spot_img
Homeຂ່າວອຸບັດຕິເຫດອຸບັດຕິເຫດລົດເກັບມັນຕົ້ນທັບຄົນຂັບເສຍຊີວິດຄາທີ່ຢູ່ໄຊຍະບູລີ.

ອຸບັດຕິເຫດລົດເກັບມັນຕົ້ນທັບຄົນຂັບເສຍຊີວິດຄາທີ່ຢູ່ໄຊຍະບູລີ.

Published on

ໃນເວລາ 9 ໂມງ 00 ນາທີຂອງວັນທີ 24 ພະຈິກ 2023ຜ່ານມາ ໄດ້ເກີດອຸບັດຕິເຫດ ລົດເກັບມັນຕົ້ນປີ້ນເອງ ເຮັດໃຫ້ຄົນຂັບລົດເສຍຊີວິດຄາທີ່, ເຫດແມ່ນເກີດຂຶ້ນຢູ່ເຂດຫ້ວຍສະໝື່ນ ຂອບເຂດບ້ານມ່ວງໃຕ້ ເມືອງປາກລາຍ ແຂວງໄຊຍະບູລີ.

ເບື້ອງຕົ້ນຜູ້ເສຍຊີວິດ ຊື່ທ້າວ ບັດ ແກ້ວສະຫັວດ ອາຍຸ 49 ປີ ອາຊີບ ປະຊາຊົນ ບ້ານມ່ວງເໜືອ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຂັບລົດເກັບມັນຕົ້ນຂອງຕົນເອງຕ່າງສອບລຳມັນຕົ້ນພ້ອມດ້ວຍຄົນຂີ່ມານຳຈຳນວນ 5 ຄົນ ເພື່ອໄປຮັບຈ້າງປູກມັນຕົ້ນສວນຂອງພີ່ນ້ອງຄົນບ້ານດຽວກັນ ຢູ່ເຂດຫ້ວຍສະໝື່ນ ບ້ານມ່ວງໃຕ້ ເມືອງປາກລາຍ ແຂວງໄຊຍະບູລີ,

ພໍໄປຮອດຈຸດເກີດເຫດຜູ້ກ່ຽວໄດ້ຂັບລົດສິ້ງ ໄປຕາມແລວທາງຂຶ້ນສວນ ທີ່ໄຖແລ້ວເປັນທາງຄ້ອຍຊັນ, ຜູ່ຂັບລົດໄດ້ພະຍາຍາມຂັບລົດປີນຂຶ້ນທາງພູຄ້ອຍຊັນຫຼາຍຄັ້ງ ຫຼັງຈາກນັ້ນຄົນທີ່ຂີ່ມານຳໄດ້ລົງອອກຈາກລົດຍັງເຫຼືອແຕ່ຄົນຂັບລົດ ເຊິ່ງຜູ້ກ່ຽວໄດ້ພະຍາຍາມບັງຄັບລົດໃຫ້ຂຶ້ນທາງພູຄ້ອຍຊັນ, ຕໍ່ມາຈຶ່ງເຮັດໃຫ້ລົດໄດ້ປີ້ນຍົກລໍ້ ທັບຄົນຂັບເສຍຊີວິດຄາທີ່ .

ແຫຼ່ງຂ່າວ : ປກສ ແຂວງໄຊຍະບູລີ.

ບົດຄວາມຫຼ້າສຸດ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...

ນໍ້າຖ້ວມຂັງໃນຕົວເມືອງ ນວ ໃນ ໄລຍະລະດູຝົນ ເກີດຈາກຫຼາຍປັດໄຈ

ບັນຫານ້ຳຖ້ວມຂັງໃນຕົວເມືອງ-ຖ້ວມຖະໜົນຫົນທາງ ໃນນະຄອນຫຼວງວຽງຈັນ(ນວ) ໃນລະດູຝົນ ແມ່ນບັນຫາໜຶ່ງທີ່ເກີດຂຶ້ນເປັນປະຈຳທຸກໆປີ, ສ້າງຄວາມຫຍຸ້ງຍາກໃຫ້ແກ່ການດໍາລົງຊີວິດ ແລະ ຊັບສິນຂອງປະຊາຊົນ ເຮັດໃຫ້ການສັນຈອນເດີນທາງໄປມາ ມີຄວາມຫຍຸ້ງຍາກ ແລະ ສ້າງພາບພົດທີ່ບໍ່ດີ ໃຫ້ແກ່ການຈັດຕັ້ງລັດ ແລະ ອື່ນໆ. ທ່ານ...

ຍອດຜູ້ເສຍຊີວິດພຸ່ງຂຶ້ນ 109 ຄົນ ຈາກເຫດການນ້ຳຖ້ວມຮຸນແຮງໃນລັດເທັກຊັດ ສ.ອາເມລິກາ

ຍອດຜູ້ເສຍຊີວິດຈາກເຫດການນ້ຳຖ້ວມກະທັນຫັນໃນລັດເທັກຊັດ ເພີ່ມຂຶ້ນຢ່າງນ້ອຍ 109 ຄົນ ແລະ ເຈົ້າໜ້າທີ່ກຳລັງເລັ່ງດຳເນີນການຄົ້ນຫາຜູ້ສູນຫາຍອີກ 160 ຄົນ. ສຳນັກຂ່າວຕ່າງປະເທດລາຍງານ: ຍອດຜູ້ເສຍຊີວິດຈາກເຫດການນ້ຳຖ້ວມໃນລັດເທັກຊັດ ສ.ອາເມລິກາ ຕັ້ງແຕ່ວັນທີ 4 ກໍລະກົດ 2025...

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...