spot_img
Homeຂ່າວຕ່າງປະເທດເຈົ້າບ່າວກາດຍິງໃນງານແຕ່ງດອງ! ເສຍຊີວິດ 5 ຄົນທີ່ປະເທດໄທ

ເຈົ້າບ່າວກາດຍິງໃນງານແຕ່ງດອງ! ເສຍຊີວິດ 5 ຄົນທີ່ປະເທດໄທ

Published on

ອີງຕາມສຳນັກຂ່າວປະເທດໄທ ລາຍງານໃນທີ 25 ພະຈິກ 2023 ຜ່ານມາ, ເກີດເຫດການສະຫຼົດ ເມື່ອຕຳຫຼວດໄດ້ຮັບແຈ້ງວ່າເກີດເຫດການກາດຍິງກັນເສຍຊີວິດຫຼາຍຄົນ ໃນງານແຕ່ງດອງແຫ່ງໜຶ່ງ ທີ່ບ້ານສານເຈົ້າພໍ່ຊຸມຊຸນປ່າຂະນຸນ ເມືອງວັງນ້ຳຂຽວ ນະຄອນຣາຊສີມາ ປະເທດໄທ.

ຕາມການລາຍງານຂອງເຈົ້າໜ້າທີ່ໄດ້ລະບຸວ່າ: ຢູ່ຈຸດເກີດເຫດມີຄົນເສຍຊີວິດ 4 ຄົນ ແລະ ໄປເສຍຊີວິດຢູ່ໂຮງໝໍອີກ 1 ຄົນ ລວມເປັນ 5 ຄົນ ແລະ ໄດ້ຮັບບາດເຈັບອີກ 1 ຄົນ ຈາກການສືບສວນຂອງເຈົ້າໜ້າທີ່ພົບວ່າ: ຜູ້ກໍ່ເຫດຊື່ ທ້າວຈະຕຸຣົງ ອາຍຸ 29 ປີ (ເຈົ້າບ່າວ) ໄດ້ໃຊ້ປືນສັ້ນຍິງເຈົ້າສາວ ອາຍຸ 44 ປີ, ແມ່ເຈົ້າສາວ, ນ້ອງເຈົ້າສາວ ແລະ ໝູ່ອີກ 2 ຄົນທີ່ມາຊ່ວຍວຽກ ກ່ອນຈະໃຊ້ປືນກະບອກດຽວກັນຍິງຕົນເອງຕາຍຕາມ.

ເຊິ່ງກ່ອນໜ້ານີ້ມີແຂກ ແລະ ພີ່ນ້ອງທີ່ໄດ້ມາຮ່ວມງານສັງເກດເຫັນສີໜ້າຂອງເຈົ້າບ່າວ ບໍ່ຄ່ອຍສົດຊື່ນຫຼັງຈາກຈັດງານແລ້ວໃນຊ່ວງເຊົ້າໄດ້ນັ່ງກິນ-ດື່ມ ຊຸມແຊວກັນ ແຕ່ເກີດມີປາກສຽງກັນຍ້ອນເຈົ້າບ່າວມີຄວາມຫຶງຫວງເຈົ້າສາວ ຍ້ອນເຈົ້າສາວມີຄວາມງາມ ແລະ ມີຄົນມາມັກຫຼາຍ ຈຶ່ງເຮັດໃຫ້ຕົນບໍ່ພໍໃຈ ແລ້ວຍ່າງອອກຈາກວົງກິນເຂົ້າໄປຈັບປືນຢູ່ລົດລົງມາຍິງ ຄົນໃນວົງທັງໝົດ.

ອ້າງອີງ: ບາງກອກ ອິນໄຊ້

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...