spot_img
Homeຂ່າວຄວາມສະຫງົບຈີນ, ກຳປູເຈຍ, ລາວ, ມາເລເຊຍ, ໄທ ແລະ ຫວຽດນາມ ຊ້ອມຮົບຕົວຈິງ

ຈີນ, ກຳປູເຈຍ, ລາວ, ມາເລເຊຍ, ໄທ ແລະ ຫວຽດນາມ ຊ້ອມຮົບຕົວຈິງ

Published on

ພິທີເປີດການຊ້ອມຮົບຮ່ວມຫຼາຍຝ່າຍ ພາຍໃຕ້ຫົວຂໍ້ “ສັນຕິພາບ-ມິດຕະພາບ 2023” (AMAN YOUYI-2023) ໄດ້ເປີດຂື້ນຢ່າງເປັນທາງການໃນວັນທີ 13 ພະຈິກ 2023 ນີ້, ທີ່ເມືອງຈ້ານຈຽງ ແຂວງກວາງຕຸ້ງ ສປ ຈີນ ໂດຍມີ 6 ປະເທດເຂົ້າຮ່ວມຄື: ສປ ຈີນ ເຈົ້າພາບ, ກຳປູເຈຍ, ລາວ, ມາເລເຊຍ, ໄທ ແລະ ຫວຽດນາມ. ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຈິງຈ້ຽນເຟິງ ຄະນະກຳມະການທະຫານສູນກາງ ຮອງຫົວໜ້າເສນາທິການກົມເສນາທິການປະສານເຫຼົ່າ ກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງຝ່າຍລາວເຂົ້າຮ່ວມໂດຍ ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ມີບັນດາທ່ານ, ບັນດາສະຫາຍຄະນະຊີ້ນຳ ແລະ ກຳລັງເຂົ້າຊ້ອມຮົບຕົວຈິງຂອງແຕ່ລະປະເທດເຂົ້າຮ່ວມ.

ໃນພິທີຄະນະຊີ້ນຳແຕ່ລະປະເທດໄດ້ຂື້ນມີຄຳເຫັນ ເຊິ່ງໃນນັ້ນ, ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ໄດ້ມີຄຳເຫັນວ່າ: ການຝຶກຊ້ອມໃນຄັ້ງນີ້, ຖືເປັນນິມິດໝາຍອັນສຳຄັນ ແລະ ເປັນບາດກ້າວອັນໃໝ່ ໃຫ້ແກ່ກອງທັບໃນພາກພື້ນ ໄດ້ມີໂອກາດຝຶກຊ້ອມດ້ານກຳລັງທະຫານຮ່ວມກັນ ໂດຍສະ ເພາະແມ່ນການຝຶກຊ້ອມຮ່ວມກຳລັງປະກອບອາວຸດ ກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງເປັນການສ້າງໂອກາດອັນດີ ໃຫ້ນາຍ ແລະ ພົນທະຫານແຕ່ລະປະເທດ ໄດ້ມີການແລກປ່ຽນຄວາມຮູ້, ບົດຮຽນ, ປະສົບການດ້ານທິດສະດີ, ຫຼັກກາານ ແລະ ຍຸດທະວິທີໃນການສູ້ຮົບໂຈມຕີ ເພື່ອສ້າງໃຫ້ກໍາລັງຂອງຕົນມີຄວາມຊໍານິຊໍານານ, ມີປະສົບການ ແລະ ຄວາມພ້ອມໃນການຕໍ່ສູ້ຕ້ານກັບກຸ່ມຄົນ ແລະ ປະເທດທີ່ບໍ່ຫວັງດີ ທີ່ຍາມໃດກໍຫວັງມ້າງເພທຳລາຍກໍ່ຄວາມບໍ່ສະຫງົບ ໃຫ້ແກ່ບັນດາປະເທດໃນພາກພື້ນ, ເວົ້າສະເພາະ ກໍເພື່ອປົກປັກຮັກສາສັນຕິພາບໃນພາກພື້ນ ແລະ ໃນໂລກໃຫ້ມີຄວາມໝັ້ນຄົງ ແລະ ວັດທະນາຖາວອນ.

ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ກ່າວຕື່ມອີກວ່າ: ການຝຶກຊ້ອມໃນຄັ້ງນີ້, ບໍ່ພຽງແຕ່ເປັນການຝຶກຊ້ອມດ້ານພາລະກຳລັງຮ່ວມກັນເທົ່ານັ້ນ ແຕ່ຍັງເປັນໂອກາດອັນດີໃຫ້ແກ່ນາຍ ແລະ ພົນທະຫານ ຈາກປະເທດທີ່ເຂົ້າຮ່ວມກັບນາຍ ແລະ ພົນທະຫານຈາກກອງທັບປົດປ່ອຍປະຊາຊົນຈີນ ໄດ້ມີໂອກາດພົບປະໂອ້ລົມແລກປ່ຽນວັດທະນະທຳ ແລະ ເປັນການສ້າງຄວາມສາມັກຄີອັນສະໜິດສະໜົມກັນຫຼາຍຂຶ້ນ. ເຊິ່ງເປັນພື້ນຖານອັນດີໃນການເສີມສ້າງໄມຕີຈິດມິດຕະພາບ ລະຫວ່າງບັນດາກອງທັບ ໃນປະເທດອາຊຽນ ແລະ ສປ ຈີນ ໃຫ້ມີຄວາມແໜ້ນແຟ້ນຂຶ້ນໄປເທື່ອລະກ້າວ.
ທີ່ມາ: ກອງທັບປະຊາຊົນລາວ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...