spot_img
Homeຂ່າວພາຍ​ໃນເປີດປີທ່ອງທ່ຽວລາວ 2024 ແລະ ບຸນທາດຫຼວງວຽງຈັນ ປະຈຳປີ 2023

ເປີດປີທ່ອງທ່ຽວລາວ 2024 ແລະ ບຸນທາດຫຼວງວຽງຈັນ ປະຈຳປີ 2023

Published on

ພິທີເປີດປີທ່ອງທ່ຽວລາວ 2024 ແລະ ເປີດບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2023 ຈັດຂຶ້ນໃນວັນທີ 23 ພະຈິກ 2023 ນີ້, ຢູ່ເດີ່ນທາດຫຼວງ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາການນຳ ພັກ-ລັດ ພ້ອມແຂກຖືກເຊີນ ເຂົ້າຮ່ວມ.

ທ່ານ ສອນໄຊ ສີພັນດອນ ໄດ້ມີຄຳເຫັນວ່າ: ປີ 2024 ຈະມາເຖິງ ເປັນອີກປີໜຶ່ງທີ່ ສປປ ລາວ ໄດ້ກຳນົດເປັນປີທ່ອງທ່ຽວລາວ ເຊິ່ງແມ່ນຄັ້ງທີ 4 ນັບແຕ່ປີ 1999 ເປັນຕົ້ນມາ, ລັດຖະບານຖືເອົາການເປີດປີທ່ອງທ່ຽວລາວ 2024 ພາຍໃຕ້ຄຳຂວັນ “ ທ່ອງທ່ຽວລາວ ປອດໄພ, ຊື່ນໃຈໃນວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ” ແລະສັນຍາລັກ “ຊ້າງເຜືອກງວງກ້ຽວແຄນລາວ” ເປັນເຫດການໜຶ່ງ ທີ່ມີຄວາມໝາຍຄວາມສຳຄັນ ພາຍຫຼັງທີ່ຊຸມປີຜ່ານມາຂະແໜງທ່ອງທ່ຽວໄດ້ຖືກຜົນກະທົບຢ່າງໜັກໜ່ວງ ຈາກການລະບາດຂອງພະຍາດໂຄວິດ-19. ເພື່ອກະກຽມໃຫ້ເປີດປີທ່ອງທ່ຽວລາວ 2024, ລັດຖະບານໄດ້ແຕ່ງຕັ້ງຄະນະຮັບຜິດຊອບລະດັບຊາດຂຶ້ນ ແລະ ຢູ່ຂັ້ນແຂວງກໍມີຄະນະຮັບຜິດຊອບເຊັ່ນກັນ, ແນວໃດກໍຕາມວຽກງານທ່ອງທ່ຽວເປັນວຽກທີ່ກວມເອົາຂົງເຂດວຽກງານ ແລະ ຕິດພັນກັບທຸກພາກສ່ວນໃນສັງຄົມ. ສະນັ້ນ ແນ່ນອນວ່າລຳພັງແຕ່ຄະນະລະດັບຊາດ ແລະ ຄະນະຢູ່ຂັ້ນແຂວງເຮັດເທົ່ານັ້ນ ແມ່ນຈະບໍ່ສຳເລັດຕາມຈຸດປະສົງ ແລະ ຄາດໝາຍວາງໄວ້, ຂ້າພະເຈົ້າຈຶ່ງຮຽກຮ້ອງໃຫ້ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ, ຜູ້ປະກອບການຕ່າງໆ ແລະ ປະຊາຊົນລາວບັນດາເຜົ່າທັງຊາດພວກເຮົາ ຈົ່ງພ້ອມພຽງຮຽງໜ້າກັນ ຫ້າງຫາກະກຽມການເປັນເຈົ້າພາບທີ່ດີ, ອຳນວຍຄວາມສະດວກ ແລະ ບໍລິການດ້ວຍໄມຕີຈິດມິດຕະພາບດ້ວຍຮອຍຍີ້ມ, ດ້ວຍສຽງຫົວຈາກໃຈຈິງຂອງຄົນລາວພວກເຮົາ ເພື່ອຕ້ອນຮັບນັກທ່ອງທ່ຽວ ທີ່ມາຈາກທົ່ວທຸກມຸມໂລກ; ຖືເອົາການເປີດປີທ່ອງທ່ຽວລາວ 2024 ເປັນບັ້ນໂຄສະນາວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດໃຫ້ຊາວໂລກໄດ້ຮັບຮູ້, ໄດ້ສຳຜັດຢ່າງກວ້າງຂວາງ, ປະທັບໃຈ ແລະ ສະບາຍອົກສະບາຍໃຈຄືກັນກັບຢູ່ບ້ານເມືອງຂອງເພີ່ນເອງ ເພື່ອໃຫ້ນັກທ່ອງທ່ຽວທີ່ໄດ້ມາ ສປປ ລາວ ແລ້ວຮູ້ສຶກຄິດຮອດ ແລະ ຢາກກັບມາທ່ຽວ ສປປ ລາວ ອີກ.

ພ້ອມນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຮອງປະທານຄະນະຮັບຜິດຊອບຊີ້ນຳລະດັບຊາດ ໃນການຈັດປີທ່ອງທ່ຽວລາວ 2024 ກໍໄດ້ລາຍງານໃຫ້ຮູ້ວ່າ: ພິທີເປີດປີທ່ອງທ່ຽວລາວ ເເມ່ນຈັດຂຶ້ນພ້ອມກັບງານສະເຫຼີມສະຫຼອງບຸນນະມັດສະການພະທາດຫຼວງ ປະຈຳປີ 2023.   ສປປ ລາວ ໄດ້ເປີດປີທ່ອງທ່ຽວລາວມາແລ້ວ 3 ຄັ້ງ, ສໍາລັບປີ 2024  ແມ່ນຄັ້ງທີ 4 ເຊິ່ງໄດ້ກໍານົດຄໍາຂວັນ “ທ່ອງທ່ຽວລາວ ປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ເເລະ ປະຫວັດສາດ” ໂດຍໄດ້ກຳນົດເອົາ 79 ກິດຈະກໍາ, ໃນນີ້ມີ 14 ກິດຈະກຳລະດັບຊາດ ເເລະ 65 ກິດຈະກໍາລະດັບເເຂວງ ເພື່ອສ້າງຂະບວນການໃຫ້ຟົດຟື້ນ ໃນຂອບເຂດທົ່ວປະເທດ ກໍຄື ພາຍໃນເເຂວງ ຕະຫຼອດຮອດຂັ້ນເມືອງ ຕາມສະພາບທ່າເເຮງຂອງການທ່ອງທ່ຽວຂອງຕົນ.

ການເປີດປີທ່ອງທ່ຽວ 2024 ນີ້ເປັນກິດຈະກໍາທີ່ສໍາຄັນທີ່ສຸດ, ນອກຈາກຈະເປັນການສົ່ງເສີມກບຸນານທ່ອງທ່ຽວແລ້ວ ຍັງເປັນການອະນຸລັກວັດທະນະທໍາ, ຮີດຄອງປະເພນີອັນດີງາມ, ການເຜີຍເເຜ່ປະຫວັດສາດອັນຍາວນານ, ການປົກປັກຮັກສາທຳມະຊາດໃຫ້ມີຄວາມຍືນຍົງ ຂອງ ສປປ ລາວ ເຮົາອີກດ້ວຍ. ພ້ອມນັ້ນ, ການຈັດປີທ່ອງທ່ຽວລາວ 2024 ຍັງເປັນການສ້າງຄວາມຄຶກຄື້ນເພື່ອກະຕຸ້ນເສດຖະກິດທາງກົງ, ທາງອ້ອມ ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນ.

ໂອກາດດຽວກັນ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີຄຳເຫັນວ່າ: ບຸນນະມັດສະການພະທາດຫຼວງ ປີນີ້, ຈັດຂຶ້ນເພື່ອສືບຕໍ່ສົ່ງເສີມ, ອະນຸລັກຮັກສາ ວັດທະນະທຳ-ຮີດຄອງປະເພນີ ອັນດີງາມຂອງຊາດ, ຮັກສາມູນເຊື້ອຄວາມສາມັກຄີ ນ້ຳໃຈໂອບເອື້ອອາລີ ຮັກແຂກແພງຄົນ ຂອງຊົນຊາວລາວ ເຊິ່ງເນື້ອໃນຈິດໃຈ ແມ່ນການຄ້ຳບຸນປາງໃຫຍ່ ຮັບແຂກບ້ານແຂກເມືອງ, ເປັນການສືບສານປະເພນີ ແລະ ຄວາມເຊື່ອຖື ຂອງຊຸມຊົນຊາວລາວ ໃນການໃຫ້ທານ,ການຮ່ວມກັນສ້າງສາວັດວາອາຮາມ, ສ້າງຄວາມຮຸ່ງເຮືອງເຫລືອງເຫລື້ອມໃຫ້ບ້ານເມືອງ, ພ້ອມກັນນຳເອົາໝາກຜົນ ການເພີ່ມພູນຜະລິດຜົນທີ່ເກັບກ່ຽວມາໄດ້ໃນຫຼອດປີ ມາແລກປ່ຽນຊື້ຂາຍນຳກັນ ເຊິ່ງການຈັດງານປີ້ນີ້ ໄດ້ກຳນົດ ຂອບເວລາ ໃນການດຳເນີນພິທີທາງສາສະໜາ ແລະ ບັນດາກິດຈະກຳປິ່ນອ້ອມ ທາງການ ແກ່ຍາວເປັນເວລາ 5 ວັນ ໂດຍເລີ່ມແຕ່ວັນທີ 23 ພະຈິກເປັນຕົ້ນໄປ ຈົນຮອດວັນທີ 27 ພະຈິກ. ໃນນັ້ນ, ໃນຕອນແລງ ວັນທີ 25 ມີພິທີ ສູດປະລິຕະມຸງຄຸນ ຢູ່ດ້ານໃນກົມມະລຽນພະທາດ; ວັນທີ 26 ມີພິທີ ແຫ່ຜາສາດເຜິ່ງ ໃນພາກບ່າຍ ເລີ່ມແຕ່ເວລາ 13:00 ເປັນຕົ້ນໄປ ແລະ ໃນມື້ສຸດທ້າຍຂອງງານ ຄື ວັນທີ 27 ມີພິທີໃສ່ບາດ ໃນຕອນເຊົ້າ. ຈາກນັ້ນ, ຕອນບ່າຍ ມີພິທີແຫ່ລູກຄີ ແລະ ແຂ່ງຂັນກິລາພື້ນບ້ານ(ຕີຄີ), ຕອນຄ່ຳ ດຳເນີນພິທີວຽນທຽນ ແລະ ຈູດທູບທຽນ, ບັ້ງໄຟ ສັກກະລະບູຊາພະທາດຫຼວງ,  ຖືວ່າ ສິ້ນສຸດງານ ຢ່າງເປັນທາງການ.

ນອກນັ້ນ, ຍັງມີ ບັນດາກິດຈະກຳປິ່ນອ້ອມ ເຊິ່ງ ຈະເລີ່ມແຕ່ເວລາ 8:00 ໂມງເຊົ້າ ຈົນຮອດເວລາ 23:30 ໂມງ ເປັນຕົ້ນ ການສະແດງສິລະປະວັນນະຄະດີ (ຢູ່ເວທີກາງ) ແລະ ຈະມີການປະກວດ ບົດເພງ ແລະ ນັກຮ້ອງສຽງດີ ນະຄອນຫຼວງວຽງຈັນ  ເຊິ່ເປັນໂອກາດໃຫ້ຊາວໜຸ່ມ ໄວໜຸ່ມ, ນັກສິລະປິນ, ນັກປະດິດຄິດແຕ່ງ ໄດ້ມີໂອກາດສະແດງອອກ ແລະ ໄດ້ໂຄສະນາເຜີຍແຜ່ວັດທະນະທຳ ອັນດີງາມຂອງຊາດລາວ ສູ່ແຂກຕ່າງດ້າວທ້າວຕ່າງເມືອງທີ່ມາທ່ຽວຊົມງານ ໄດ້ສຳຜັດ ແລະ ຮ່ວມເບີກບານ ມ່ວນອອນຊອນນຳກັນ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...