spot_img
Homeຂ່າວພາຍ​ໃນ481 ບ້ານໃນນະຄອນຫຼວງວຽງຈັນ ບັນລຸມາດຕະຖານບ້ານພົ້ນທຸກໄດ້ໝົດທຸກບ້ານແລ້ວ

481 ບ້ານໃນນະຄອນຫຼວງວຽງຈັນ ບັນລຸມາດຕະຖານບ້ານພົ້ນທຸກໄດ້ໝົດທຸກບ້ານແລ້ວ

Published on

ໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 48 ປີ ທີ່ຈະມາເຖິງນີ້, ທ່ານ ອາດສະພັງທອງ ສີພັນດອນ, ກຳມະການສູນກາງພັກ, ເຈົ້າຄອງນະຄອນຫລວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 27 ພະຈິກ 2023 ນີ້. ທ່ານໄດ້ຍົກໃຫ້ຜົນງານພົ້ນເດັ່ນໃນການພັດທະນາເສດຖະກິດ-ສັງຄົມຂອງນະຄອນຫລວງວຽງຈັນ ຕະຫລອດໄລຍະ 48 ປີ ຜ່ານມາ. ໃນນີ້ ສະເພາະດ້ານການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ທ່ານໄດ້ຍົກໃຫ້ເຫັນວ່າ: ມາຮອດປັດຈຸບັນ ນະຄອນຫລວງວຽງຈັນ ສາມາດປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາ ໄດ້ທັງໝົດ 481 ບ້ານ (ຈໍານວນບ້ານທັງໝົດທີ່ມີຢູ່ໃນນະຄອນຫລວງວຽງຈັນ), ຈໍານວນ 153.738 ຄອບຄົວ.

ທ່ານຢືນຢັນວ່າ: ຜ່ານການປະເມີນທັງ 481 ແມ່ນບັນລຸມາດຕະຖານບ້ານພົ້ນທຸກໄດ້ໝົດທຸກບ້ານແລ້ວ. ພ້ອມນີ້, ຍັງບັນລຸບ້ານພັດທະນາ 315 ບ້ານ, ແກ້ໄຂຄອບຄົວທີ່ມີເງື່ອນໄຂບໍ່ຄົບຖ້ວນຕາມມາດຕະຖານພົ້ນທຸກໃໝ່ໃຫ້ເປັນຄອບຄົວພົ້ນທຸກໄດ້ 2.388 ຄອບຄົວ, ເທົ່າກັບ 53,30% ຂອງມະຕິສະພາ (4.480 ຄອບຄົວ), ນອກຈາກນີ້, ຜ່ານການຈັດຕັ້ງປະຕິບັດ 6 ຄາດໝາຍ ແລະ ມີຄວາມຄືບໜ້າດີທັງໝົດ ຄາດວ່າຈະບັນລຸຕາມແຜນການທີ່ວາງໄວ້.

​ສ່ວນທາງດ້ານພື້ນຖານໂຄງລ່າງ, ທ່ານໄດ້ຍົກໃຫ້ເຫັນວ່າ: ນະຄອນຫລວງວຽງຈັນ ໄດ້ເອົາໃຈໃສ່ປັບປຸງຍົກລະດັບ ແລະ ກໍ່ສ້າງເສັ້ນທາງສາຍຕ່າງໆ ເຮັດໃຫ້ການຄົມມະນາຄົມຂົນສົ່ງ ສັນຈອນໄປມາສະດວກສະບາຍດີຂຶ້ນກວ່າເກົ່າ, ປັບປຸງບູລະນະສວນປະຕູໄຊ ແລະ ສວນສາທາລະນະພາກຂະຫຍາຍ, ໄດ້ສຳເລັດການວາງແຜນຍຸດທະສາດຄຸ້ມຄອງນໍ້າເປື້ອນຢູ່ໃນຕົວເມືອງດ້ວຍທຶນຊ່ວຍເຫຼືອລ້າຂອງອົງການໄຈກາທີ່ຕິດພັນກັບການດໍາເນີນໂຄງການບໍາບັດນໍ້າເປື້ອນດ້ວຍທຶນກູ້ຢືມບໍ່ມີດອກເບ້ຍ ຈາກລັດຖະບານ ຮົງກາລີ ຊຶ່ງໄດ້ກຳນົດເອົາເຂດພື້ນທີ່ຮອງຮັບນໍ້າເປື້ອນຈາກຮ່ອງແກ, ຮ່ອງແຊງ ໄປບຳບັດຢູ່ໂຮງງານບຳບັດນໍ້າເປືອນເຂດບ້ານນາສ້າງໄພ, ເມືອງໄຊເສດຖາ ແລະ ໄດ້ເລີ່ມກໍ່ສ້າງໃນປີ 2021 ເປັນຕົ້ນມາ.

ນອກຈາກນີ້, ໄດ້ສຳເລັດການປະດັບປະດາຕົວເມືອງ ແຕ່ລະເສັ້ນທາງຕ່າງໆຕາມແຜນກຳນົດໄວ້, ເພື່ອຕ້ອນຮັບວັນສໍາຄັນຕ່າງໆ; ຄຸ້ມຄອງການເກັບມ້ຽນຂີ້ເຫຍື້ອ ດ້ວຍການເຮັດສັນຍາເກັບມ້ຽນຂີ້ເຫຍື້ອ ໄດ້ 275 ບ້ານ, ປັບປຸງອານາໄມລ່ວງຮ່ອງລະບາຍນໍ້າ ແລະ ຂຸມພັກນໍ້າບາງຊ່ວງ ຕາມເສັ້ນທາງສາຍຫຼັກ, ສຳເລັດການປັບປຸງສາທາລະນະ ແຄມທາງຖະໜົນລ້ານຊ້າງໃຫ້ເປັນເຂດຂຽວ ແລະ ອື່ນໆ.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...