Homeຂ່າວຕ່າງປະເທດອາການໜັກ! ໝຸ່ມເມົາເຫຼົ້າແລ້ວຫຼອນ ບອກເປັນເທບພະເຈົ້າ ຈູດໄຟເຜົາບ້ານຕົນເອງ

ອາການໜັກ! ໝຸ່ມເມົາເຫຼົ້າແລ້ວຫຼອນ ບອກເປັນເທບພະເຈົ້າ ຈູດໄຟເຜົາບ້ານຕົນເອງ

Published on

ອາການໜັກ! ໝຸ່ມເມົາເຫຼົ້າແລ້ວຫຼອນ ບອກເປັນເທບພະເຈົ້າ ຈູດໄຟເຜົາບ້ານຕົນເອງ ພັງປະຕູບີບຄໍນ້າສາວ ແລະ ຈື່ແມ່ບໍ່ໄດ້.

ຕາມການລາຍງານຂອງສື່ທ້ອງຖິ່ນໄທ ໄດ້ລາຍງານໃນວັນທີ 19 ພະຈິກ 2023 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດ ແຂວງບຸລິລຳ ປະເທດໄທ ໄດ້ຮັບແຈ້ງເຫດມີຊາກເມົາເຫຼົ້າອາການໜັກ ຈູດໄຟຟເຜົາບ້ານຕົນເອງ ແລະ ທຳຮ້າຍຄົນໃນຄອບຄົບ ຢູ່ທີ່ບ້ານໜອງກົງ ເມືອງນາງຮອງ ແຂວງບຸລີລຳ ເຈົ້າໜ້າທີ່ຈຶ່ງໄດ້ລົງພຶ້ນທີ່ເພື່ອເຮັດການສືບສວນ-ສອບສວນ.

ເຈົ້າໜ້າທີ່ລົງກວດສອບພື້ນທີ່ແລ້ວພົບວ່າ: ບ່ອນເກີດເຫດເປັນບ້ານປູນຊັ້ນດຽວ ແລະ ມີຮ່ອງຮອຍໄຟໄໝ້ພາຍໃນຫ້ອງບໍລິເວນບ້ານ ລວມເຖິງເຄື່ອງຂອງໃຊ້ບາງສ່ວນກໍຖືກໄຟໄໝ້, ຈາກການສອບຖາມຈຶ່ງຮູ້ວ່າ: ຜູ້ກໍ່ເຫດຊື່ ທ້າວ ສຳເນົາ ປະສົງຊັບ ອາຍຸ 37 ປີ ມີອາການມຶນເມົາເວົ້າບໍ່ຮູ້ເລື່ອງ ຢູ່ມືຖືກັບໄຟ 1 ອັນເຈົ້າໜ້າທີ່ຈຶ່ງໄດ້ເຂົ້າໄປເຈລະຈາເພື່ອກ່ອມໃຫ້ຜູ້ກໍ່ເຫດສະຫງົບສະຕິອາລົມ ກ່ອນຈະສົ່ງໄປຮັກສາຢູ່ໂຮງໝໍ.

ທາງດ້ານນ້າສາວຂອງຜູ້ກໍ່ເຫດເລົ່າວ່າ: ຫຼັງຈາກຫຼານຊາຍດື່ມເຫຼ້າເມົາ ກໍໄດ້ໄປເອີ້ນຮ້ອງໃສ່ຢູ່ບ້ານ 3 ເທື່ອ ບອກໃຫ້ຕົນເປີດປະຕູມາລົມນຳ ແຕ່ຜູ້ກໍ່ເຫດກໍໄດ້ພັງປະຕູເຂົ້າມາແລ້ວຈາກນັ້ນຫຼານກໍບອກວ່າຝາກນ້ອງສາວແນ່ ເຊິ່ງນ້ອງທີ່ເວົ້າເຖິງນັ້ນເປັນແມ່ ແລ້ວຜູ້ກໍ່ເຫດກໍໃຊ້ມືບີບຄໍນ້າສາວ ຈົນປ້າຕ້ອງໄດ້ເຂົ້າມາຊ່ວຍ.

ເບື້ອງຕົ້ນເຈົ້າໜ້າທີ່ຕຳຫຼວດໄດ້ຄວບຄຸມໂຕຜູ້ກໍ່ເຫດ ແລະ ສົ່ງໄປກວດສະພາບຮ່າງກາຍ ແລະ ຈິດໃຈຢູ່ໂຮງໝໍ ວ່າມີອາການທາງຈິດ ຫຼື ບໍ່ ຫຼື ເປັນເພາະອາການເມົາໜັກ ເພື່ອຈະໄດ້ຮັບການບຳາບັດຮັກສາຕໍ່ໄປ.

ທີ່ມາ: ຂ່າວສົດ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...