Homeຂ່າວທົ່ວໄປຄວາມເຫງົາຄືໄພຄຸກຄາມ ແລະ ຄວາມກົດດັນທາງສຸຂະພາບ

ຄວາມເຫງົາຄືໄພຄຸກຄາມ ແລະ ຄວາມກົດດັນທາງສຸຂະພາບ

Published on

ເມື່ອບໍ່ດົນມານີ້ທາງອົງກອນອະນາໄມໂລກ (The World Health Organization) ໄດ້ອອກມາປະກາດວ່າ: ຄວາມເຫງົາຄືໄພຄຸກຄາມ ແລະ ຄວາມກົດດັນທາງສຸຂະພາບ ເຊິ່ງອັນຕະລາຍຕໍ່ຊີວິດທຽບເທົ່າການສູບຢາ 15 ກອກຕໍ່ມື້.

ອົງກອນອະນາໄມໂລກ ລະບຸວ່າ: ປັດຈຸບັນມີຜູ້ສູງອາຍຸ 1 ໃນ 4 ຕ້ອງອົດທົນກັບຄວາມໂດດດ່ຽວ ໃນຂະນະທີ່ໄວລຸ້ນ 5-15% ກໍຕ້ອງປະສົບກັບຄວາມໂດດດ່ຽວເຫຼ່ານີ້ເຊັ່ນກັນ.

ຈາກຜົນການສຶກສາໃໝ່ຂອງມະຫາວິທະຍາໄລກາສໂກ ສະກອດແລນ  ຍັງລະບຸອີກວ່າ: ຄົນທີ່ບໍ່ພົບປະໝູ່ເພື່ອນ ຫຼື ຄອບຄົວ ອາດຈະເພີ່ມຄວາມສ່່ຽງຕໍ່ການເສຍຊີວິດກ່ອນໄວອັນຄວນເຖິງ 39% ໂດຍການສຶກສາຈາກຜູ້ເຂົ້າຮ່ວມການທົດລອງຜູ້ເປັນໄວໝຸ່ມທີ່ໃຊ້ຊີວິດຢ່າງໂດດດ່ຽວປະມານ 458,000 ຄົນເປັນເວລາ 12 ປີ ແລະ ພົບວ່າໃນຊ່ວງເວລານັນມີຜູ້ເສຍຊີວິດໄປແລ້ວປະມານ 33,000 ຄົນ.

ນອກຈາກນີ້ຍັງມີງານວິໄຈຈາກວາລະສານ BM Medicine ທີ່ເສີມຂໍ້ມູນນີ້ວ່າ: ການທີ່ເຮົາຕິດຕໍ່ເພື່ອນ ແລະ ຄອບຄົວຢ່າງນ້ອຍເດືອນລະຄັ້ງເປັນສິ່ງທີ່ມີຄ່າຫຼາຍ ທັງນີ້ຄວາມສຳພັນໃນລະດັບຜິວເຜີນບໍ່ໄດ້ຊ່ວຍຫຼຸດຜ່ອນຄວາມສ່ຽງຂອງການເສຍຊີວິດກ່ອນໄວອັນຄວນ, ເພາະສະນັ້ນທຸກຄົນຢ່າລືມຫາເວລານັດໝູ່ເພື່ອນ ຫຼື ຄອບຄົວ ອອກໄປນັ່ງຫຼິ້ນລົມເລື່ອງຕ່າງໆເພື່ອຂະຫຍາຍຄວາມສຳພັນອີກດ້ວຍ.

ທີ່ມາ: CatDumb

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...