Homeຂ່າວຕ່າງປະເທດCEO Binance ລາອອກຈາກບໍລິສັດເພາະລະເມີດໃນຂໍ້ຫາຟອກເງິນ

CEO Binance ລາອອກຈາກບໍລິສັດເພາະລະເມີດໃນຂໍ້ຫາຟອກເງິນ

Published on

ຂ່າວສະເທືອນວົງການເງິນດິຈິຕອນ ຫຼື ຄລິບໂຕ ເພາະ Binance ບໍລິສັດແລກປ່ຽນສະກຸນເງິນດິຈິຕອລທີ່ໃຫຍ່ທີ່ສຸດໃນໂລກ ໂດຍ Changpeng Zhao ຜູ້ບໍລິຫານ (CEO) ຂອງບໍລິສັດຮັບສາລະພາບໃນຂໍ້ຫາເລື່ອງການຟອກເງິນ.

ຈາກການລະເມີດໃນກົດໝາຍຂໍ້ນີ້ ເຮັດໃຫ້ Binance ຕ້ອງເສຍຄ່າປັບໃໝເປັນຈຳນວນ 4,3 ພັນລ້ານໂດລາສະຫະລັດ ໃຫ້ແກ່ກະຊວງການເງິນຂອງສະຫະລັດອາເມຣິກາ.

ລັດຖະມົນຕີກະຊວງການເງິນໄດ້ກ່າວວ່າ: Binance ມີຄວາມຜິດໃນການລະເມີດກົດໝາຍຕໍ່ຕ້ານການຟອກເງິນ ແລະ ລະເມີດຕໍ່ມາດຕະການຂວ້ຳບາດຂອງສະຫະລັດຢ່າງຕໍ່ເນື່ອງ ແລະ ຮ້າຍແຮງ ເຊິ່ງທາງບໍລິສັດຈະຖືກກວດສອບ ຜ່ານການກວດລະບົບທຸລະກຳການເງິນ ແລະ ການບັນຊີຂອງບໍລິສັດ ເພື່ອໃຫ້ໝັ້ນໃຈວ່າທຸກຢ່າງສອດຄ່ອງກັບກົດລະບຽບຂອງລັດຖະບານກາງ.

ໃນຕອນນີ້ ບໍລິສັດກໍໄດ້ແຕ່ງຕັ້ງຜູ້ບໍລິຫານ (CEO) ຄົນໃໝ່ຊື່ວ່າ Richard Teng ອະດີດພະນັກງານທະນາຄານສິງກະໂປ ແລະ ມີປະສົບການເຮັດວຽກຮ່ວມກັບໜ່ວຍກຳກັບດູແລທາງການເງິນມາຫຼາຍບ່ອນ ສ່ວນ Changpeng Zhao ເຖິງວ່າຈະລາອອກຈາກຕຳແໜ່ງ (CEO) ແຕ່ກໍຍັງເປັນຜູ້ຖືກຫຸ້ນຂອງບໍລິສັດ ແລະ ສາມາດເປັນທີ່ປຶກສາໃຫ້ແກ່ບໍລິສັດໄດ້ຄືເກົ່າ.

ທີ່ມາ Aljazeera

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...