Homeຂ່າວຕ່າງປະເທດເມຍຂໍຢ່າຮ້າງຜົວ ບໍ່ພໍໃຈຈົກປືນຍິງດັບໝົດຄອບຄົວ

ເມຍຂໍຢ່າຮ້າງຜົວ ບໍ່ພໍໃຈຈົກປືນຍິງດັບໝົດຄອບຄົວ

Published on

ໃນວັນທີ 22 ພະຈິກ 2023 ທີ່ຜ່ານມາ, ເກີດເຫດສະຫຼົດ ຍິງກັນເສຍຊີວິດ ທີ່ບ້ານເຂົາຮັກກຽດ ເມືອງຣັດຕະພູມ ແຂວງສົງຂາ ປະເທດໄທ ເຮັດໃຫ້ມີຄົນເສຍຊີວິດ 3 ຄົນລວມຜູ້ກໍ່ເຫດ ແລະ ບາດເຈັບສາຫັດອີກ 1 ຄົນ.

ຕາມການລາຍງານຈຸດເກີດເຫດເປັນບ້ານສອງຊັ້ນຫຼັງໃຫຍ່ ມີຮົ້ວອ້ອມຮອບ ບໍລິເວນໜ້າບ້ານມີຜູ້ຖືກຍິງເສຍຊີວິດຄາທີ່ 2 ຄົນ ຄື: ນາງ ພັນນີ ສະກາລັນ ອາຍຸ 40 ປີ (ຜູ້ເປັນເມຍ) ຖືກຍິງເຂົ້າທີ່ຫົວ ແລະ ລູກສາວຫຼ້າ ຊື່ວ່າ ນະທະພອນ ອາຍຸ 9 ປີ ຖືກຍິງເຂົ້າທີ່ຫົວດ້ວຍອາວຸດປືນ 9 ມມ, ນອກຈາກນີ້ຍັງມີຜູ້ບາດເຈັບອີກ 2 ຄົນເຊິ່ງກ່ອນໜ້ານີ້ພີ່ນ້ອງໄດ້ນຳສົ່ງໂຮງໝໍແລ້ວ ກໍຄື: ທ້າວ ປະທີບ ອາຍຸ 39 ປີ (ຜູ້ກໍ່ເຫດ) ຖືກຍິງເຂົ້າບໍລິເວນຫົວກ່ອນເສຍຊີວິດໃນເວລາຕໍ່ມາ ແລະ ນາງ ນະພິຍາ ອາຍຸ 11 ປີ (ລູກສາວກົກ) ຖືກຍິງເຂົ້າທີ່ບໍລິເວນຫົວ ອາການສາຫັດ.

ຈາກການສອບສວນຂອງເຈົ້າໜ້າທີ່ໄດ້ລະບຸວ່າ: ກ່ອນເກີດເຫດ ທ້າວ ປະທີບ ໄດ້ຂີ່ລົດຈັກໄປຮັບລູກສາວທັງ 2 ຄົນມາແຕ່ໂຮງຮຽນ, ສ່ວນຜູ້ເປັນເມຍກໍຫາແຕ່ກັບຈາກບ່ອນເຮັດວຽກ ແລະ ກຳລັງຈະຍ່າງເຂົ້າບ້ານແຕ່ເກີດປາກສຽງ ຜິດຖຽງກັນ ຈຶ່ງໄດ້ຈົກເອົາປືນຂຶ້ນມາຍິງເມຍ ແລະ ຍິງລູກສາວທັງ 2 ກ່ອນຈະໃຊ້ອາວຸດປືນບອກດຽວກັນຍິງເພື່ອຂ້າຕົນເອງ.

ສ່ວນສາເຫດເກີດມາຈາກ ນາງ ພັນນີ ໄດ້ພະຍາຍາມຂໍຢ່າຮ້າງ ແຕ່ທາງຜົວບໍ່ຍອມ ເຊິ່ງເປັນປັນຫາມາຕະຫຼອດ ສ່ວນທາງພີ່ນ້ອງກໍພະຍາຍາມເວົ້າໃຫ້ທັງຄູ່ປັບຄວາມເຂົ້າໃຈກັນ, ນອກຈາກນີ້ຍັງມີລາຍງານວ່າ ທ້າວ ປະທີບ ຍັງເຄີຍຖືກຈັບຄະດີຢາເສບຕິດມາກ່ອນ ແຕ່ຍັງຢູ່ໃນລະຫວ່າງການພິຈາລະນາ ຈຶ່ງໄດ້ໃສ່ເຄື່ອງຕິດຕາມຢູ່ບໍລິເວນຂາ.

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...