Homeຂ່າວພາຍ​ໃນເຊີນເຂົ້າຮ່ວມງານບຸນລະນຶກວັນໂສກນາດຕະກຳຖ້ຳປິວ ປະຈຳປີ 2023 ຄົບຮອບ 55 ປີ

ເຊີນເຂົ້າຮ່ວມງານບຸນລະນຶກວັນໂສກນາດຕະກຳຖ້ຳປິວ ປະຈຳປີ 2023 ຄົບຮອບ 55 ປີ

Published on

ຖ້ຳປິວ ຕັ້ງຢູ່ເມືອງຄຳ ແຂວງຊຽງຂວາງ ໂດຍງານບຸນລະນຶກເຖິງວັນໂສກນາດຕະກຳຖ້ຳປິວ ເປັນປາງບຸນທີ່ມີຄວາມໝາຍຄວາມສໍາຄັນທາງ ປະຫວັດສາດທີ່ສ່ອງແສງໃຫ້ເຫັນເຖິງເຫດການທີ່ເກີດຂຶ້ນກັບບ້ານເມືອງໃນຍາມສົງຄາມ, ເປັນປາງບຸນແຫ່ງ ຄວາມສາມັກຄີເປັນນໍ້າໜຶ່ງໃຈດຽວຂອງຊາວເມືອງຄໍາຢ່າງສູງສົ່ງ.

ທັງເປັນການເປີດໂອກາດ, ເປັນການນັດໝາຍ ໃຫ້ຍາດຕິພີ່ນ້ອງລູກຫຼານຊາວເມືອງຄໍາ ພ້ອມທັງເພື່ອນມິດທີ່ຢູ່ໃກ້ ແລະ ໄກ ນັບທັງຢູ່ຕ່າງປະເທດ ໄດ້ຫວນຄືນ ມາຢ້ຽມຢາມພົບພໍ້ສະໜິດສະໜົມກັນ, ທົບທວນຄວາມຊົງຈຳກັນຄືນໃໝ່, ຮັກໄຄ່ໄມຕີຕໍ່ກັນຢ່າງບໍ່ມີວັນລືມ.

ເຊິ່ງໃນປີ 2023 ນີ້ ເປັນປີພິເສດ ຄົບຮອບ 55 ປີ ແລະ ຕ້ອນຮັບ ປີ 2024 ປີທ່ອງທ່ຽວລາວ ເມືອງ ສົມທົບ ກັບແຂວງ ຮ່ວມກັນເປັນເຈົ້າພາບຈັດງານບຸນຄັ້ງນີ້.

ຕາງໜ້າໃຫ້ການນຳແຂວງ, ເມືອງ, ຄະນະຮັບຜິດຊອບຈັດງານບຸນ ແລະ ພໍ່ແມ່ພີ່ນ້ອງປະຊາຊົນຊົນ ຊາວເມືອງຄໍາ, ເຈົ້າເມືອງໆຄຳ ຂໍຖືເປັນກຽດແຈ້ງການເຊີນມາຍັງບັນດາທ່ານ ດັ່ງນີ້:

  • ການຫ້າງຫາກະກຽມງານບຸນ:
  1. ມອບໃຫ້ທ່ານນາຍບ້ານ, ຄະນະບ້ານໃນທົ່ວເມືອງຄໍາ ນໍາພາປະຊາຊົນພາຍໃນບ້ານ ເຮັດອະນາໄມ ສິ່ງເສດເຫຼືອ, ຂີ້ເຫຍື້ອ, ຖາງຫຍ້າຮົກເຮື້ອ ຕາມຖະໜົນຫົນທາງ, ບ້ານເຮືອນ, ສະຖານທີ່ຕ່າງໆ ໃນເຂດ ແດນຄວາມຮັບຜິດຊອບຂອງບ້ານຕົນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະອາດຈົບງາມ.
  2. ໃຫ້ກອງບັນຊາການ ປກຊ, ປກສ ເມືອງ ແລະ ປກຊ, ປກສ ບ້ານ ພ້ອມປະຊາຊົນທຸກຄົນ ເປັນ ຫູເປັນຕາ ເອົາໃຈໃສ່ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃຫ້ໜັກແໜ້ນ ເພື່ອປ້ອງກັນກຸ່ມຄົນບໍ່ຫວັງດີ, ພວກຂີ້ລັກງັດແງະ ແລະ ອື່ນໆ ໃຫ້ມີຄວາມຮັບປະກັນ, ປອດໄພ 100%. ກ່ອນຈະອອກຈາກ ບ້ານເຮືອນໃຫ້ກວດກາຟືນໄຟ ແລະ ຄວາມຮັບປະກັນຕ່າງໆ ຄັກແນ່ ເພື່ອປ້ອງກັນບໍ່ໃຫ້ມີເຫດການເກີດຂຶ້ນ ແລະ ພ້ອມກັນເປັນເຈົ້າພາບທີ່ດີໃນງານບຸນຄັ້ງນີ້.
  3. ພາກສ່ວນໃດທີ່ມີທີມກິລາ, ສິນລະປະ ຫຼື ພອນສະຫວັນອື່ນໆ ຢາກຮ່ວມປະກອບສ່ວນ ການສະແດງ, ສ້າງບັນຍາກາດ ໃຫ້ພົວພັນນຳຄະນະຮັບຜິດຊອບ.
  4. ບຸກຄົນ, ນິຕິບຸກຄົນ, ບັນດາບ້ານ ຫຼື ພາກສ່ວນອື່ນໆ ທັງພາຍໃນ ແລະ ພາຍນອກ ທີ່ມີຈິດໃຈ ເຫຼື້ອມໃສສັດທາ ຢາກສ້າງກອງທານ, ຜາສາດ, ຕົ້ນກະລາພຶກ, ການບໍລິຈາກໂຮງທານ ແລະ ອື່ນໆ ຫຼື ມີສ່ວນຮ່ວມ ກິນທານນຳທາງການ ໃຫ້ສະເໜີຕໍ່ຄະນະຮັບຜິດຊອບ ຫຼື ເຕົ້າໂຮມຢູ່ສຳນັກງານປົກຄອງເມືອງ ແລ້ວເດີນທາງແຫ່ເປັນຂະບວນດຽວກັນ (ລະອຽດຕາມວາລະຈັດງານບຸນ) .
  5. ທ່ານໃດທີ່ມີຈິດໃຈຢາກປະກອບສ່ວນທຶນຮອນພັດທະນາສະຖານທີ່ດັ່ງກ່າວ ຫຼື ຊ່ວຍງົບປະມານໃນການຈັດງານບຸນຄັ້ງນີ້. ໃຫ້ພົວພັນຄະນະຮັບຜິດຊອບ ຍິນດີຕ້ອນຮັບທ່ານ.
  6. ການຈັດງານບຸນ:
  • ງານບຸນ ເລີ່ມແຕ່ວັນທີ 16 – 24 ພະຈິກ 2023 ລະອຽດດັ່ງນີ້:

– ເລີ່ມແຕ່ ວັນທີ 16/11/2023 ອະນຸຍາດໃຫ້ບັນດານັກທຸລະກິດ, ຊາວຄ້າຂາຍ ເຂົ້າໄປຂາຍເຄື່ອງ ແລະ ບໍລິການຕ່າງໆ ທີ່ໄດ້ຮັບອະນຸຍາດ.

– ວັນທີ 21 – 23/11/2023 ຈັດການແຂ່ງຂັນກິລາ

– ຄືນວັນທີ 22-23/11/2023 ເລີ່ມແຕ່ເວລາ 7 ໂມງແລງ ເປັນຕົ້ນໄປ ຊົມການສະແດງສິນລະປະ ວັນນະຄະດີ ຈາກບັນດາບ້ານ, ໂຮງຮຽນ, ແຂວງຊຽງຂວາງ ແລະ ສສ ຫວຽດນາມ.

– ວັນທີ 23/11/2023: ເວລາ 2 ໂມງແລງ ແຫ່ກອງທານຈາກສໍານັກງານປົກຄອງເມືອງໄປຫາຜາມໄຊນໍ້າປົວ.

ວັນທີ 24/11/2022 :

– ເວລາ 7:00-8:30 ໂມງ ຈັດພິທີວາງພວງມາລາ ແລະ ເຂົ້າຮ່ວມປະຊຸມ.

– ເວລາ 8:30-9:30 ໂມງ ໃສ່ບາດ, ຢາດນໍ້າ, ຖວາຍກອງທານ, ຖວາຍປະ ຖືວ່າສຳເລັດພິທີທາງສາສະໜາ ແລະ ສິ້ນສຸດງານບຸນຕັ້ງນີ້.

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...