Homeຂ່າວຕ່າງປະເທດBLACKPINK ໄດ້ຮັບຫຼຽນກຽດຕິຄຸນຈາກລາຊາແຫ່ງສະຫາລາຊະອານາຈັກອັງກິດ

BLACKPINK ໄດ້ຮັບຫຼຽນກຽດຕິຄຸນຈາກລາຊາແຫ່ງສະຫາລາຊະອານາຈັກອັງກິດ

Published on

ໃນວັນທີ 22 ພະຈິກ 2023 ຣອຍເຕີ ໄດ້ລາຍງານວ່າ ໃນລະຫວ່າງການຢ້ຽມຢາມປະເທດອັງກິດ, ລາຊາ ຊາລສ໌ ທີ 3 ແຫ່ງສະຫາລາຊະອານາຈັກອັງກິດ ມອບຫຼຽນກຽດຕິຄຸນ (Member of the Order of the British Empire) ໃຫ້ແກ່ ສະມາຊິກຂອງວົງ BLACKPINK ໂດຍມີທ່ານ ຢຸນຊັອກຢອລ ປະທານາທິບໍດີຂອງເກົາຫຼີໃຕ້ຮ່ວມໃນພິທີ.

Investiture at Buckingham Palace, London

ໂດຍ ລາຊາ ຊາລສ໌ ທີ 3 ມອບຫຼຽນກຽດຕິຄຸນໃຫ້ກັບ ສະມາຊິກ BLACKPINK ທັັງໝົດ 4 ຄົນ ໄດ້ແກ່ ໂລເຊ່ ຈີຊູ ເຈນນີ່ ແລະ ລີຊ່າ ເພື່ອຍ້ອງຍໍບົດບາດໃນຖານະຜູ້ສະໜັບສະໜູນ COP26 ສຳລັບກອງປະຊຸມສຸດຍອດສະພາບພູມິອາກາດຂອງ ສະຫະປະຊາຊາດ ທີ່ຈັດຂຶ້ນຢູ່ເມືອງກລາສໂກ ໃນປີ 2021.

Investiture at Buckingham Palace, London

ທັ້ງນີ້ BLACKPINK ເປັນວົງນັກຮ້ອງທີ່ມີຊື່ສຽງໂດ່ງດັງຂອງເກົາຫຼີໃຕ້ ສາວໆໄດ້ສ້າງປະຫວັດສາດໃນເດືອນກໍລະກົດ ໂດຍກາຍເປັນກຸ່ມ K-POP ກຸ່ມທຳອິດທີ່ຢູ່ໃນຫົວຂ່າວໃນເທສະການດົນຕີທີ່ສຳຄັນຂອງອັງກິດ ແລະ ຂຶ້ນເວທີໃນເທສະການລະດູຮ້ອນ BST Hyde Park ທີ່ໃຈກາງເມືອງລອນດອນ ຕໍ່ໜ້າຜູ້ຊົມຫຼາຍກວ່າ 65.000 ຄົນ ຈົນຂາຍບັດໝົດກ້ຽງ.

South Korean President state visit to the UK

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...