Homeຂ່າວພາຍ​ໃນຊີ້ແຈງແລ້ວ! ກໍລະນີຫ້າມບໍ່ໃຫ້ຜູ້ປະກອບການ ຫລື ນິຕິບຸກຄົນ ເລາະເກັບຊື້ມັນຕົ້ນເພື່ອສົ່ງຂາຍອອກນອກເມືອງ

ຊີ້ແຈງແລ້ວ! ກໍລະນີຫ້າມບໍ່ໃຫ້ຜູ້ປະກອບການ ຫລື ນິຕິບຸກຄົນ ເລາະເກັບຊື້ມັນຕົ້ນເພື່ອສົ່ງຂາຍອອກນອກເມືອງ

Published on

ຈາກກໍລະນີທີ່ອົງການປົກຄອງ ເມືອງຍົມມະລາດ, ແຂວງຄໍາມ່ວນ ໄດ້ອອກແຈ້ງການ ສະບັບເລກທີ 42/ຈມ.ຍລ, ລົງວັນທີ 19 ຕຸລາ 2023 ກ່ຽວກັບການເລີ່ມເປີດລະດູການຮັບເກັບຊື້ມັນຕົ້ນດິບ ແລະ ມັນຕົ້ນແຫ້ງ ປະຈໍາສົກປີ 2023-2024 ໃນຂອບເຂດທົ່ວເມືອງ ນັບແຕ່ວັນທີ 20/10/2023. ໃນນີ້, ມີໜຶ່ງຂໍ້ໄດ້ກໍານົດວ່າ: ຫ້າມບໍ່ໃຫ້ຜູ້ປະກອບການ ຫລື ນິຕິບຸກຄົນ ເລາະເກັບຊື້ມັນຕົ້ນເພື່ອສົ່ງຂາຍອອກນອກເມືອງ ໂດຍບໍ່ໄດ້ຮັບອະນຸຍາດຈາກພາກລັດ, ຖ້າພົບເຫັນຈະໄດ້ປັບໄໝຕາມລະບຽບການ ເຮັດໃຫ້ສັງຄົມມີຄວາມສົນໃຈ ແລະ ມີການວິພາກວິຈານໃນທາງທີ່ບໍ່ສ້າງສັນຫລາຍສົມຄວນ.

​ຕໍ່ບັນຫານີ້, ທ່ານ ບຸນທະໄຫວ ໂດໄລສານ, ຮອງເຈົ້າເມືອງຍົມມະລາດ ໄດ້ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 14 ພະຈິກ 2023 ວ່າ: ຢູ່ເມືອງຍົມມະລາດ ມີໂຮງງານແປ້ງມັນຕົ້ນ ຄໍາມ່ວນ ທີ່ໄດ້ຮັບການອະນຸຍາດຢ່າງຖືກຕ້ອງໃຫ້ສ້າງຕັ້ງຂຶ້ນ ແລະ ເລີ່ມເກັບຊື້ມັນຕົ້ນດິບ ແລະ ມັນຕົ້ນແຫ້ງນໍາປະຊາຊົນ ນັບແຕ່ປີ 2012 ເປັນຕົ້ນມາ ໂດຍອີງໃສ່ລາຄາມັນຕົ້ນຕາມທ້ອງຕະຫລາດໃນແຕ່ລະໄລຍະ. ພ້ອມນີ້, ຍັງໄດ້ຊຸກຍູ້ສົ່ງເສີມປະຊາຊົນປູກມັນຕົ້ນໃນຮູບແບບ 2 ບວກ 3 (ປະຊາຊົນເປັນເນື້ອທີ່ດິນ ແລະ ແຮງງານ, ສ່ວນໂຮງງານ ເປັນຕົ້ນທຶນ, ເຕັກນິກວິຊາການ ແລະ ຕະຫລາດຮອງຮັບ) ຊຶ່ງສອງຝ່າຍໄດ້ມີການສົ່ງເສີມ ແລະ ຊື້ຂາຍຮ່ວມກັນຕະຫລອດມາ, ແຕ່ນັບແຕ່ປີ 2021 ເປັນຕົ້ນມາ ລາຄາມັນຕົ້ນມີອ່ຽງເພີ່ມສູງຂຶ້ນ ເຮັດໃຫ້ມີຜູ້ປະກອບການ ຫລື ພໍ່ຄ້າ-ແມ່ຄ້າຈໍານວນໜຶ່ງຈາກພາຍໃນເຂົ້າມາເກັບຊື້ນໍາປະຊາຊົນພາຍໃນເມືອງ ເຮັດໃຫ້ປະຊາຊົນຈໍານວນໜຶ່ງທີ່ຢູ່ໃນສັນຍາກັບໂຮງງານດັ່ງກ່າວຂາຍມັນຕົ້ນໃຫ້ຜູ້ປະກອບການອື່ນທີ່ເຂົ້າມາເລາະເກັບຊື້ ໂດຍບໍ່ໄດ້ສົ່ງເງິນຕົ້ນທຶນທີ່ຢືມຈາກໂຮງງານຄືນ.

​ດັ່ງນັ້ນ, ເຈົ້າຂອງໂຮງງານ ແປ້ງມັນຕົ້ນ ຄໍາມ່ວນ ໄດ້ມາປຶກສາຫາລືກັບອົງການປົກຄອງເມືອງ ເພື່ອຫາວິທີແກ້ໄຂ, ຊຶ່ງທາງໂຮງງານເຫັນດີໃຫ້ພຽງ ບໍລິສັດດຽວມາຊ່ວຍເກັບຊື້ມັນຕົ້ນນໍາປະຊາຊົນ ຄື: ບໍລິສັດ ທ່ຽມທອງມີ ການຄ້າ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ໂດຍເກັບຊື້ຕາມລາຄາຕາມທ້ອງຕະຫລາດ. ສ່ວນບຸກຄົນ ຫລື ນິຕິບຸກຄົນຕ່າງໆ ທີ່ມີຄວາມຕ້ອງການເຂົ້າໄປເກັບຊື້ມັນຕົ້ນພາຍໃນເມືອງຍົມມະລາດ ຕ້ອງໄດ້ເຂົ້າໄປຜ່ານຂະແໜງການທີ່ກ່ຽວຂ້ອງຂອງເມືອງ ແລະ ເສຍພັນທະອາກອນຢ່າງຖຶກຕ້ອງຕາມລະບຽບກົດໝາຍ.

​ທ່ານຮອງເຈົ້າເມືອງກ່າວຕື່ມວ່າ: ການອອກແຈ້ງການດັ່ງກ່າວ ນອກຈາກເປັນການຄຸ້ມຄອງຊ່ວຍໂຮງງານທີ່ໄດ້ຮັບການອະນຸຍາດສ້າງຕັ້ງ ແລະ ເສຍພັນທະອາກອນໃຫ້ເມືອງຢ່າງຖືກຕ້ອງ ຍັງເປັນການຄຸ້ມຄອງການເກັບຊື້ມັນຕົ້ນພາຍໃນເມືອງຍົມມະລາດໃຫ້ເຂົ້າສູ່ລະບຽບກົດໝາຍຢ່າງລະອຽດ ເພາະຜ່ານມາມີຜູ້ປະກອບການຈໍານວນໜຶ່ງເຂົ້າມາເກັບຊື້ມັນຕົ້ນພາຍໃນເມືອງໂດຍບໍ່ຜ່ານຂະແໜງການທີ່ກ່ຽວຂ້ອງຂອງເມືອງ ແລະ ບໍ່ໄດ້ເສຍພັນທະອາກອນຫຍັງເລີຍໃຫ້ແກ່ເມືອງ.

​ທ່ານຍັງຢືນຢັນວ່າ: ລາຄາເກັບຊື້ມັນຕົ້ນທີ່ໄດ້ກໍານົດໄວ້ໃນແຈ້ງການ ສະບັບເລກທີ 42/ຈມ.ຍລ, ລົງວັນທີ 19 ຕຸລາ 2023 ຄື: ມັນຕົ້ນດິບ ເລີ່ມຕົ້ນ 1.600 ກີບ/ກິໂລ ແລະ ມັນຕົ້ນແຫ້ງ 3.900 ກີບ/ກິໂລ ແມ່ນລາຄາທີ່ກໍານົດໄວ້ໃນເບື້ອງຕົ້ນເທົ່ານັ້ນ, ຖ້າຫາກລາຄາມັນຕົ້ນຕາມທ້ອງຕະຫລາດເພີ່ມສູງຂຶ້ນກວ່ານີ້ ທາງໂຮງງານທີ່ກ່ຽວຂ້ອງຈະເກັບຊື້ໃນລາຄາທີ່ເພີ່ມຂຶ້ນເຊັ່ນດຽວກັນ. ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງມາຍັງບັນດາສື່ສັງຄົມອອນລາຍ ຄວນສຶກສາຂໍ້ມູນຄວາມເປັນຈິງໃຫ້ລະອຽດຊັດເຈນ ກ່ອນຈະມີການວິພາກວິຈານຕ່າງໆ ໃນທາງທີ່ບໍ່ສ້າງສັນ ຊຶ່ງເປັນການສ້າງຄວາມບໍ່ສະຫງົບໃນສັງຄົມ.

ແຫຼ່ງຂ່າວ: Lao Youth

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...