spot_img
Homeຂ່າວເຫດການລັດເກັບອາກອນໄດ້ 89% ຂອງແຜນການປີ ເຜີຍມີຫລາຍປັດໄຈ ເຮັດໃຫ້ບໍ່ບັນລຸຕາມແຜນ!

ລັດເກັບອາກອນໄດ້ 89% ຂອງແຜນການປີ ເຜີຍມີຫລາຍປັດໄຈ ເຮັດໃຫ້ບໍ່ບັນລຸຕາມແຜນ!

Published on

tax

 

ທ່ານ ບົນໂຈມ ອຸບົນປະເສີດ ລັດຖະມົນຕີຊ່ວຍວ່າການກະຊວງການເງິນ ໄດ້ໃຫ້ຮູ້ໃນກອງປະຊຸມສ່ວຍສາອາກອນທົ່ວ

ປະເທດ ເມື່ອບໍ່ດົນນີ້ວ່າ: ການເກັບລາຍຮັບສ່ວຍສາອາກອນເຂົ້າງົບປະມານ ໃນສົກປີ 2013-2014 ນີ້, ເຖິງວ່າຕົວເລກ

ລາຍຮັບລວມ ຈະໄດ້ລື່ນສົກປີຜ່ານມາກໍຕາມ, ແຕ່ທຽບໃສ່ແຜນການປີວາງໄວ້ ບັນລຸໄດ້ພຽງ 89%, ເຊິ່ງການບໍ່ບັນລຸ

ແຜນທີ່ລັດກຳນົດໄວ້ນັ້ນ, ແມ່ນເກີດມາຈາກຫລາຍປັດໄຈເຊັ່ນ: ກົດໝາຍກ່ຽວຂ້ອງທີ່ນຳໃຊ້ໃນປັດຈຸບັນແມ່ນຍັງບໍ່

ທັນຮັດກຸມ ແລະ ສອດຄ່ອງ, ເຮັດໃຫ້ນັກລົງທຶນສວຍໃຊ້ໄປທາງທີ່ບໍ່ດີ, ຍັງມີຫລາຍຫົວໜ່ວຍການຜະລິດທຸລະກິດບໍ່

ມາແຈ້ງອາກອນ, ລາຍຮັບອາກອນສ່ວນໃຫຍ່ແມ່ນໄດ້ຈາກທຸລະກິດຂະໜາດນ້ອຍ ແລະ ກາງ, ແຕ່ໂຄງການຂະໜາດ

ໃຫຍ່ທີ່ມີມູນຄ່າສູງ ເປັນຕົ້ນ:ໂຄງການສ້າງເຂື່ອນ, ກໍ່ສ້າງຕາຂ່າຍໄຟຟ້າ, ເສັ້ນທາງ, ຂົວ ແລະ ອື່ນໆ ຍັງມີການຮົ່ວໄຫລ,

ມີການຍົກເວັ້ນ ແລະ ບໍ່ສາມາດເກັບໄດ້ ຍ້ອນພະນັກງານວິຊາການຈຳນວນໜຶ່ງມີຄວາມອ່ອນແອ ແລະ ບໍ່ກ້າທີ່ຈະເຂົ້າ

ໄປປະສານງານພົວພັນກັບພາກສ່ວນຜູ້ປະກອບການ ຫົວໜ່ວຍທຸລະກິດຂະໜາດໃຫຍ່.

 

ຂະນະດຽວກັນສິນຄ້າປະເພດຟູມເຟືອຍເຊັ່ນ: ເຫລົ້າ, ເບຍ, ຢາສູບ, ການນຳໃຊ້ໂທລະສັບ ຍັງບໍ່ສາມາດນຳໃຊ້ຕົວເລກ

ອາກອນແບບເດັດຖານໄດ້. ສະນັ້ນເພື່ອຮັບປະກັນໃຫ້ ການຈັດເກັບລາຍຮັບສ່ວຍສາອາກອນບັນລຸແຜນຕາມລັດຖະ

ບານກຳນົດໄວ້, ພາກສ່ວນກ່ຽວຂ້ອງຕ້ອງໄດ້ເລັ່ງປັບປຸງນິຕິກຳໃຫ້ຮັດກຸມ ແລະ ສອດຄ່ອງກັບເງື່ອນໄຂຕົວຈິງຂອງສະ

ພາບເສດຖະກິດ, ຫັນລະບົບການຈັດເກັບອາກອນແບບປະຖົມປະຖານ ໄປສູ່ການນຳໃຊ້ລະບົບທັນສະໄໝ, ເກັບກຳຖານ

ລາຍຮັບຂອງຫົວໜ່ວຍທຸລະກິດໃຫ້ລະອຽດຊັດເຈນ, ຍົກສູງຄວາມຮັບຜິດຊອບຂອງພະນັກງານທຸກຂັ້ນໃຫ້ເປັນເຈົ້າ

ການໃນໜ້າທີ່ວຽກງານຂອງຕົນຫລາຍກວ່າເກົ່າ ແລະ ເພີ່ມທະວີການນຳໃຊ້ມາດຕະການຕໍ່ຫົວໜ່ວຍທຸລະກິດ ແລະ

ຜູ້ປະກອບການທີ່ຫລົບຫລີກ ແລະ ລະເມີດລະບຽບອາກອນຢ່າງເຂັ້ມງວດ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...