Homeທົ່ວໄປຊີ້ແຈງແລ້ວ! ກໍລະນີເຈົ້າໜ້າທີ່ ຕມ ຮຽກເກັບເງິນນຳນັກທ່ອງທ່ຽວໄທ

ຊີ້ແຈງແລ້ວ! ກໍລະນີເຈົ້າໜ້າທີ່ ຕມ ຮຽກເກັບເງິນນຳນັກທ່ອງທ່ຽວໄທ

Published on

ໃນວັນທີ 20 ພະຈິກ 2023, ​ພັທ ກິດອນ ກິວົງໄຊ ຮອງຫົວໜ້າຄະນະຄຸ້ມຄອງດ່ານ, ຫົວໜ້າດ່ານ ຕມ ສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໄດ້ອອກຊີ້ແຈງກ່ຽວກັບເຫດການທີ່ກຳລັງໄດ້ຮັບຄວາມໜ້າສົນໃຈຈາກສື່ສັງຄົມອອນລາຍ ໃຍນກໍລະນີທີ່ເຈົ້າໜ້າທີ່ ຕມ ສາກົນ ຂົວມິດຕະພາບລາວໄທ ແຫ່ງທີ 1 ຮຽກເກັບເງິນຈາກນັກທ່ອງທ່ຽວໄທ ທີ່ເດີນທາງຂ້າມມາໂດຍບໍ່ມີກາຈ້ຳເຂົ້າປະເທດ

ໂດຍມີລາຍລພອຽດດັ່ງນີ້: ໃນຄັ້ງວັນທີ 12 ພະຈິກ 2023 ເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າ-ອອກເມືອງ ປະຈຳຢູ່ຂາອອກ ໄດ້ກວດກາໜັງສືຜ່ານແດນຂອງ ນາງ ນາພາພອນ ສຸກກະເສີມ (Ms NAPAPORNSUGKASEAM); ວັນເດືອນປີເກີດ: 18 ພະຈິກ 1981; ສັນຊາດໄທ, ໜັງສືຜ່ານແດນເລກທີ: AD1158593, ອອກໃຫ້ວັນທີ 30 ກັນຍາ 2023 ແລະ ໝົດອາຍຸໃນວັນທີ 29 ກັນຍາ 2028; ທີ່ຢູ່: ແຂວງ ໄຊຍະພູມ, ປະເທດໄທ.

ຜ່ານການກວດກາຂອງເຈົ້າໜ້າທີ່ ຕມ ເຫັນວ່າໜັງສືຜ່ານແດນຂອງຜູ້ກ່ຽວແມ່ນບໍ່ມີຕາປະທັບແຈ້ງເຂົ້າ ສປປ ລາວ ຊຶ່ງເປັນການລະເມີດກົດໝາຍ ວ່າດ້ວຍການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ, ສະບັບເລກທີ 59/ ສພຊ, ລົງວັນທີ 26 ທັນວາ 2014 ຊຶ່ງເປັນການເຂົ້າເມືອງຜິດກົດໝາຍ ຈະຖືກປັບໃໝ 2.000.000 ກີບ ຕາມມາດຕາ 12 ຂອງ ດຳລັດວ່າດ້ວຍການປັບໃໝ ແລະ ນໍາໃຊ້ມາດຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ ສະບັບເລກທີ ສະບັບເລກທີ 21/ລບ, ລົງວັນທີ 20 ມັງກອນ 2021.
ຕໍ່ກັບຄລິບວິດີໂອທີ່ນັກທ່ອງທ່ຽວໄທ ໄດ້ໂພດລົງໃນສື່ສັງຄົມອອນລາຍວ່າເຈົ້າໜ້າທີ່ ຕມ ຮຽກເກັບເງິນ ຈໍານວນ 5000 ບາດ ໃນເບື້ອງຕົ້ນນັ້ນເປັນພຽງການອະທິບາຍຂອງເຈົ້າໜ້າທີ່ ຕມ ເພື່ອໃຫ້ນັກທ່ອງທ່ຽວຮັບຊາບ.

ຈາກນັ້ນເຈົ້າໜ້າທີ່ ຕມ ໄດ້ເຊີນຜູ້ກ່ຽວເຂົ້າໄປຫ້ອງການຕາມລະບຽບ ເພື່ອດໍາເນີນການສືບສວນ-ສອບສວນ ເກັບກຳຂໍ້ມູນໃນເບື້ອງຕົ້ນ ຈຶ່ງສາມາດຮູ້ໄດ້ວ່າ: ໜັງສືຜ່ານແດນຂອງຜູ້ກ່ຽວບໍ່ມີຕາປະທັບແຈ້ງເຂົ້າ ສປປ ລາວ ແທ້ ຊຶ່ງເປັນການເຂົ້າເມືອງລະເມີດກົດໝາຍ ວ່າດ້ວຍການເຂົ້າອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ ມາດຕາ 52 ຂໍ້ 1 ແລະ ຈະຖືກປັບໃໝ ເປັນຈຳນວນເງິນ 2.000.000ກີບ ຕາມດໍາລັດ ວ່າດ້ວຍການປັບໃໝ ແລະ ນໍາໃຊ້ມາດຕະການອື່ນຕໍ່ຜູ້ລະເມີດ ກົດໝາຍ ແລະ ລະບຽບການກ່ຽວກັບການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ ສະບັບເລກທີ 21/ລບ, ລົງ ວັນທີ 20 ມັງກອນ 2021 ມາດຕາ 12 ການຫຼົບຫຼີກການກວດກາ ຫຼື ບໍ່ປະທັບຕາແຈ້ງເຂົ້າ-ອອກ ຈາກເຈົ້າໜ້າທີ່ຕຳຫຼວດ ກວດຄົນເຂົ້າ-ອອກເມືອງ ປະຈຳດ່ານຊາຍແດນ ແລະ ສະໜາມບິນສາກົນ.

ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ທີ່ເດີນທາງເຂົ້າ-ອອກ ສປປ ລາວ ໂດຍຜ່ານດ່ານຊາຍແດນ ແລະ ສະໜາມບິນສາກົນທີ່ທາງການກຳນົດໄວ້ ແຕ່ມີເຈດຕະນາເມີນເສີຍ ຫຼົບຫຼັກການກວດກາ ຫຼື ບໍ່ປະທັບ ຕາແຈ້ງເຂົ້າ-ອອກ ຈາກເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າ-ອອກເມືອງ ປະຈຳດ່ານຊາຍແດນ ແລະ ສະໜາມບິນສາກົນ ຈະຖືກ ປັບໃໝ ສອງລ້ານກີບ ພ້ອມທັງເຮັດບົດບັນທຶກ ແລະ ສຶກສາອົບຮົມ.

ທ່ານໃຫ້ຮູ້ຕື່ມວ່າ: ໃນຕົວຈິງເຈົ້າໜ້າທີ່ ຕມ ຂອງພວກເຮົາໄດ້ປັບໃໝຜູ້ກ່ຽວເປັນຈຳນວນເງິນ 700.000 ກີບ ຕາມການສະເໜີຂອງຜູ້ກ່ຽວ ແລະ ຝ່າຍເຈົ້າໜ້າທີ່ ຕມ ຂອງພວກເຮົາກໍເຫັນດີນໍາ ຊຶ່ງເປັນການປະຕິບັດນະໂຍບາຍຜ່ອນຜັນຕໍ່ຜູ້ກ່ຽວ ຊຶ່ງພວກເຮົາບໍ່ເອົາການປັບໃໝເປັນຫຼັກແຕ່ຖືເອົາການສຶກອົບຮົມກ່າວເຕືອນອະທິບາຍໃຫ້ເຂົ້າໃຈຕໍ່ກົດ ໝາຍ-ລະບຽບການເປັນສໍາຄັນ ພ້ອມທັງໄດ້ດໍາເນີນປະທັບຕາແຈ້ງເຂົ້າ-ອອກ ສປປ ລາວ ໃຫ້ຜູ້ກ່ຽວແລ້ວອະນຸຍາດໃຫ້ເດີນທາງອອກ ສປປ ລາວ ໃນວັນດຽວກັນ.
ສຳລັບຜູ້ໂດຍສານ ຫຼື ນັກທ່ອງທ່ຽວທີ່ນໍາໃຊ້ເອກະສານເດີນທາງເຂົ້າ-ອອກ ສປປ ລາວ ຫາກບໍ່ມີຕາປະທັບແຈ້ງເຂົ້າ- ອອກ ສປປ ລາວ ແມ່ນການເຂົ້າເມືອງຜິດກົດໝາຍ ຊຶ່ງເປັນການລະເມີດ ມາດຕາ 12 ຂອງດໍາລັດ ວ່າດ້ວຍການປັບໃໝ ແລະ ນໍາໃຊ້ມາດຕະການອື່ນຕໍ່ຜູ້ລະເມີດ ກົດໝາຍ ແລະ ລະບຽບການກ່ຽວກັບການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ ສະບັບເລກທີ 21/ລບ, ລົງວັນທີ 20 ມັງກອນ 2021.

ຜູ້ໂດຍສານ ຫຼື ນັກທ່ອງທ່ຽວ ທີ່ນໍາໃຊ້ເອກະສານເດີນທາງເຂົ້າ-ອອກ ສປປ ລາວ ຕ້ອງປະຕິບັດຕາມກົດໝາຍວ່າດ້ວຍ ການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວມາດຕາ 11 ຂໍ້4, ແລະ ມາດຕາ 3 ແລະມາດຕາ 5 ຂອງຄໍາ ແນະນໍາ ຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ກ່ຽວກັບການຈັດຕັ້ງຜັນຂະຫຍາຍບາງມາດຕາ ຂອງກົດໝາຍວ່າດ້ວຍ ການເຂົ້າ-ອອກ ແລະການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ, ສະບັບເລກທີ 04/ປກສ, ລົງວັນທີ 16 ກຸມພາ 2022.
“ຄົນລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ທີ່ເດີນທາງເຂົ້າ-ອອກ ສປປ ລາວ ຕ້ອງນໍາໃຊ້ເອກະສານ ເດີນທາງ ທີ່ຖືກຕ້ອງ, ຄົບຖ້ວນ ແລະ ສົມບູນ ແຈ້ງຕໍ່ເຈົ້າໜ້າທີ່ ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ປະຈຳດ່ານຊາຍແດນ ແລະ ສະໜາມບິນສາກົນ ດ້ວຍຕົນເອງ”.

ທ່ານກ່າວເນັ້ນຢໍ້າວ່າ: ສຳລັບເຈົ້າໜ້າທີ່ ຕມ ທີ່ເຮັດໜ້າທີ່ນັ້ນ ແມ່ນອີງຕາມ ກົດໝາຍ-ລະບຽບການທີ່ວາງອອກ ແຕ່ໃນກໍລະນີ ຫາກມີການລະເມີດກໍຕ້ອງຖືກສຶກສາອົບຮົມ, ກ່າວເຕືອນ ແລະ ປະຕິບັດວິໄນຕາມກໍລະນີໜັກເບົາ. ແຕ່ການປະຕິບັດໜ້າທີ່ນັ້ນອາດປາສະຈາກບໍ່ໄດ້ໃນຂໍ້ຂາດຕົກບົກຜ່ອງ ແລະ ພວກເຮົາກໍພ້ອມຈະຮັບຟັງເອົາຄໍາຕໍານິຕິຊົມຈາກສັງຄົມເພື່ອນໍາມາປັບປຸງ ແລະ ແກ້ໄຂໃຫ້ດີຂຶ້ນກວ່າເກົ່າ. ພ້ອມນີ້ ທ່ານໄດ້ຮຽກຮ້ອງມາຍັງບັນດາທ່ານຜູ້ໂດຍສານ ກໍຄື ນັກທ່ອງທ່ຽວ ທີ່ ເດິນທາງເຂົ້າ-ອອກ ສປປ ລາວ ໂດຍຜ່ານດ່ານຊາຍແດນ ແລະ ສະໜາມບິນສາກົນ ຕ້ອງປະຕິບັດຕາມກົດໝາຍ-ລະບຽບການ ຢ່າງເຂັ້ມງວດ ກໍຄືການແຈ້ງ ເອກະສານເດີນທາງຂອງຕົນຕໍ່ເຈົ້າໜ້າທີ່ ຕມ ປະຈຳດ່ານດ້ວຍຕົນເອງທຸກຄັ້ງ ແລະ ຕ້ອງມີການ ກວດກາຄືນຢ່າງລະອຽດ.
ສໍາລັບຜູ້ຊົມໃຊ້ສື່ສັງຄົມອອນລາຍປະເພດຕ່າງໆ ກໍຕ້ອງເສບຂ່າວຢ່າງມີສະຕິ ເບິ່ງຂໍ້ມູນໃນຫຼາຍດ້ານ ລວມທັງຊອງ ລາຍການໂທລະພາບ, ວິທະຍຸ ແລະ ອື່ນໆ ກໍຕ້ອງໃຫ້ມີຂໍ້ມູນຄົບຖ້ວນ, ພາວະວິໄສ ເພື່ອເຮັດໃຫ້ສັງຄົມບໍ່ມີຄວາມສັບສົນ ແລະ ເຂົ້າໃຈໄປໃນທາງທີ່ຖືກຕ້ອງ ແລະທຸກຄົນໃນສັງຄົມສາມາດ ເຂົ້າເຖິງຂໍ້ມູນກ່ຽວກັບການເຂົ້າ-ອອກ ສປປ ລາວ ຕາມເວັບໄຊ້

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...