັນ.

ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ຂໍຖືເປັນກຽດແຈ້ງມາຍັງ ເຈົ້າຂອງທຸລະກິດ ຮ້ານອາຫານ, ກິນດື່ມ-ບັນເທີງ ພາຍໃນແຂວງບໍລິຄໍາໄຊ ຊາບວ່າ: ໃຫ້ເຈົ້າຂອງທຸລະກິດຮ້ານອາຫານ, ກິນດື່ມ- ບັນເທີງ ພາຍໃນແຂວງບໍລິຄໍາໄຊ ປິດບໍລິການກ່ອນເວລາ 23:00 ໂມງ ນັບແຕ່ວັນທີ 29 ພະຈິກ 2023 – 03 ທັນວາ 2023.

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...