Homeຂ່າວພາຍ​ໃນ"The Signal" ກຽມບັນລຸຍອດຄົນເຂົ້າຊົມແລ້ວ 200,000,000 ກີບ

“The Signal” ກຽມບັນລຸຍອດຄົນເຂົ້າຊົມແລ້ວ 200,000,000 ກີບ

Published on

“The Signal – ສັນຍານ” ຄົນເຂົ້າເບິ່ງທະລຸຍອດເກືອບ 200,000,000 ກີບແລ້ວ.

ໃນວັນທີ 23 ພະຈິກ ທີ່ຜ່ານມາ The Signal ໄດ້ເຂົ້າສາຍທຸກໂຮງຮູບເງົາລາວ ໂດຍຮູບເງົາເລື່ອງນີ້ເປັນອີກຜົນງານການສ້າງຂອງຄົນລາວທີ່ມີຄຸນນະພາບອີກເລື່ອງໜຶ່ງກໍວ່າໄດ້ ແລະ ຍັງໄດ້ຮັບການກາລັນຕີຈາກ The Hollywood Reporter ວ່າ “The Signal” ເປັນ 1 ໃນ 5 ຂອງໜັງທີ່ຄວນເບິ່ງໃນງານ Shanghai Film Festival ອີກດ້ວຍ.

ນອກນີ້ ຈາກການອັບເດດຂໍ້ມູນໃນວັນທີ 28 ພະຈິກ 2023 ຮູບເງົາເລື່ອງນີ້ໄດ້ຮັບລາຍໄດ້ຈາກການເຂົ້າຊົມແລ້ວ ເກືອບ 200,000,000 ກີບໃນອາທິດທີ 2.

ສຳລັບ “The Signal” ແມ່ນຮູບເງົາທີ່ຕິດຕາມການເດີນທາງຂອງເດັກຍິງຄົນໜຶ່ງ ເຊິ່ງເດີນທາງເຂົ້າໄປໃນເມືອງເພື່ອຊອກຫາພໍ່ຂອງລາວ, ໃນຂະນະນັ້ນ ກໍໄດ້ໄປຮູ້ຄວາມລັບຂອງຄອບຄົວໜຶ່ງທີ່ເປັນຕາຢ້ານ.

ສ່ວນເນື້ອໃນຂອງເລື່ອງຈະດຳເນີນໄປແນວນັ້ນ ຂໍເຊີນຊວນໃຫ້ທຸກທ່ານເຂົ້າຊົມຜົນງານລາວທີ່ມີຄຸນະພາບນີ້ໄດ້ທີ່ໂຮງຮູບເງົາລາວທົ່ວປະເທດ.

อาจเป็นรูปภาพของ 5 คน และ ข้อความ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...